(ສພຊ) – ວັນທີ 8 ກໍລະກົດ 2026 ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ສັງລວມການປະກອບຄໍາເຫັນຂອງບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) 40 ທ່ານ ເປັນຍິງ 08 ທ່ານ; ນອກນັ້ນ, ຍັງໄດ້ມີການຊັກຖາມກັບທີ່ 26 ທ່ານ ຕໍ່ຮ່າງວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ເຊິ່ງມີດັ່ງນີ້:
1. ຂົງເຂດກະຊວງການເງິນ
1) ທາງດ້ານງົບປະມານ ເຫັນດີໃຫ້ກຳນົດເປັນບ້ວງສະເພາະສໍາລັບວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ການແກ້ໄຂຄວາມທຸກຍາກ ຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງ; ເພື່ອເຮັດໃຫ້ວາລະດັ່ງກ່າວສາມາດດໍາເນີນໄປໄດ້ຕາມແຜນການ, ສະເໜີໃຫ້ລັດຖະບານ ນອກຈາກ 4 ແຫຼ່ງທຶນງົບປະມານແລ້ວ ຄົ້ນຄວ້າແຫຼ່ງທຶນອື່ນໆຕື່ມ ຈະແມ່ນບ້ວງເງິນເກີນແຜນຂອງແຕ່ລະແຂວງ, ພ້ອມທັງປຸກລະດົມການມີສ່ວນຮ່ວມຂອງປະຊາຊົນ ແລະ ສັງຄົມ ແລະ ຈັດສັນງົບປະມານເຂົ້າໃສ່ການລົງທຶນຢ່າງມີຈຸດສຸມ.
2) ດ້ານການລົງທຶນ ສະເໜີໃຫ້ມີນະໂຍບາຍດຶງດູດການລົງທຶນໃນຂົງເຂດກະສິກຳ-ອຸດສາຫະກຳປຸງແຕ່ງ ຢູ່ເຂດຊົນນະບົດຫ່າງໄກສອກຫຼີກ, ພ້ອມທັງເອົາໃຈໃສ່ຕິດຕາມກວດກາການດໍາເນີນງານຂອງໂຄງການ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ເນື່ອງຈາກວ່າຜ່ານມາ ການດຶງດູດການລົງທຶນໄດ້ເປັນຈໍານວນຫວູງຫຼາຍ, ແຕ່ການຈັດຕັ້ງປະຕິບັດໂຄງການ ຍັງບໍ່ສາມາດຊ່ວຍໃຫ້ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ຢ່າງແທ້ຈິງ, ບາງໂຄງການຍັງສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ເປັນຕົ້ນແມ່ນບັນຫາມົນລະພິດ ແລະ ເສັ້ນທາງຄົມມະນາຄົມເປ່ເພເສຍຫາຍ, ພື້ນທີ່ທໍາການຜະລິດ ແລະ ອື່ນໆ.
2. ຂົງເຂດທະນາຄານ
ອໍານວຍຄວາມສະດວກໃຫ້ປະຊາຊົນ, ຜູ້ປະກອບການ ແລະ ໂຄງການພັດທະນາຕ່າງໆ ສາມາດເຂົ້າເຖິງແຫຼ່ງທຶນ ແລະ ສິນເຊື່ອໄດ້ງ່າຍ, ສະດວກ, ວ່ອງໄວ ແລະ ມີອັດຕາດອກເບ້ຍທີ່ເໝາະສົມ, ຄຸ້ມຄອງອັດຕາເງິນເຟີ້ ແລະ ອັດຕາແລກ ປ່ຽນ ບໍ່ໃຫ້ມີການຜັນຜວນຫຼາຍ ເຊິ່ງຈະເປັນການກະທົບຕໍ່ການທຳມາຫາກິນຂອງປະຊາຊົນ.
3. ຂົງເຂດເສດຖະກິດ
1) ໃຫ້ຖືເອົາວຽກງານກະສິກຳເປັນທ່າແຮງ ໂດຍສຸມໃສ່ຈັດສັນເຂດການຜະລິດ, ມີການວິໄຈທີ່ດິນ, ກຳນົດປະເພດສິນຄ້າທີ່ຈະສົ່ງເສີມ, ຍົກສູງການສົ່ງເສີມການຜະລິດກະສິກຳຂອງປະຊົນໃນຊົນນະບົດ ດ້ວຍການສົ່ງເສີມທາງດ້ານເຕັກນິກ, ວິຊາການສະເພາະດ້ານ, ສົ່ງວິຊາການທີ່ມີຄວາມຮູ້ຄວາມສາມາດ ລົງຊຸກຍູ້ນໍາພາປະຊາຊົນເຮັດຕົວຈິງ, ສ້າງວິຊາການກັບທີ່ເຂົ້າໃນວຽກງານການປູກ, ການລ້ຽງ ຕິດພັນກັບຕະຫຼາດ ລວມທັງຄົ້ນຄວ້າສ້າງ ແລະ ປັບປຸງສູນທົດລອງ, ສູນສົ່ງເສີມກະສິກຳ, ສູນເຕັກນິກ ແລະ ໃຫ້ຄວາມຮູ້ທາງດ້ານກະສິກຳ ໃນຂັ້ນຕາແສງທີ່ມີເງື່ອນໄຂ ເພື່ອໃຫ້ວຽກງານດັ່ງກ່າວໄດ້ຮັບການພັດທະນາຢ່າງທົ່ວເຖິງ ແລະ ເປັນຮູບປະທຳ.
2) ຮີບຮ້ອນອອກໃບສໍາມະໂນທີ່ດິນ ເພື່ອກ້າວໄປສູ່ການອອກໃບຕາດິນໃຫ້ສໍາເລັດໂດຍໄວ ເພື່ອສ້າງຖານລາຍຮັບເພີ່ມຂຶ້ນ ເພາະຍັງມີຫຼາຍຂົງເຂດທີ່ມີການຈັບຈອງດິນ ເປັນການຖ່ວງດຶງການພັດທະນາຂອງປະຊາຊົນໃນຊົນນະບົດ, ພ້ອມທັງມີນະໂຍບາຍຊຸກຍູ້ສົ່ງເສີມໃຫ້ຜູ້ປະກອບການເຂົ້າໄປພັດທະນາການຜະລິດກະສິກຳໃນເຂດຫ່າງໄກສອກຫຼີກ ແລະ ມີການສ້າງໂຮງງານປຸງແຕ່ງເພື່ອເກັບຊື້ຜົນຜະລິດຂອງປະຊາຊົນເຂົ້າໃນໂຮງງານທີ່ເກັບຊື້ ເພື່ອປ້ອນຕະຫຼາດພາຍໃນ ແລະ ຕ່າງປະເທດ.
3) ວຽກງານໂຍທາທິການ ແລະ ຂົນສົ່ງ, ໃຫ້ຈັດສັນງົບປະມານ ແລະ ສຸມໃສ່ການພັດທະນາພື້ນຖານໂຄງລ່າງຢ່າງມີຈຸດສຸມ ໂດຍສະເພາະການກໍ່ສ້າງ ແລະ ບູລະນະສ້ອມແປງເສັ້ນທາງ ໃຫ້ສາມາດນໍາໃຊ້ໄດ້ຕະຫຼອດປີ ແລະ ອຳນວຍຄວາມ ສະດວກໃຫ້ແກ່ການຜະລິດ, ການຂົນສົ່ງສິນຄ້າ, ການສັນຈອນໄປມາຂອງປະຊາຊົນ; ເອົາໃຈໃສ່ຂະຫຍາຍພື້ນຖານໂຄງລ່າງດ້ານອື່ນ ເປັນຕົ້ນ: ໄຟຟ້າ, ນໍ້າສະອາດ, ລະບົບໂທລະຄົມ ແລະ ການສື່ສານ ໃຫ້ທົ່ວເຖິງ.
4. ຂົງເຂດວັດທະນາທຳ-ສັງຄົມ
1) ດ້ານການສຶກສາ: ສືບຕໍ່ປັບປຸງຄຸນນະພາບການສຶກສາ, ຫຼັກສູດການຮຽນ-ການສອນ, ຍົກສູງລະດັບຄວາມຮູ້ຂອງຄູ-ອາຈານໃຫ້ມີຄຸນນະພາບ, ປັບປຸງອາຄານສະຖານການສຶກສາ ແລະ ສະໜອງອຸປະກອນການຮຽນ-ການສອນໃຫ້ຄົບຖ້ວນ ລວມທັງປະຕິບັດນະໂຍບາຍແກ່ນັກຮຽນທີ່ຮຽນດີຮຽນເກັ່ງ, ຜູ້ທຸກຍາກ, ດ້ອຍໂອກາດ, ສ້າງຄວາມເຂົ້າໃຈໃຫ້ປະຊາຊົນເຫັນໄດ້ຄວາມສໍາຄັນຂອງການສຶກສາ.
2) ດ້ານສາທາລະນະສຸກ: ເອົາໃຈໃສ່ປັບປຸງສະຖານທີ່, ການບໍລິການສາທາລະນະສຸກຢູ່ຂັ້ນທ້ອງຖິ່ນ ໃຫ້ໄດ້ມາດຕະຖານດີຂຶ້ນ, ຮັບປະກັນເຮັດໃຫ້ປະຊາຊົນເຂົ້າເຖິງການນໍາໃຊ້ນໍ້າສະອາດ; ສູ້ຊົນຈັດຕັ້ງປະຕິບັດ 2 ຄາດໝາຍຂອງຂະແໜງ ການທີ່ມີຄວາມສ່ຽງຈະບໍ່ບັນລຸ ກໍຄືອັດຕາການເກີດລູກມີແພດຊ່ວຍ ແລະ ອັດຕາການໃຫ້ວັກຊິນກັນພະຍາດ.
3) ຂົງເຂດແຮງງານ ແລະ ສະຫວັດດີການ-ສັງຄົມ: ສຸມໃສ່ແກ້ໄຂບັນຫາຂາດແຄນແຮງງານຢູ່ພາຍໃນປະເທດ ແລະ ການຫຼັ່ງໄຫຼໄປອອກແຮງງານຢູ່ຕ່າງປະເທດ, ເອົາໃຈໃສ່ເຝິກອົບຮົມ ແລະ ພັດທະນາສີມືແຮງງານ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ, ປຸກລະດົມຮັບບໍລິຈາກເລືອດ ແລະ ສະໜອງເລືອດທີ່ປອດໄພ ເພື່ອນໍາໃຊ້ເຂົ້າໃນການປິ່ນປົວສຸຂະພາບ, ກຳນົດຈໍານວນຕົວເລກຜູ້ທີ່ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກ ແລະ ຜູ້ທີ່ຍັງບໍ່ທັນໄດ້ຮັບການຊົດເຊີຍ ໃຫ້ຊັດເຈນຕື່ມ.
4) ດ້ານການທ່ອງທ່ຽວ: ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ວຽກງານການທ່ອງທ່ຽວ ເປັນຕົ້ນ: ຂຸດຄົ້ນ ແລະ ນໍາໃຊ້ທ່າແຮງງານບົ່ມຊ້ອນຂອງທ້ອງຖິ່ນ, ສົ່ງເສີມການທ່ອງທ່ຽວທາງດ້ານທໍາມະຊາດ ແລະ ຊີວະນານາພັນ, ວັດທະ ນະທໍາທາງດ້ານປະຫວັດສາດ, ດ້ານກະສິກຳ ແລະ ຫັດຖະກຳ.
ນອກຈາກນີ້, ຜູ້ແທນສະເໜີໃຫ້ລັດຖະບານນໍາໄປຄົ້ນຄວ້າພິຈາລະນາຄືນ ເປັນຕົ້ນ: ຮີບຮ້ອນຄົ້ນຄວ້າສ້າງ ແລະ ປັບປຸງນິຕິກຳ ເພື່ອຮັບໃຊ້ແກ່ວຽກງານດັ່ງກ່າວໃຫ້ສຳເລັດ, ມີກົນໄກປະສານງານ ການແບ່ງຄວາມຮັບຜິດຊອບໃຫ້ຈະແຈ້ງ. ກອງປະຊຸມເຫັນດີກ່ຽວກັບການກຳນົດເວລາໃນການຈັດຕັ້ງປະຕິບັດ ຄວນໃຫ້ໄປຄຽງຄູ່ກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X, ກໍລະນີການຈັດຕັ້ງປະຕິບັດບໍ່ສໍາເລັດ ກໍໃຫ້ສືບຕໍ່; ພ້ອມກັນນີ້, ກໍໃຫ້ເອົາໃຈໃສ່ໂຄສະນາເຜີຍແຜ່ເນື້ອໃນຈິດໃຈຂອງວາລະແຫ່ງຊາດສະບັບນີ້ ໃຫ້ທົ່ວປວງຊົນໄດ້ຮັບຮູ້, ເຂົ້າໃຈຢ່າງກວ້າງຂວາງ ແລະ ທົ່ວເຖິງ.
ຄໍາເຫັນ ສສຊ ຕໍ່ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ
