ພວກຂ້າພະເຈົ້າ ຄອບຄົວ ພົມວິຫານ ຂໍສະແດງຄວາມຮູ້ບຸນຄຸນ ແລະ ຄວາມຂອບໃຈອັນເລິກເຊິງ ຕໍ່ການນໍາພັກ-ລັດ, ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ຄະນະຮັບຜິດຊອບຊາປະນະກິດລະດັບຊາດ, ບັນດາອະນຸກໍາມະການ, ຄະນະພັກ-ອົງການປົກຄອງທ້ອງຖິ່ນ ຕະຫຼອດຮອດພະນັກງານ, ທະຫານ, ຕຳຫຼວດ, ຊາວໜຸ່ມ, ເຍົາວະຊົນ ແລະ ນັກຮຽນ, ການນໍາຂອງປະເທດເພື່ອນມິດ, ຄະນະຜູ້ແທນຕ່າງປະເທດ, ທູຕານຸທູດ, ບັນດາອົງການຈັດຕັ້ງສາກົນ, ເພື່ອນມິດສະຫາຍ, ຍາດພີ່ນ້ອງ ທັງຢູ່ພາຍໃນ ແລະ ຕ່າງປະເທດ ທີ່ໄດ້ໃຫ້ກໍາລັງໃຈ, ໃຫ້ຄວາມອົບອຸ່ນ, ແບ່ງເບົາຄວາມທຸກໂສກ ແລະ ໃຫ້ການຊ່ວຍເຫຼືອດ້ານຕ່າງໆ ເຮັດໃຫ້ງານຊາປະນະກິດລະດັບຊາດ ແລະ ພິທີທໍາບຸນເຖິງດວງວິນຍານຂອງທ່ານ ໄຊສົມພອນ ພົມວິຫານ ໄດ້ດຳເນີນໄປຢ່າງສົມກຽດ ແລະ ສຳເລັດລຸລ່ວງໄປດ້ວຍດີ.
ພວກຂ້າພະເຈົ້າ ຂໍຈົດຈໍາ ແລະ ລະລຶກໄວ້ໃນຄວາມຊົງຈໍາຂອງຄອບຄົວ ພົມວິຫານ ຕະຫຼອດໄປ.
ຂໍອວຍພອນໄຊອັນປະເສີດແດ່ບັນດາທ່ານການນໍາ, ອະດີດການນໍາ ພັກ-ລັດ, ເພື່ອນມິດສະຫາຍ ທັງພາຍໃນ ແລະ ຕ່າງປະເທດ, ຍາດພີ່ນ້ອງທຸກໆທ່ານ ຈົ່ງມີສຸຂະພາບພະລານາໄມສົມບູນແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານຂອງບັນດາທ່ານດ້ວຍເຖີ້ນ.
ດ້ວຍຄວາມຮູ້ບຸນຄຸນ
ຈາກຄອບຄົວ ພົມວິຫານ
