ຄະນະຈັດຕັ້ງສູນກາງພັກ ໄດ້ອອກແຈ້ງການ

ສ.ຫ. 20, 2026

(ສພຊ) – ຄະນະຈັດຕັ້ງສູນກາງພັກ ໄດ້ອອກແຈ້ງການກ່ຽວກັບການແຕ່ງຕັ້ງສະຫາຍ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮັກສາການແທນເລຂາຄະນະບໍລິຫານງານພັກສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດ ທັງເປັນຮອງປະທານຄະນະປະຈຳສະພາແຫ່ງຊາດ ຊຸດທີ X ເປັນຮັກສາການແທນປະທານສະພາແຫ່ງຊາດ ທັງເປັນຮັກສາການແທນປະທານຄະນະປະຈຳສະພາແຫ່ງຊາດ ຊຸດທີ X ນັບແຕ່ວັນທີ 18 ສິງຫາ 2026 ເປັນຕົ້ນໄປ ຈົນກວ່າຈະມີມະຕິຂອງກອງປະຊຸມສະພາແຫ່ງຊາດ ເພື່ອຮັບຮອງເອົາການເລືອກຕັ້ງປະທານສະພາແຫ່ງຊາດ ຊຸດທີ X.