loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຕັນຫາພາຫຍຸ້ງ

ຕ.ລ. 3, 2022 | ສ້າງສັນສັງຄົມ

ດັ້ນກີບເມກ
​ ຍຸກປັດຈຸບັນນີ້ ມີຫຼາຍບັນຫາເກີດຂຶ້ນ ສັບຊ້ອນໃນສັງຄົມເພາະວ່າຄົນຫຼາຍຂຶ້ນ, ວິທີການຫາກິນກໍມີຫຼາຍວິທີ, ຄ່ານິຍົມ ແລະ ວິທີການຫາກິນທັງກົນໂກງ-ຫຼ່ຽມຄົມຮ້າຍກວ່າ 18 ມົງກຸດອີກ ເພາະມີຫຼາຍກໍລະນີຂອງປາກົດການຫຍໍ້ທໍ້ທາງສັງຄົມທຸກມື້ນີ້ ບໍ່ໄດ້ຄໍານຶງເຖິງກຽດສັກສີອີກແລ້ວ ເນື່ອງຈາກວ່າທ່າອ່ຽງຄົນເຮົາເຫັນແຕ່ປາກທ້ອງ ແລະ ເອົາໂຕລອດເປັນສໍາຄັນ.
​ ຜູ້ຂຽນຂໍຍົກຕົວຢ່າງ: ພໍເປັນອຸທາຫອນເລື່ອງຈິງແລກປ່ຽນກັບທ່ານຜູ້ອ່ານ ເຊິ່ງບາງທີທ່ານຜູ້ອ່ານອາດຮູ້ເຫັນຫຼາຍບັນຫາກວ່າຜູ້ຂຽນຊໍ້າ, ຕົວຢ່າງເກີດຂຶ້ນ ມີນັກທຸລະກິດຄອບຄົວໜຶ່ງທີ່ມີທຸລະກິດອະສັງຫາປະເພດໜຶ່ງໃຫ້ບໍລິການສັງຄົມ ແຕ່ມີຝ່າຍໜຶ່ງໄປຫຼີ້ນຊູ້ກັບອີກຄອບຄົວໜຶ່ງ ຜົນປາກົດວ່າຝ່າຍຄູ່ຄອງຂອງຜູ້ໄປຫຼິ້ນຊູ້ພັດບໍ່ເອົາເລື່ອງຫຍັງທໍາທ່າເອົາຫູໄປນາເອົາຕາໄປໄຮ່ ສາເຫດກໍເພາະວ່າຄອບຄົວຜູ້ກ່ຽວທີ່ເຮັດທຸລະກິດນັ້ນ ເປັນໜີ້ມະຫາສານ ເຊິ່ງຂໍພຽງແຕ່ໄດ້ເງິນມາໃຊ້ໜີ້, ຜ່ອນໜີ້ເຂົາຈະບໍ່ສົນວິທີການໄດ້ເງິນມາ.
​ ຜູ້ຂຽນ ຍົກຕົວຢ່າງແບບນີ້ ຂຽນເລົ່າສູ່ສັງຄົມໄດ້ຮັບຮູ້ ພຽງແຕ່ຢາກສະທ້ອນວ່າບັນຫາທີ່ເກີດຂຶ້ນໃນສັງຄົມມັນສັບຊ້ອນ ແລະ ສັບສົນ ເຊິ່ງບາງກໍລະນີເຂົາບໍ່ສົນໃຈນໍາຮີດຄອງ-ປະເພນີ ແລະ ກຽດສັກສີ ແຕ່ສົນໃຈນໍາຊັບສິນຂໍໃຫ້ມີທາງລອດ ແລະ ເລື່ອງເກີດຂຶ້ນແບບນີ້ກໍບໍ່ມີກໍລະນີດຽວພຽງແຕ່ຍົກຕົວຢ່າງມາອັນໜຶ່ງເທົ່ານັ້ນ.
​ ເລື່ອງຕັນຫາພາຫຍຸ້ງນີ້ ມີຫຼາຍແບບ ເຊິ່ງຜູ້ຂຽນມີຂໍ້ສັງເກດສ່ວນຕົວວ່າ: ເຮົາອາດອ່ອນເລື່ອງສຶກສາອົບຮົມວຽກງານແນວຄິດວັດທະນະທໍາ ທັງໃນໂຮງຮຽນ ແລະ ອົງການຈັດຕັ້ງ, ຢ່າລືມວ່າ ຖ້າຮາກເຫງົ້າວັດທະນະທໍາບໍ່ເຂັ້ມແຂງ ແລະ ຖືເບົາ ກໍອາດພາໃຫ້ເກີດບັນຫາສັງຄົມ-ເສດຖະກິດຕາມມາ ເພາະວັດທະນະທໍາມັນຄືບັນຫາແນວຄິດຕົວຕົນຂອງຄົນໃດໜຶ່ງ ຂອງຊາດໃດໜຶ່ງ ຖ້າວ່າມັນອ່ອນ ແລະ ບົກຜ່ອງນີ້ ຕ້ອງໄດ້ພ້ອມກັນແກ້ທັນການ!