ຕິດຕາມ, ຊຸກຍູ້ ແລະ ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ

ກ.ຍ. 12, 2026

(ສພຊ) – ວັນທີ 11 ກັນຍານີ້, ທ່ານ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ການຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ພ້ອມທັງມອບເຄື່ອງອຸປະໂພກ, ບໍລິໂພກ ແລະ ເງິນສົດຈໍານວນ 100 ລ້ານກີບ ທີ່ຫ້ອງວ່າການສະພາປະຊາຊົນແຂວງບໍລິຄໍາໄຊ ເພື່ອນຳໄປຊ່ວຍເຫຼືອ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຢູ່ເມືອງປາກກະດິງ; ໂດຍການຕ້ອນຮັບຂອງທ່ານ ໄຊອຳພອນ ສີຫາວົງ ກຳມະການຄະນະປະຈຳພັກແຂວງ, ຮອງປະທານສະພາປະຊາຊົນແຂວງ (ຜູ້ປະຈຳການ), ທ່ານເລຂາຄະນະບໍລິຫານງານພັກເມືອງປາກກະດິງ, ທ່ານປະທານຄະນະກຳມະການປົກຄອງຕາແສງວຽງຄໍາ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ທັງນີ້, ກໍເພື່ອເກັບກໍາ, ສັງລວມສະພາບ ແລະ ຂໍ້ມູນຜົນກະທົບຂອງປະຊາຊົນຈາກໄພນໍ້າຖ້ວມ ລາຍງານຄະນະປະຈໍາສະພາແຫ່ງຊາດ, ປຶກສາຮ່ວມກັບລັດຖະບານ ແລະ ພາກສ່ວນກ່ຽວຂ້ອງ ເພື່ອແກ້ໄຂຜົນກະທົບໃຫ້ຖືກຕ້ອງກັບຕົວຈິງ ແລະ ທັນກັບສະພາບການ.
ໃນການເຄື່ອນໄຫວ, ໄດ້ຮັບຟັງການລາຍງານສະພາບຜົນກະທົບ ແລະ ຜົນເສຍຫາຍທີ່ໄດ້ຮັບຈາກໄພພິບັດນໍ້າຖ້ວມ, ການວາງແຜນຮັບມືໄພພິບັດຢູ່ບາງພື້ນທີ່ ແລະ ບາງຈຸດຢູ່ເມືອງປາກກະດິງ; ຫຼັງຈາກນັ້ນ, ໄດ້ລົງເຄື່ອນໄຫວຢ້ຽມ ຢາມເຂດຕາແສງວຽງຄຳ ເພື່ອເບິ່ງສະຖານທີ່ຈິງ ທີ່ໄດ້ຮັບຜົນກະທົບ ເປັນຕົ້ນແມ່ນເຂດຕະຫຼາດ ແລະ ໂຮງຮຽນມັດທະຍົມສົມບູນ (ມສ) ປາກກະດິງ ເພື່ອຢ້ຽມຢາມຖາມຂ່າວ, ໃຫ້ກຳລັງໃຈ ພ້ອມທັງມອບເຄື່ອງອຸປະໂພກ-ບໍລິໂພກ ຊ່ວຍບັນເທົາຄວາມເດືອດຮ້ອນໃນເບື້ອງຕົ້ນໃຫ້ແກ່ປະຊາຊົນ.

(ສອນສັກ ວັນວິໄຊ)