loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ທາບທາມກົດໝາຍ 3 ສະບັບ ຂົງເຂດ ສພຊ ຢູ່ຄຳມ່ວນ

ມ.ຖ. 26, 2024 | SlideMobile, ຂ່າວເດັ່ນ

(ສພຊ) ເພື່ອເປັນການລະດົມສະຕິປັນຍາ, ຄໍາຄິດເຫັນທີ່ເປັນປະໂຫຍດຂອງສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ໃນຖານະເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ກໍຄືເປົ້າໝາຍທີ່ກ່ຽວຂ້ອງຕ່າງໆ ເພື່ອປັບປຸງກົດໝາຍ 3 ສະບັບ ໃນຂົງເຂດສະພາແຫ່ງຊາດ (ສພຊ) ໃຫ້ຄົບຖ້ວນ, ຮັດກຸມ ແລະ ແທດເໝາະກັບສະພາບຕົວຈິງ ກ່ອນທີ່ຈະນໍາໄປພິຈາລະນາ, ຮັບຮອງເອົາຢູ່ກອງປະຊຸມສະໄໝສາ ມັນເທື່ອທີ 7 ຂອງ ສພຊ ຊຸດທີ IX; ໃນວັນທີ 26 ມີນາ 2024 ທີ່ຫ້ອງປະຊຸມສຳນັກງານປົກຄອງແຂວງຄຳມ່ວນ ໄດ້ຈັດກອງປະຊຸມທາບທາມຮ່າງກົດໝາຍ 3 ສະບັບຄື: ກົດໝາຍວ່າດ້ວຍສະພາແຫ່ງຊາດ, ກົດໝາຍວ່າດ້ວຍສະພາປະ ຊາຊົນຂັ້ນແຂວງ, ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໂດຍການເປັນປະທານຮ່ວມຂອງທ່ານ ພົທ. ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ແລະ ທ່ານ ບຸນມີ ພິມມະສອນ ປະທານຄະນະ ສສຊ ປະຈໍາເຂດເລືອກຕັ້ງທີ 12; ເຂົ້າຮ່ວມມີບັນດາທ່ານ ສສຊ ປະຈໍາເຂດເລືອກຕັ້ງທີ 12, ສສຂ ແລະ ຫົວໜ້າ-ຮອງຫົວໜ້າພະແນກການ, ອົງການອ້ອມຂ້າງແຂວງຄຳມ່ວນ.
ທ່ານ ພົທ. ສຸວອນ ເລືອງບຸນມີ ໄດ້ມີຄຳເຫັນກ່າວເປີດວ່າ: ກົດໝາຍວ່າດ້ວຍສະພາແຫ່ງຊາດ, ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ, ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ປັບປຸງມາແລ້ວຫຼາຍຄັ້ງ, ການປັບປຸງກົດໝາຍແຕ່ລະຄັ້ງ ກໍໄດ້ເປັນບ່ອນອີງສຳຄັນແກ່ການເຄື່ອນໄຫວຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໃຫ້ນັບມື້ດີຂຶ້ນ; ເຖິງຢ່າງໃດກໍຕາມ, ການປັບປຸງໄລຍະຜ່ານມາ ກໍບໍ່ທັນໄດ້ປະຕິບັດສອດຄ່ອງກັບກົດໝາຍວ່າດ້ວຍການສ້າງນິຕິກຳ ໂດຍສະເພາະຂັ້ນຕອນການຈັດຕັ້ງປະຕິບັດ ແລະ ທາບທາມກົດໝາຍ ບໍ່ທັນເຮັດຢ່າງກວ້າງຂວາງ, ມີພຽງແຕ່ຄະນະຮັບຜິດຊອບທີ່ໄດ້ຖືກມອບໝາຍເປັນຜູ້ປັບປຸງ ແລ້ວກໍນຳເຂົ້າຜ່ານກອງປະຊຸມສະພາແຫ່ງຊາດ ພິຈາລະນາ ແລະ ຮັບຮອງ ເຮັດໃຫ້ມີບາງເນື້ອໃນບໍ່ທັນຮັດກຸມ ແລະ ຈະແຈ້ງ ຈຶ່ງເຮັດໃຫ້ການເຄື່ອນໄຫວຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໃນບາງດ້ານ ບໍ່ທັນມີຄຸນນະພາບເທົ່າທີ່ຄວນ. ສະນັ້ນ, ຈຸດປະສົງຂອງການທາບທາມຄັ້ງນີ້ ເພື່ອໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍການສ້າງນິຕິກຳ ແລະ ເປັນການຍາດແຍ່ງເອົາຄຳຄິດຄຳເຫັນຂອງເປົ້າໝາຍຕ່າງໆໃນສັງຄົມເພື່ອນຳໄປຄົ້ນຄວ້າປັບປຸງກົດໝາຍ ເຮັດໃຫ້ກາຍເປັນກົດ ໝາຍຂອງປະຊາຊົນ, ມາຈາກປະຊາຊົນ ແລະ ຮັບໃຊ້ປະຊາຊົນຢ່າງແທ້ຈິງ. ຖ້າກົດໝາຍດັ່ງກ່າວ ໄດ້ຖືກຮັບຮອງແລ້ວ ຈະກາຍເປັນເຄື່ອງມືສຳຄັນໃນການປະຕິບັດສິດ, ໜ້າທີ່ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໃຫ້ມີຄຸນນະພາບສູງຂຶ້ນຕື່ມ, ປະກອບສ່ວນສຳຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງພວກເຮົາ ຮັບ ປະກັນເຮັດໃຫ້ສະຖຽນລະພາບທາງດ້ານການເມືອງມີຄວາມໜັກແໜ້ນ, ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ, ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍ ມີຄວາມສັກສິດສູງຂຶ້ນ, ສັງຄົມມີຄວາມສະຫງົບ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.
ໃນກອງປະຊຸມໄດ້ຮັບຟັງບົດລາຍງານກ່ຽວກັບການປັບປຸງກົດໝາຍວ່າດ້ວຍສະພາແຫ່ງຊາດ, ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ, ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ; ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມໄດ້ສຸມສະຕິປັນຍາເພື່ອຄົ້ນຄວ້າປະກອບຄຳເຫັນຕໍ່ແຕ່ລະເນື້ອໃນຂອງ 3 ກົດໝາຍ ຢ່າງມີຈຸດສຸມ ເຊິ່ງຈະເປັນຂໍ້ມູນສຳຄັນໃຫ້ແກ່ຄະນະຮັບຜິດຊອບ ນຳໄປຄົ້ນຄວ້າ, ວິເຄາະວິໄຈ ປັບປຸງກົດໝາຍແຕ່ລະສະບັບ ເພື່ອເຮັດໃຫ້ກົດໝາຍມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ດ້ວຍຄຸນນະພາບສູງ.
ກອງປະຊຸມຄັ້ງນີ້ ຈະໄດ້ດຳເນີນໄປຈົນເຖິງວັນທີ 27 ມີນາ ຈຶ່ງຈະສຳເລັດ ເຊິ່ງໄດ້ຮັບການສະໜັບສະໜູນຊ່ວຍ ເຫຼືອທາງດ້ານງົບປະມານຈາກໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຫຼື ສະເຕັບສ໌ (STEPs) ໂດຍຜ່ານກອງເລຂາຄຸ້ມຄອງແຫຼ່ງທຶນຊ່ວຍເຫຼືອລ້າໃຫ້ແກ່ສະພາແຫ່ງຊາດ.
(ພາບ ແລະ ຂ່າວ: ສອນສັກ ວັນວິໄຊ)