loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຄະນະບໍລິຫານງານພັກສະພາແຫ່ງຊາດສະຫຼຸບການເຄື່ອນໄຫວວຽກງານ

ທ.ວ. 7, 2020 | ຂ່າວກອງປະຊຸມ

(ສພຊ) ວັນທີ 25 ພະຈິກ 2020 ທີ່ຫ້ອງປະຊຸມຄະນະເລຂາທິການສະພາແຫ່ງຊາດ (ຫລັກ 6) ນະຄອນ ຫລວງວຽງຈັນ, ຄະນະບໍລິຫານງານພັກສະພາແຫ່ງຊາດ ໄດ້ຈັດກອງປະຊຸມສະຫລຸບວຽກງານການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2020 ແລະ ທິດທາງແຜນການປະຈຳປີ 2021 ຢູ່ພາຍໃນສະພາແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ພົທ. ແສງນວນ ໄຊຍະລາດ ເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດ; ເຂົ້າຮ່ວມມີກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດ; ມີບັນດາຄະນະປະຈຳພັກ, ຄະນະພັກສະພາແຫ່ງຊາດ, ເລຂາ-ຮອງເລຂາຮາກຖານພັກ, ຕາງໜ້າຈາກຈັດຕັ້ງສູນກາງພັກ ແລະ ກວດກາສູນກາງພັກ ຕະຫລອດຮອດສະມາຊິກພັກສົມບູນ-ສຳຮອງພາຍໃນສະພາແຫ່ງຊາດເຂົ້າຮ່ວມ ຈຳນວນ 197 ສະຫາຍ ຍິງ 75 ສະຫາຍ.

ທັງນີ້, ເພື່ອເປັນການສະຫລຸບຕີລາຄາກວດກາຄືນ ກ່ຽວກັບການຈັດຕັ້ງປະຕິບັດແຜນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ພາຍໃນອົງຄະນະພັກສະພາແຫ່ງຊາດ ປະຈຳປີ 2020 ແລະ ທິດທາງແຜນການເຄື່ອນໄຫວປີ 2021; ເພື່ອເປັນບ່ອນອີງ ແລະ ຄາດໝາຍສູ້ຊົນໃຫ້ບັນດາຮາກຖານພັກ, ໜ່ວຍພັກ ຕ້ອງໄດ້ບຸກບືນສູ້ຊົນສ້າງໜ່ວຍພັກຕົນໃຫ້ກາຍເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ມີຄຸນນະພາບຫລາຍຂຶ້ນກວ່າເກົ່າ;  ເພື່ອປະກອບຄວາມຄິດຄວາມເຫັນໃສ່ຮ່າງລາຍງານການເມືອງ ຂອງອົງຄະນະພັກສະພາແຫ່ງຊາດ ຄັ້ງທີ III ຕໍ່ກອງປະຊຸມໃຫຍ່ອົງຄະນະພັກສະພາແຫ່ງຊາດ ຄັ້ງທີ IV ທີ່ຈະມາເຖິງ ແລະ ເພື່ອປ່ອນບັດຄັດເລືອກເອົາຜູ້ແທນສົມບູນ, ສຳຮອງ ເຊິ່ງຈະເປັນຕົວແທນຂອງສະມາຊິກພັກທັງໝົດຂອງສະພາແຫ່ງຊາດ ເຂົ້າຮ່ວມກອງປະຊຸມໃຫຍ່ຄະນະບໍລິຫານງານສູນກາງພັກ ຄັ້ງທີ XI.

ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງ ແລະ ປະກອບຄຳຄິດຄຳເຫັນຕໍ່ບົດສະຫລຸບການເຄື່ອນໄຫວວຽກງານຂອງຄະນະບໍລິຫານງານພັກສະພາແຫ່ງຊາດ, ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2020 ແລະ ທິດທາງແຜນການ ປະຈຳປີ 2021; ພ້ອມທັງຮັບຟັງມະຕິຂອງຄະນະບໍລິຫານງານພັກສະພາແຫ່ງຊາດ ສະບັບເລກທີ 09/ຄພ.ສພຊ ວ່າດ້ວຍການຮັບຮອງເອົາການຈັດປະເພດໜ່ວຍພັກ, ສະມາຊິກພັກ ຢູ່ພາຍໃນອົງຄະນະພັກສະພາແຫ່ງຊາດ; ມະຕິຂອງຄະນະບໍລິຫານງານພັກສະພາແຫ່ງຊາດ ສະບັບເລກທີ 10/ຄພ.ສພຊ ວ່າດ້ວຍຮັບຮອງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຢູ່ພາຍໃນອົງຄະນະພັກສະພາແຫ່ງຊາດ ແລະ ມະຕິຂອງຄະນະບໍລິຫານງານພັກສະພາແຫ່ງຊາດ ສະບັບເລກທີ 11/ຄພ.ສພຊ ວ່າດ້ວຍການຍ້ອງຍໍໜ່ວຍພັກ; ພ້ອມນັ້ນ, ຍັງໄດ້ມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ໃບຍ້ອງຍໍໃຫ້ແກ່ 11 ໜ່ວຍພັກ; ມອບໃບຍ້ອງຍໍ 5 ໜ່ວຍພັກ ເປັນຮາກຖານພັກແຂງ.

ໃນຕອນທ້າຍ, ປະທານກອງປະຊຸມໄດ້ມີຄຳເຫັນໂອ້ລົມ ເຊິ່ງທ່ານໄດ້ສະເໜີໃຫ້ບັນດາສະຫາຍຄະນະພັກສະພາແຫ່ງຊາດ, ບັນດາຮາກຖານພັກເອົາໃຈໃສ່ຜັນຂະຫຍາຍທິດທາງແຜນການວຽກງານປີ 2021 ຂອງຄະນະພັກສະພາແຫ່ງຊາດ ເປັນແຜນການເຄື່ອນໄຫວລະອຽດຂອງຄະນະພັກ, ຂອງບັນດາຮາກຖານພັກ ເພີ່ມທະວີຄວາມຮັບຜິດຊອບປະຕິບັດແຜນການສ້າງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ສືບຕໍ່ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ, ສະມາຊິກພັກໃຫ້ເປັນປົກກະຕິຕໍ່ເນື່ອງ; ເພີ່ມທະວີການຄົ້ນຄວ້າເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ມະຕິຂອງພັກໃນແຕ່ລະໄລຍະ, ມະຕິກອງປະຊຸມສະພາແຫ່ງຊາດ, ນິຕິກຳຕ່າງໆຂອງລັດ, ມະຕິຂອງຄະນະປະຈຳສະພາແຫ່ງຊາດ ເພື່ອສ້າງພະນັກງານ, ສະມາຊິກພັກໃຫ້ມີຄວາມເຊື່ອໝັ້ນຕໍ່ອຸດົມການຂອງພັກ, ມີຄວາມເປັນເອກະພາບຕໍ່ແນວທາງ ແລະ ເປັນເຈົ້າການເຂົ້າຮ່ວມປະຕິບັດໃຫ້ມີຜົນສຳເລັດ; ເພີ່ມທະວີບົດບາດການນຳພາຂອງພັກດ້ວຍການປັບປຸງແບບແຜນການນຳພາຂອງຄະນະພັກແຕ່ລະຂັ້ນ ເປັນຕົ້ນຕ້ອງຄົ້ນຄວ້າວາງລະບຽບການ, ຂໍ້ກຳນົດ, ແຜນການ ເຄື່ອນໄຫວນຳພາຂອງຄະນະພັກຂັ້ນຕ່າງໆ, ເພີ່ມທະວີຄວາມເປັນແບບຢ່າງ, ເສີມຂະຫຍາຍຫົວຄິດປະດິດສ້າງໄປຄຽງຄູ່ກັບການເສີມຂະຫຍາຍປະຊາທິປະໄຕພາຍໃນພັກຢ່າງກວ້າງຂວາງ ແລະ ບັນຫາໃດທີ່ຕົກລົງແລ້ວແຕ່ລະສະຫາຍຕ້ອງຈັດຕັ້ງປະຕິບັດຢ່າງເຂັ້ມງວດ; ສືບຕໍ່ຊີ້ນຳບັນດາຮາກຖານພັກຍົກສູງຄວາມຮັບຜິດຊອບຕໍ່ວຽກງານທີ່ໄດ້ຮັບມອບໝາຍ, ເຊີດຊູຄວາມເປັນແບບຢ່າງນຳໜ້າທີ່ດີຂອງສະມາຊິກພັກໃຫ້ແກ່ມະຫາຊົນ; ເພີ່ມທະວີວຽກງານບຳລຸງ ແລະ ກໍ່ສ້າງພະນັກງານໃຫ້ແກ່ຖັນແຖວພະນັກງານທີ່ມີຄຸນນະພາບ ແລະ ນຳໃຊ້ພະນັກງານໃຫ້ດີຢ່າງມີປະສິດທິຜົນ, ຈັດວາງ ແລະ ສັບຊ້ອນພະນັກງານຕາມຕຳແໜ່ງງານຕ່າງໆຢ່າງເໝາະສົມ; ຄະນະພັກຂັ້ນຕ່າງໆຕ້ອງເອົາໃຈໃສ່ວຽກງານກວດກາຢ່າງ ຮອບດ້ານເປັນປົກກະຕິ ແລະ ຍົກສູງບົດບາດຂອງບັນດາອົງການຈັດຕັ້ງມະຫາຊົນ ເພື່ອໃຫ້ອົງການຈັດຕັ້ງດັ່ງກ່າວເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ເປັນກຳລັງແຮງໃຫ້ແກ່ຄະນະພັກໃນການສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີ ແລະ ການມີສ່ວນຮ່ວມໃນການກໍ່ສ້າງ ແລະ ຂະຫຍາຍພັກໃຫ້ເຂັ້ມແຂງ.

ກອງປະຊຸມຍັງໄດ້ຮັບຟັງການຜ່ານບົດສະຫລຸບຜົນງານ 5 ປີ ຂອງຄະນະບໍລິຫານງານພັກສະພາແຫ່ງຊາດ ແລະ ຜ່ານມະຕິຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 102/ຄບສພ, ລົງວັນທີ 19 ມີນາ 2020 ວ່າດ້ວຍການກຳນົດຈຳນວນຜູ້ແທນສົມບູນເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ; ໄດ້ຜ່ານຂໍ້ຕົກລົງຂອງຄະນະປະຈຳພັກສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບຸກຄະລາກອນອອກຮັບສະໝັກເລືອກຕັ້ງ  ແລະ ຜ່ານຂໍ້ຕົກລົງຂອງຄະນະປະຈຳພັກສະພາແຫ່ງຊາດ ວ່າດ້ວຍການແຕ່ງຕັ້ງຄະນະກຳມະການຄວບຄຸມການປ່ອນບັດເລືອກຕັ້ງ; ຫລັງຈາກນັ້ນ, ກໍໄດ້ມີການປ່ອນບັດຄັດເລືອກເອົາຜູ້ແທນສົມບູນເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ XI ຂອງພັກປະຊາຊົນ ປະຕິວັດລາວ ເຊິ່ງການປ່ອນບັດຄັດເລືອກຄັ້ງນີ້ມີຜູ້ທີ່ມີສິດປ່ອນບັດ 197 ສະຫາຍ, ຍິງ 75 ສະຫາຍ; ມີຜູ້ສະໝັກ 9 ສະຫາຍ ຍິງ 2 ສະຫາຍ; ໃນນີ້, ເລືອກເອົາຜູ້ແທນສົມບູນ 5 ສະຫາຍ, ສຳຮອງ 2 ສະຫາຍ.

ແຫຼ່ງຂ່າວທີ່ມາ: ສະພາແຫ່ງຊາດ