(ສພຊ) – ລະຫວ່າງວັນທີ 6-12 ກໍລະກົດ 2026, ທ່ານ ມີໄຊ ພົມເຂ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ, ປະທານຄະນະສະມັດຊາລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງ (APF) ຂອງສະພາແຫ່ງຊາດລາວ ແລະ ທ່ານ ຄໍາແສນ ສີສະວົງ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ, ຮອງປະທານຄະນະສະມັດຊາລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງ ພ້ອມດ້ວຍວິຊາການ ແລະ ຄະນະຊາວໜຸ່ມ ໄດ້ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງ ຄັ້ງທີ 51 (La 51ème Session de l’Assemblée Parlementaire de la Francophonie) ແລະ ກອງປະຊຸມສະມັດຊາໃຫຍ່ລັດຖະສະພາຊາວໜຸ່ມທີ່ໃຊ້ພາສາຝຣັ່ງ ຄັ້ງທີ 11 (la 11è Parlement francophone des jeunes de l’APF (PFJ)) ທີ່ນະຄອນຫຼວງຢາອຸນເດ (Yaounde ), ປະເທດກາເມີຣູນ.

ກອງປະຊຸມສະມັດຊາໃຫຍ່ APF ໄດ້ມີຄະນະຜູ້ແທນຈາກ 39 ປະເທດສະມາຊິກ APF ພ້ອມດ້ວຍຜູ້ຕາງໜ້າອົງການຝຣັ່ງໂກໂຟນີສາກົນ (OIF), ຄະນະເລຂາທິການໃຫຍ່ຂອງສະມັດຊາ APF, ຄະນະນໍາຈາກປະເທດກາເມີຣູນ, ບັນດາສະມາຊິກລັດຖະສະພາ ແລະ ເຈົ້າໜ້າທີ່ກ່ຽວຂ້ອງຂອງປະເທດເຈົ້າພາບ ລວມ 400 ກວ່າທ່ານເຂົ້າຮ່ວມ; ພ້ອມດຽວກັນນີ້, ໃນກອງປະຊຸມສະມັດຊາໃຫຍ່ລັດຖະສະພາຊາວໜຸ່ມ APF ໄດ້ມີຕົວແທນຊາວໜຸ່ມຈາກ 61 ປະເທດສະມາຊິກ APF ຈໍານວນ 180 ກວ່າທ່ານເຂົ້າຮ່ວມ. ກອງປະຊຸມສະມັດຊາໃຫຍ່ APF ໄດ້ດໍາເນີນໄປພາຍໃຕ້ຫົວຂໍ້ຕົ້ນຕໍ “ການພົວພັນພະຫຸພາຄີ (ຫຼາຍຝ່າຍ) ແລະ ອະທິປະໄຕຂອງລັດ (Multilatéralisme et souveraineté des Etats)” ແລະ ດໍາເນີນໄປຄວບຄູ່ກັບບັນດາກອງປະຊຸມຍ່ອຍທີ່ສໍາຄັນເຊັ່ນ: ກອງປະຊຸມຄະນະບໍລິຫານງານ APF, ກອງປະຊຸມຂອງ 4 ກໍາມາທິການປະຈໍາ APF (ກໍາມາທິການການເມືອງ; ກຳມາທິການວຽກງານລັດຖະສະພາ; ກຳມາທິການເສດຖະກິດ, ສັງຄົມ ແລະ ສິ່ງ ແວດລ້ອມ; ກຳມາທິການສຶກສາ, ວັດທະນະທຳ ແລະ ການສື່ສານ) ແລະ ກອງປະຊຸມ 2 ເຄືອຂ່າຍປະຈໍາຂອງ APF (ເຄືອຂ່າຍສະມາຊິກລັດຖະພາເພດຍິງ ແລະ ເຄືອຂ່າຍສະມາຊິກລັດຖະສະພາໜຸ່ມ).

ຄະນະຜູ້ແທນໄດ້ຮ່ວມກັນປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນທີ່ກ່ຽວຂ້ອງກັບການປັບປຸງດ້ານງົບປະມານພາຍໃນອົງການ, ຮັບຮອງບົດລາຍງານການເງິນປະຈຳປີ 2025, ປັບປຸງແຜນງົບປະມານປີ 2026 ແລະ ຕັດສິນໃຈຈັດຕັ້ງຄະນະເຮັດວຽກເພື່ອທົບທວນຫຼັກເກນການຄິດໄລ່ຄ່າບຳລຸງຂອງສະມາຊິກ ພ້ອມທັງອະນຸຍາດໃຫ້ນຳໃຊ້ກອງທຶນສະໜັບສະໜູນ ເພື່ອສົ່ງເສີມກິດຈະກຳການທູດລັດຖະສະພາ ແລະ ການຈັດກອງປະຊຸມສາກົນ; ນອກຈາກນີ້, ຍັງໄດ້ຮັບຟັງການລາຍງານກ່ຽວກັບສະຖານະການທາງການເມືອງໃນບັນດາປະເທດຝຣັ່ງໂກໂຟນີ, ຮັບຮອງມະຕິຮັບປະເທດກາບົງ ແລະ ປະເທດຊາດ (Chad) ກັບຄືນເປັນສະມາຊິກສົມບູນ, ສືບຕໍ່ຕິດຕາມສະຖານະການທີ່ພົ້ນເດັ່ນໃນສາກົນ ໂດຍສະເພາະປະເທດທີ່ໃຊ້ພາສາຝຣັ່ງ. ພ້ອມດຽວກັນນັ້ນ, ກໍໄດ້ຮັບຟັງບົດລາຍງານຜົນສໍາເລັດກອງປະຊຸມຂອງຄະນະກໍາມາທິການ, ຄະນະພາກພື້ນ, ຄະນະເຄືອຂ່າຍປະຈໍາ APF ຄັ້ງທີ່ຜ່ານມາ ພ້ອມທັງຮັບຮອງການປ່ຽນແປງອົງປະກອບຂອງຄະນະບໍລິຫານ APF ຊຸດໃໝ່ ໂດຍໃນນັ້ນໄດ້ມີການຮັບຮອງການແຕ່ງຕັ້ງທ່ານ ມີໄຊ ພົມເຂ ເຂົ້າເປັນສະມາຊິກຄະນະບໍລິຫານ APF ຢ່າງເປັນທາງການ; ນອກນັ້ນ, ຍັງໄດ້ຮັບຮອງຮ່າງບົດບັນຍັດວ່າດ້ວຍການກຳຈັດຂີ້ເຫຍື້ອພາດສະຕິກ, ສະເໜີການປັບປຸງຂໍ້ບັງຄັບ ແລະ ກົດລະບຽບພາຍໃນຂອງ APF, ສ້າງຕັ້ງຄະນະອະນຸກຳມະການດ້ານປ້ອງກັນຊາດ ແລະ ຄວາມໝັ້ນຄົງ, ພິຈາລະນາຮັບຮອງກຳນົດສະຖານທີ່, ວັນ ແລະ ເວລາ ຈັດກອງປະຊຸມສະມັດຊາໃຫຍ່ APF ຄັ້ງທີ 52 ໃນປີ 2027 ແລະ ຄັ້ງທີ 53 ໃນປີ 2028.
ໃນການເຂົ້າຮ່ວມກອງປະຊຸມ, ຄະນະຜູ້ແທນສະພາແຫ່ງຊາດລາວ ໄດ້ຂຶ້ນກ່າວບົດປາໄສໃນຫົວຂໍ້ “ການພົວພັນພະຫຸພາຄີ ແລະ ອະທິປະໄຕຂອງລັດ” ເຊິ່ງເນັ້ນເຖິງການຮ່ວມມືແບບຫຼາຍຝ່າຍ ແມ່ນກົນໄກໜຶ່ງທີ່ສຳຄັນໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢ່າງຍືນຍົງ ພ້ອມທັງຢືນຢັນວ່າ ສປປລາວ ໃຫ້ຄວາມສຳຄັນຕໍ່ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ (Sustainable Development Goals – SDGs), ການເສີມສ້າງນິຕິທຳ ແລະ ການຮ່ວມມືສາກົນຢ່າງຕໍ່ເນື່ອງ ໂດຍຢຶດໝັ້ນໃນຫຼັກການພະຫຸພາຄີ ແລະ ຮຽກຮ້ອງໃຫ້ປະຊາຄົມໂລກທັງໝົດ ຮ່ວມກັນເສີມສ້າງການເຈລະຈາ, ຄວາມສາມັກຄີທີ່ເປັນນໍ້າໜຶ່ງໃຈດຽວກັນ ແລະ ການຮ່ວມມື ເພື່ອສ້າງອະນາຄົດແຫ່ງສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນສຳລັບທຸກປະເທດ ແລະ ປະຊາຄົມໂລກ.
ຂະນະດຽວກັນ, ກອງປະຊຸມສະມັດຊາໃຫຍ່ລັດຖະສະພາຊາວໜຸ່ມທີ່ໃຊ້ພາສາຝຣັ່ງ ກໍໄດ້ດໍາເນີນໄປພາຍໃຕ້ຫົວຂໍ້ຕົ້ນຕໍ “ການປ່ຽນແປງສະພາບດິນຟ້າອາກາດ, ການພັດທະນາ ແລະ ຄວາມສາມັກຄີບັນດາປະເທດທີ່ໃຊ້ພາສາຝຣັ່ງ: ໃນໂລກທີ່ປະເຊີນກັບວິກິດການຫຼາຍຢ່າງ, ຄຳໝັ້ນສັນຍາແບບໃດທີ່ຈຳເປັນ? (Changement climatique, développement et solidarité francophone : quels engagements dans un monde traversé par les crises ?)” ແລະ ແລກປ່ຽນປະກອບຄໍາເຫັນໃສ່ຮ່າງມະຕິ ພາຍໃຕ້ 4 ຫົວຂໍ້ຍ່ອຍສໍາຄັນເຊັ່ນ: “ການຮ່ວມມືສາກົນເພື່ອຮັບມືກັບຄວາມທ້າທາຍຂອງຜູ້ພັດຖິ່ນຍ້າຍຖານອັນເນື່ອງມາຈາກການປ່ຽນແປງສະພາບອາກາດ”, “ການມີສ່ວນຮ່ວມຕາມຫຼັກປະຊາທິປະໄຕຂອງໄວໜຸ່ມໃນປະຊາຄົມຝຣັ່ງໂກໂຟນ”, “ສື່ສັງຄົມອອນລາຍ ແລະ ໄວໜຸ່ມ: ຈະບໍລິຫານ ແລະ ສົ່ງເສີມການນຳໃຊ້ຢ່າງເໝາະສົມໄດ້ແນວໃດ?” ແລະ “ການມີສ່ວນຮ່ວມຂອງໄວໜຸ່ມ ໃນຂະບວນການສ້າງສັນຕິພາບ ແລະ ການປ້ອງກັນຄວາມຂັດແຍ້ງ”, ເຊິ່ງທ່ານ ນາງ ສຸມານາ ນໍຣິນ ແລະ ທ່ານ ສຸກັນຍາ ໄຊຍະແສງ ນັກສຶກສາຈາກພາກວິຊາພາສາຝຣັ່ງ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ, ຕາງໜ້າຄະນະຊາວໜຸ່ມຂອງສະພາແຫ່ງຊາດລາວ ກໍໄດ້ປະກອບສ່ວນຈົນສຸດກົກສຸດປາຍ ແລະ ແລກປ່ຽນປະກອບຄໍາເຫັນໃນທຸກຫົວຂໍ້ຢ່າງຕັ້ງໜ້າ.
ໃນຕອນທ້າຍຂອງກອງປະຊຸມ ໄດ້ມີການຮັບຮອງກຳນົດການຈັດກອງປະຊຸມສະມັດຊາໃຫຍ່ APF ຄັ້ງທີ 52 ໃນລະຫວ່າງວັນທີ 5-9 ກໍລະກົດ 2027 ທີ່ປະເທດລຸກຊໍາບວກ ແລະ ຄັ້ງທີ 53 ໃນປີ 2028 ທີ່ເກເບັກ (Quebec), ປະເທດການາດາ; ພ້ອມດຽວກັນນີ້, ກໍໄດ້ມີພິທີມອບ-ຮັບຕໍາແໜ່ງປະທານສະມັດຊາລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງຜູ້ໃໝ່ ສົກປີ 2026-2028 ໂດຍໄດ້ຮັບຮອງ ແລະ ແຕ່ງຕັ້ງທ່ານ ນາງ ນາຕາລີ ລອຍ (Nathalie Roy) ຮອງປະທານສະພາຜູ້ທີ 1, ປະທານຄະນະສະມັດຊາລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງ ຂອງສະພາແຫ່ງຊາດເກເບັກ ດໍາລົງຕໍາແໜ່ງເປັນປະທານ APF ຜູ້ໃໝ່ຢ່າງເປັນທາງການ.

