ຄະນະກໍາມະການເສດຖະກິດ ແລະ ການເງິນ ໃນການລົງຕິດຕາມກວດກາ ຢູ່ເມືອງນາແລ

ຕ.ລ. 2, 2026

ເພື່ອຮັບປະກັນໃຫ້ແກ່ການປະຕິບັດຕາມພາລະບົດບາດ ຂອງຄະນະກຳມະການເສດຖະກິດ ແລະ ການເງິນ ໃນການລົງຕິດຕາມກວດກາ ໃນລະຫວ່າງວັນທີ 29 ກັນຍາ – 2 ຕຸລາ 2026ນີ້ ຄະນະກຳມະການເສດຖະກິດ ແລະ ການເງິນ ສະພາປະຊາຊົນແຂວງຫລວງນ້ຳທາ ໄດ້ລົງຕິດຕາມກວດກາ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ, ແຜນງົບປະມານແຫ່ງລັດ ກ່ຽວກັບການລົງທຶນຂອງລັດ ແລະ ເອກະຊົນ ຢູ່ເມືອງນາແລ, ໃນນີ້ ໄດ້ເປີດກອງປະຊຸມຮ່ວມອົງການປົກຄອງເມືອງເພື່ອລາຍງານຈຸດປະສົງ ແລະ ຮັບຟັງການລາຍງານພາກສ່ວນທີ່ກ່ຽວຂ້ອງຂອງເມືອງ ຂຶ້ນທີ່ສະໂມສອນເມືອງ ພາຍໃຕ້ການເປັນປະທານຂອງທ່ານ ກົງເພັດ ແກ້ວບົວພາ ຄະນະປະຈຳສະພາປະຊາຊົນແຂວງ ຮອງປະທານສະພາປະຊາຊົນແຂວງ ໂດຍເຂົ້າຮ່ວມຂອງທ່ານ ທໍາມະວົງ ບຸນຖາວອນ ເລຂາຄະນະບໍລິຫານງານພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ, ມີສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ ທີ່ກ່ຽວຂ້ອງຂອງເມືອງເຂົ້່າຮ່ວມ.

ກອງປະຊຸມໄດຮັບຟັງການລາຍງານຕາມຄໍາຖາມເຈາະຈິ້ມເປັນຕົ້ນ; ສະພາບລວມການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານຂອງເມືອງປະຈຳ 6 ເດືອນ ຕົ້ນປີ 2026;  ການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດພາກປົກກະຕິ, ການລົງທຶນຂອງລັດຈາກທຶນຟື້ນຟູໄພພິບັດ, ການລົງທຶນຂອງລັດຈາກງົບປະມານເກີນແຜນ ແລະ ເງິນຈາກກອງທຶນທາງ  ແລະ ໄດ້ຮັບຟັງຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດບັນດາວຽກງານທີ່ລາຍງານ ທັງນີ້ ເພື່ອເປັນຂໍ້ມູນເພື່ອນໍາໄປຄົ້ນຄວ້າ, ພິຈາລະນາ່ໃນກອງປະຊຸມສະພາປະຊາຊົນແຂວງ, ໃຫ້ໄດ້ຮັບການແກ້ໄຂວຽກງານພາຍໃນເມືອງດີຂຶ້ນກວ່າເກົ່າ.

ນອກນັ້ນ ຍັງໄດ້ລົງຕິດຕາມກວດກາພື້ນທີ່ຕົວຈິງຂອງໂຄງການທະລຸເສັ້ນທາງແຕ່ບ້ານດອນທິບ ຫາ ບ້ານຈັດສັນ, ບ້ານຕະລຸຍ, ບ້ານສະພິມ ແລະ ບ້ານສະກຸ; ໂຄງການກໍ່ສ້າງໂຮງຮຽນປະຖົມບ້ານລ້ອງແຄນ; ໂຄງການກໍ່ສ້າງໂຮງຮຽນຕອນຕົ້ນຕະເຄີງ ເມືອງນາແລ; ໂຄງການຈຸດຕໍ່ເຕີມຫ້ອງການ ການເງິນເມືອງ ແລະ ໂຄງການສ້າງຫໍພັກກອງບັນຊາການທະຫານເມືອງນາແລ.

(ການລົງຕິດຕາມກວດກາຄັ້ງນີ້ໂດຍການສະໜັບສະໜູນທຶນຂອງມູນນິທິເອເຊຍ(ATF)

     ຂ່າວ; ວັນນີ ແຝງບົວວັນ