loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຄະນະປົກປ້ອງກົດໝາຍຂັ້ນແຂວງ,ໄດ້ຈັດກອງປະຊຸມປືກສາຫາລືວຽກງານປົກປ້ອງກົດໝາຍຂັ້ນແຂວງ

ມ.ສ. 6, 2022 | ເຂດ 3 ຫຼວງນ້ຳ​ທາ

ວັນທີ່ 30 ມີນາ 2022 ນີ້ຢູ່ທີ່ສະພາປະຊາຊົນແຂວງ,ຄະນະປົກປ້ອງກົດໝາຍຂັ້ນແຂວງ,ໄດ້ຈັດກອງປະຊຸມປືກສາຫາລືວຽກງານປົກປ້ອງກົດໝາຍຂອງແຂວງຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໂດຍການເປັນປະທານຂອງ ທ່ານ ຄໍາຟອງ ອິນມານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ຫົວໜ້າຄະນະປົກປ້ອງກົດໝາຍຂັ້ນແຂວງ, ມີບັນດາທ່ານຄະນະປົກປ້ອງກົດໝາຍຂັ້ນແຂວງຄື ຫົວໜ້າກອງບັນຊາການທະຫານແຂວງ,ຮອງປະທານສະພາປະຊາຊົນ,ປະທານຄະນະກໍາມະການຍຸຕິທໍາ ປກຊ-ປກສ ສະພາປະຊາຊົນແຂວງ ,ຮອງຫົວໜ້າຫ້ອງຕໍາຫຼວດ ປກສ ແຂວງ,ປະທານສານປະຊາຊົນ,ໄອຍະການປະຊາຊົນ,ກວດກາແຂວງ,ຫົວໜ້າພະແນກຍຸຕິທໍາແຂວງ,ຫົວໜ້າ,ຮອງໜ້າຂະແໜງ,ພະນັກງານວິຊາການກຽ່ວຂ້ອງເຂົ້າຮວ່ມ10ກວ່າທ່ານ, ໃນວາລະດໍາເນີນປະຊຸມແມ່ນໄດ້ຜ່ານມະຕິຕົກລົງວ່າດ້ວຍການແຕ່ງຕັ້ງຄະນະປົກປ້ອງກົດໝາຍຂັ້ນແຂວງເລກທີ່08/ຄປພຂລົງວັນທີ21ກຸມພາ2022,ລາຍງານການແກ້ໄຂບັນດາຄໍາຮ້ອງຕ່າງໆ,ຄໍາຮ້ອງທີ່ໄດ້ຮັບໃໝ່,ຮ່າງຂໍ້ກໍານົດເຈົ້າແຂວງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະປົກປ້ອງກົດໝາຍຊັ້ນແຂວງ ແລະ ປະກອບຄໍາຄິດຄໍາເຫັນ,ປືກສາຫາລືວຽກງານຕ່າງໆຂອງຄະນະປົກປ້ອງກົດໝາຍຂັ້ນແຂວງ,ກອງປະຊຸມດໍາເນີນເປັນເວລາ1ຕອນ ແລະ ມີຜົນສໍາເລັດຕາມລະດັບຄາດໝາຍ

ໂດຍ ນາງ ອາເມີງ ວີແຄລູ