loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຍົກສູງຄຸນນະພາບດ້ານເນື້ອໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງ ສພຊ ຊຸດທີ IX

​ພ.ຈ. 2, 2021 | ຂ່າວກອງປະຊຸມ

(ສພຊ) ໃນລະຫວ່າງວັນທີ 30-31 ຕຸລາ 2021 ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ (ສພຊ) ໄດ້ມີກອງປະຊຸມສຳມະນາກ່ຽວກັບການຍົກສູງຄຸນນະພາບດ້ານເນື້ອໃນ ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງ ສພຊ ຊຸດທີ IX ພາຍໃຕ້ການເປັນປະທານຂອງທ່ານ ສົມມາດ ພົລເສນາ ຮອງປະທານ ສພຊ ເຂົ້າຮ່ວມມີທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານ ສພຊ, ມີບັນດາທ່ານຮອງປະທານຄະນະປະຈຳສະພາແຫ່ງຊາດ, ບັນດາທ່ານຄະນະປະຈຳສະພາແຫ່ງຊາດ, ປະທານຄະນະສະມາຊິກສະພາປະຊາຊົນແຂວງ, ນະຄອນຫລວງ, ບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ), ຮອງລັດຖະມົນຕີກະຊວງ, ອົງການທີ່ກ່ຽວຂ້ອງ ແລະ ແຂກທີ່ຖືກເຊີນ.

ໂອກາດດັ່ງກ່າວ, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ກ່າວໃນພິທີເປີດກອງປະຊຸມວ່າ: ໂດຍປະຕິບັດຕາມກົດໝາຍວ່າດ້ວຍສະພາແຫ່ງຊາດ ມາດຕາ 59 ກ່ຽວກັບການດຳເນີນກອງປະຊຸມສະໄໝສາມັນປະຈຳປີ ຂອງ ສພຊ, ຄະນະປະຈຳສະພາແຫ່ງຊາດ ໄດ້ອອກມະຕິສະບັບເລກທີ 246/ຄປຈ, ລົງວັນທີ 21 ຕຸລາ 2021 ວ່າດ້ວຍການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງ ສພຊ ຊຸດທີ IX ເຊິ່ງວັນທີ 1 ພະຈິກ 2021 ຈະໄດ້ພ້ອມກັນເຂົ້າຮ່ວມກອງປະຊຸມ ເພື່ອພິຈາລະນາ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ ຕາມທີ່ໄດ້ກຳນົດໄວ້ໃນ ລັດຖະທຳມະນູນ, ກົດໝາຍ; ດັ່ງນັ້ນ, ຄະນະປະຈຳສະພາແຫ່ງຊາດຈຶ່ງ ໄດ້ຕົກລົງດຳເນີນກອງປະຊຸມສຳມະນາຄັ້ງນີ້ຂຶ້ນ ໂດຍມີຈຸດປະສົງເພື່ອຄົ້ນຄວ້າ, ປະກອບຄຳເຫັນຕໍ່ບັນ​ດາເນື້ອໃນທີ່ຈະນຳເຂົ້າພິຈາລະນາ ຮັບຮອງເອົາ ຢູ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງ ສພຊ ຊຸດທີ IX; ສ້າງເງື່ອນໄຂໃຫ້ບັນດາ ສສຊ ໄດ້ຮັບຟັງການລາຍງານ, ການຊີ້ແຈງ, ອະທິບາຍ ຂອງບັນດາທ່ານຮອງລັດຖະມົນຕີ, ຮອງຫົວໜ້າອົງການ ກ່ຽວກັບເອກະສານຈຳເປັນຕ່າງໆເພື່ອຈະໄດ້ພ້ອມກັນປຶກສາຫາລືແລກປ່ຽນຂໍ້ມູນ ເຊິ່ງກັນ ແລະ ກັນ ລະຫວ່າງ ສສຊ ແລະ ຄະນະນໍາຂອງກະຊວງທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ບັນດາ ສສຊ ມີຄວາມເຂົ້າໃຈຢ່າງເລິກເຊິ່ງ, ເປັນເອກະພາບ ໂດຍພື້ນຖານ ເຊິ່ງຈະເປັນຂໍ້ສະດວກໃຫ້ແກ່ການພິຈາລະນາຮັບຮອງເອກະສານຕ່າງໆ ແລະ ສາມາດບັນລຸໄດ້ຕາມແຜນການທີ່ວາງໄວ້ ທັງເປັນການຍົກສູງຄຸນນະພາບໃນ ການດໍາເນີນກອງປະຊຸມ ສພຊ ໃຫ້ມີປະສິດທິຜົນນັບມື້ສູງຂຶ້ນ.
(ພາບ ແລະຂ່າວ: ສອນສັກ ວັນວິໄຊ)