loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຄະນະປະຈໍາສະພາແຫ່ງຊາດ ຖະແຫຼງຂ່າວກ່ຽວກັບຜົນການຄົ້ນຄວ້າ ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດ

ມ.ກ. 30, 2023 | SlideMobile

​(ສພຊ) ໃນຕອນເຊົ້າວັນທີ 30 ມັງກອນ 2023 ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານຄະນະປະຈໍາສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການຄົ້ນຄວ້າ ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນພື້້ນຖານຂອງປະເທດຊາດ ໃນກອງປະຊຸມສະໄໝສາມັນຂອງຄະນະປະຈໍາສະພາແຫ່ງຊາດ ຊຸດທີ IX ປະຈໍາເດືອນມັງກອນ 2023 ຕໍ່ສື່ມວນຊົນ ວ່າ: ກອງປະຊຸມສະໄໝສາມັນ ຂອງຄະນະປະຈໍາສະພາແຫ່ງຊາດ ຊຸດທີ IX ປະຈໍາເດືອນມັງກອນ 2023 ໄດ້ດໍາເນີນເປັນເວລາ 2 ວັນເຕັມ ໃນລະຫວ່າງວັນທີ 30-31 ມັງກອນ 2023 ໂດຍການນຳພາຂອງທ່ານ ປອ. ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານຄະນະປະຈຳສະພາແຫ່ງຊາດ, ໂດຍມີບັນດາທ່ານ ຮອງປະທານຄະນະປະຈໍາສະພາແຫ່ງຊາດ, ບັນດາທ່ານ ກໍາມະການຄະນະປະຈໍາສະພາແຫ່ງຊາດ ເຂົ້າຮ່ວມຢ່າງພ້ອມພຽງ ຈໍານວນ 15 ທ່ານ.
ຜ່ານການຄົ້ນຄວ້າພິຈາລະນາ, ປະກອບຄຳຄິດຄຳເຫັນຢ່າງເລິກເຊິ່ງຖີ່ຖ້ວນ ຂອງບັນດາທ່ານ ຄະນະປະຈຳສະພາແຫ່ງຊາດ ຕໍ່ຄໍາສະເໜີຂອງນາຍົກລັດຖະມົນຕີ ກ່ຽວກັບການພິຈາລະນາຮັບຮອງເອົາການຍົກຍ້າຍ ແລະ ແຕ່ງຕັ້ງສະມາຊິກລັດຖະບານ ຢູ່ໃນກອງປະຊຸມຄະນະປະຈຳສະພາແຫ່ງຊາດ ປະຈຳເດືອນມັງກອນ 2023 ໃນວາລະຕອນເຊົ້າຂອງວັນທີ 30 ມັງກອນ 2023 ໄດ້ຕົກລົງຄືດັ່ງນີ້:
ຕາງໜ້າຄະນະປະຈຳສະພາແຫ່ງຊາດ ມີຄວາມຍິນດີ ແລະ ຖືເປັນກຽດແຈ້ງມາ​ຍັງບັນດາທ່ານ ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນຂັ້ນແຂວງ, ພະນັກງານ, ທະຫານ, ຕຳຫຼວດ, ຊາວຜູ້ອອກແຮງງານ, ພໍ່ແມ່ພີ່ນ້ອງ, ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ແລະ ພີ່ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດຮັບຊາບ ກ່ຽວກັບຜົນສຳເລັດການພິຈາລະນາບັນຫາພື້ນຖານສໍາຄັນຂອງປະເທດຊາດຄື:
I. ກອງປະຊຸມຂອງຄະນະປະຈໍາສະພາແຫ່ງຊາດ ຊຸດທີ IX ປະຈໍາເດືອນມັງກອນ 2023 ໄດ້ຕົກລົງເຫັນດີດັ່ງນີ້:
1) ຍົກຍ້າຍ ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄປຮັບໜ້າທີ່ໃໝ່ ຢູ່ແຂວງຫຼວງນໍ້າທາ;
2) ຍົກຍ້າຍ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີ ກະຊວງການເງິນ ໄປຮັບໜ້າທີ່ໃໝ່ ຢູ່ແຂວງສະຫວັນນະເຂດ;
3) ຍົກຍ້າຍ ທ່ານ ດາວວົງ ພອນແກ້ວ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄປຮັບໜ້າທີ່ໃໝ່ ຢູ່ແຂວງສາລະວັນ;
4) ແຕ່ງຕັ້ງ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ມາຮັບໜ້າທີ່ໃໝ່ ເປັນລັດຖະມົນຕີ ກະຊວງການເງິນ;
5) ແຕ່ງຕັ້ງ ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງສາລະວັນ ມາຮັບໜ້າທີ່ໃໝ່ ເປັນລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່;
6) ແຕ່ງຕັ້ງ ທ່ານ ງາມປະສົງ ເມືອງມະນີ ເປັນລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ;
II. ຄຽງຄູ່ກັບການພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດດັ່ງທີ່ກ່າວມາຂ້າງເທິງນັ້ນ, ໃນໄລຍະດຳເນີນກອງປະຊຸມນີ້ ຈະໄດ້ຄົ້ນຄວ້າພິຈາລະນາ ຮັບຟັງຜົນການຮຽບຮຽງກົດໝາຍ ຈໍານວນ 12 ສະບັບ ທີ່ໄດ້ຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX, ຮັບຟັງການລາຍງານສະພາບການປັບປຸງແຜນການສ້າງກົດໝາຍ ປີ 2023-2025, ຄົ້ນຄວ້າພິຈາລະນາ ບາງຄໍາຮ້ອງຂໍຄວາມເປັນທໍາ ແລະ ຄົ້ນຄວ້າພິຈາລະນາວຽກງານພາຍໃນສະພາແຫ່ງຊາດ ເຊັ່ນ: ພິຈາລະນາວຽກງານ ຂອງບັນດາກໍາມາທິການ, ຄະນະເລຂາທິການ ແລະ ສະຖາບັນຄົ້ນຄວ້ານິຕິກໍາສະພາແຫ່ງຊາດ.
ອີກເທື່ອໜຶ່ງ ຕາງໜ້າຄະນະປະຈຳສະພາແຫ່ງຊາດ, ຂໍຂອບໃຈມາຍັງບັນດາທ່ານ ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນຂັ້ນແຂວງ, ພະນັກງານ, ທະຫານ, ຕຳຫຼວດ, ຊາວຜູ້ອອກແຮງງານ, ພໍ່ແມ່ພີ່ນ້ອງ, ປະຊາຊົນລາວບັນດາເຜົ່າທຸກຊັ້ນຄົນ ໃນທົ່ວປະເທດ ແລະ ພີ່ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດ ທີ່ໄດ້ຕິດຕາມການຖະແຫຼງຂ່າວ ການດຳເນີນກອງປະຊຸມສະໄໝສາມັນຂອງຄະນະປະຈໍາ ຂອງສະພາແຫ່ງຊາດ ຊຸດທີ IX ປະຈໍາເດືອນມັງກອນ 2023 ໃນຄັ້ງນີ້.
ຂໍສະແດງຄວາມຂອບໃຈ ແລະ ຊົມເຊີຍຢ່າງຈິງໃຈ ມາຍັງພາກສ່ວນສື່ມວນຊົນທຸກສຳນັກຂ່າວ ລວມທັງໂທລະພາບແຫ່ງຊາດ, ວິທະຍຸກະຈາຍສຽງແຫ່ງຊາດ ແລະ ສື່ສິ່ງພິມປະເພດຕ່າງໆ ທີ່ໄດ້ຕິດຕາມຂ່າວຢ່າງໃກ້ຊິດ ເພື່ອເກັບກຳຂ່າວ ແລະ ເຜີຍແຜ່ຢ່າງທັນການ ກ່ຽວກັບການດຳເນີນກອງປະຊຸມໃນຄັ້ງນີ້ ໃຫ້ແກ່ສັງຄົມໄດ້ຮັບຊາບຢ່າງທົ່ວເຖິງ.