loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຄອບຄົວຜູ້ທີ່ຖືກຜົນກະທົບ ຈາກອັກຄີໄຟ ໄດ້ຮັບເຄື່ອງຊ່ວຍເຫລືອຈາກສະພາປະຊາຊົນແຂວງ

ມ.ຖ. 20, 2022 | ເຂດ 8 ຫົວ​ພັນ

 

ຕອນເຊົ້າ ວັນທີ 12 ມິຖຸນາ 2022 ຜ່ານມານີ້ນໍາໂດຍ ທ່ານ ສົມສັກ ດອນຈານິດ ກໍາມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ບັນດາທ່ານສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງວຽງໄຊ ແລະ ຮອງເລຂາທິການສະພາປະຊາຊົນແຂວງ ພ້ອມດ້ວຍທີມງານ ຕາງໜ້າສະພາປະຊາຊົນແຂວງ ມອບເຄື່ອງຊ່ວຍເຫລືອທີ່ຈຳເປັນ ແລະ ຮີບດ່ວນ ໃຫ້ຄອບຄົວທີ່ຖືກອັກຄີໄພ(ໄຟໄໝ້ເຮືອນ) ຂອງພໍ່ເຖົ້າ ສິງທອງ, ໃນຄອບຄົວ ມີສະມາຊິກທັງໝົດ 5 ຄົນ ຍິງ 2 ຄົນ ຢູ່ບ້ານບັກ ເມືອງວຽງໄຊ ແຂວງຫົວພັນ, ເຊິ່ງເຄື່ອງທີ່ນຳໄປຊ່ວຍເຫລືອຄັ້ງນີ້ ປະກອບມີ ເຄື່ອງໃຊ້ໃນຄົວເຮືອນ, ເຄື່ອງນຸ່ງຫົ່ມ ແລະ ເງິນສົດຈຳນວນ 1.000.000 ກີບ ລວມມູນຄ່າການຊ່ວຍເຫຼືອທັງໝົດ 2.800.000 ກີບ, ມອບໂດຍ ທ່ານ ສົມສັກ ດອນຈານິດ ແລະ ຮັບໂດຍຄອບຄົວ ພໍ່ເຖົ້າ ສິງທອງ, ເຫດການດັ່ງກ່າວໄດ້ເກີດຂຶ້ນ ຕອນເເລງ ຂອງວັນທີ 11 ມິຖຸນາ 2022 ຕາມການກວດກາຂອງເຈົ້າໜ້າທີ່ຕົວຈິງ ສາເຫດດັ່ງກ່າວແມ່ນເກີດຂຶ້ນ ຈາກໄຟຟ້າລັດວົງຈອນ ເຮັດໃຫ້ເກີດໄຟໄໝ້ເຮືອນ 1 ຫລັງ ແລະ ເຄື່ອງໃຊ້, ວັດຖຸພາຍໃນເຮືອນ ລວມມູນຄ່າເສຍຫາຍທັງໝົດ 175 ລ້ານກວ່າກີບ.

 ໂອກາດນີ້ ທ່ານ ສົມສັກ ດອນຈານິດ ພ້ອມດ້ວຍທີມງານຍັງໄດ້ສະແດງຄວາມເສຍໃຈຕໍ່ເຫດການທີ່ເກີດຂຶ້ນ ພ້ອມທັງຮຽກຮ້ອງມາຍັງ ພໍ່ແມ່ປະຊາຊົນພາຍໃນບ້ານຈົ່ງພ້ອມກັນຊ່ວຍເຫຼືອເບິ່ງແຍງຄອບຕົວດັ່ງກ່າວ ແລະ ພ້ອມກັນມີສະຕິໃນການນຳໃຊ້ໄຟຟ້າໃຫ້ຖືກຕ້ອງຕາມຫຼັກການເຕັກນິກວິຊາການ ຂອງລັດວິສາຫະກິດໄຟຟ້າລາວ ກຳນົດໄວ້ ເພື່ອຫຼີີກລ່ຽງອັກຄີໄພ ທີ່ເກີດຂຶ້ນຄືກັບເຫດການດັ່ງກ່າວ.

ຂ່າວໂດຍ ສພຂ