(ສພຊ) – ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໄລຍະ 9 ເດືອນ, ຄາດຄະເນໝົດປີ 2026 ແລະ ທິດທາງແຜນການປີ 2027 ແລະ ການສະເໜີເຫດຜົນ ແລະ ຄວາມຈໍາເປັນກ່ຽວກັບບັນຊີຢາເສບຕິດທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີ ທີ່ຖືກຄວບຄຸມການນໍາໃຊ້ ໂດຍສະເພາະຕໍ່ກັບທິດທາງແຜນການປີ 2027 ເຊິ່ງໄດ້ສະເໜີບາງຄຳເຫັນ ແລະ ມາດຕະການເພີ່ມຕື່ມດັ່ງນີ້:

1. ສືບຕໍ່ປະຕິບັດແຜນວຽກຈຸດສຸມໄລຍະ 3 ເດືອນທ້າຍປີ 2026 ທີ່ຍັງຄົງຄ້າງໃຫ້ມີຜົນສໍາເລັດ ລວມທັງສືບຕໍ່ຜັນຂະຫຍາຍມະຕິວ່າດ້ວຍບັນຊີຢາເສບຕິດທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີ ທີ່ຖືກຄວບຄຸມການນໍາໃຊ້ ໃຫ້ເປັນແຜນງານ, ໂຄງການລະອຽດ ແລະ ນໍາໄປຈັດຕັ້ງປະຕິບັດຢ່າງເຂັ້ມງວດ.
2. ສືບຕໍ່ປົກປັກຮັກສາ ແລະ ຮັບປະກັນໄດ້ສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບຂອງສັງຄົມ, ຍົກສູງປະສິດທິພາບການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ຕາມທິດສ້າງລັດທີ່ປົກຄອງດ້ວຍກົດໝາຍ; ເອົາໃຈໃສ່ຜັນຂະຫຍາຍມະຕິວ່າດ້ວຍບັນຊີຢາເສບຕິດທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີ ທີ່ຖືກຄວບຄຸມການນາໃຊ້ ເຂົ້າໃນວຽກງານປ້ອງກັນ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ໃຫ້ໄດ້ຮັບຈັດຕັ້ງປະຕິບັດຢ່າງເຂັ້ມງວດ.
3. ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ມີການຂະຫຍາຍຕົວ, ຍູ້ແຮງການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ຕາມທ່າແຮງບົ່ມຊ້ອນຂອງຊາດ ເຮັດໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ຕາມທິດວ່ອງໄວ, ມີຄຸນນະພາບ ແລະ ຍືນຍົງ.
4. ເອົາໃຈໃສ່ຈັດເກັບລາຍຮັບງົບປະມານຕາມທ່າແຮງບົ່ມຊ້ອນຕົວຈິງທີ່ມີ ແລະ ຖານລາຍຮັບໃໝ່ ໃຫ້ຄົບຖ້ວນ, ຄຸ້ມຄອງ ແລະ ປະຕິບັດລາຍຈ່າຍງົບປະມານໃຫ້ສອດຄ່ອງຕາມກົດໝາຍ ແລະ ວິໄນແຜນການ-ການເງິນຢ່າງເຂັ້ມງວດ, ຮັບປະກັນໃຫ້ມີແຫຼ່ງງົບປະມານການຊຳລະໜີ້ສິນພາຍໃນ ແລະ ຕ່າງປະເທດ ທີ່ແນ່ນອນ ແລະ ຍືນຍົງ.
5. ສືບຕໍ່ຕິດຕາມ, ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດຕາມມະຕິ 165/ສພຊ ກ່ຽວກັບການກໍ່ສ້າງສ້ອມແປງທາງໃນຮູບແບບໃໝ່ (OPBRC ແລະ PRTC) ແລະ ການປະຕິບັດສັນຍາຮັບເໝົາໃນແຕ່ລະຂັ້ນຕອນ ເພື່ອສະຫຼຸບຕີລາຄາ ລວມທັງແກ້ໄຂຂໍ້ຫຍຸ້ງຍາກ, ສະພາບຄວາມຊັກຊ້າຂອງໂຄງການ, ດໍາເນີນການກໍ່ສ້າງໃຫ້ສໍາເລັດ, ສາມາດຈັດເກັບຄ່າຜ່ານທາງເຂົ້າງົບປະມານຂອງລັດທີ່ໂປ່ງໃສ ແລະ ສາມາດກວດສອບໄດ້.
6. ຕິດຕາມກວດກາ, ປະເມີນຜົນການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ ໃຫ້ຖືກຕ້ອງຕາມຂັ້ນຕອນຂອງກົດໝາຍ ໂດຍສະເພາະການຊຳລະໜີ້ສິນໃຫ້ແກ່ໂຄງການລົງທຶນຂອງລັດທີ່ສໍາເລັດ 100% ທີ່ຄ້າງຊຳລະມາດົນ; ຄົ້ນຄວ້າຈັດສັນທຶນໃຫ້ແກ່ໂຄງການສືບຕໍ່ທີ່ເຫັນວ່າມີຄວາມສໍາຄັນ, ຈຳເປັນ ແລະ ໃກ້ຈະສຳເລັດ ໃຫ້ໄດ້ນໍາໃຊ້ໂດຍໄວ ເປັນຕົ້ນ ການສ້ອມແປງພື້ນຖານໂຄງລ່າງຢູ່ດ່ານສາກົນ (ເສັ້ນທາງ, ອາຄານ, ສາງເກັບຮັກສາ, ບ່ອນຄ່ຽນຖ່າຍສິນຄ້າ); ເອົາໃຈໃສ່ກຳນົດລາຄາຫົວໜ່ວຍ, ມາດຕະຖານເຕັກນິກ, ມູນຄ່າໂຄງການ, ບໍລິມາດວຽກຂອງໂຄງການສືບຕໍ່ ແລະ ສະເໜີໃໝ່ ບົນພື້ນຖານປະຢັດມັດທະຍັດ, ຮັບປະກັນຄຸນນະພາບການກໍ່ສ້າງ ໃຫ້ສົມຄູ່ກັບງົບປະມານການລົງທຶນ.
7. ເພີ່ມທະວີການກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດສັນຍາໂຄງການເຊົ່າ-ສຳປະທານທີ່ດິນ (ໂຄງການພະລັງງານ, ບໍ່ແຮ່ ແລະ ການປູກພືດກະສິກຳ) ໃຫ້ຖືກຕ້ອງຕາມກົດໝາຍຢ່າງເຂັ້ມງວດ ໂດຍສະເພາະການປະຕິບັດພັນທະຕ່າງໆ, ດຳເນີນມາດຕະການຢ່າງເຂັ້ມງວດຕໍ່ໂຄງການທີ່ບໍ່ມີການພັດທະນາ, ມີການຈັບຈອງທີ່ດິນປະໄວ້ເພື່ອເກງກຳໄລ ຫຼື ຂາຍຕໍ່, ນໍາໃຊ້ບໍ່ຖືກເປົ້າໝາຍ ແລະ ຈຸດປະສົງຂອງໂຄງການ, ການອະນຸມັດທັບຊ້ອນ ແລະ ຫຼາຍເກີນຄວາມຈໍາເປັນ, ບໍ່ມີບົດປະເມີນຜົນກະທົບສິ່ງແວດລ້ອມ, ໂຄງການທີ່ມີຜົນກະທົບຕໍ່ທີ່ດິນທຳການຜະລິດຂອງປະຊາຊົນ.
8. ເອົາໃຈໃສ່ແກ້ໄຂບັນຫາການບຸກລຸກທີ່ດິນປ່າໄມ້ ໂດຍສະເພາະໂຄງການທີ່ດໍາເນີນການກ່ອນໄດ້ຮັບການຫັນປ່ຽນທີ່ດິນ ໃຫ້ໄດ້ຢ່າງຂາດຕົວ, ຄຸ້ມຄອງການຂຸດຄົ້ນໄມ້ຈາກໂຄງການທີ່ໄດ້ຮັບອະນຸຍາດໃນເຂດປ່າໄມ້ ໃຫ້ເກີດຜົນປະໂຫຍດຕໍ່ປະເທດຊາດ ແລະ ຟື້ນຟູປ່າ, ປູກປ່າທົດແທນຂອງໂຄງການພັດທະນາທີ່ໄດ້ຮັບອະນຸຍາດຜ່ານມາ ໃຫ້ໄດ້ຕາມຈຸດປະສົງ ແລະ ເປົ້າໝາຍຂອງໂຄງການ ລວມທັງມີວິທີການ ແລະ ມາດຕະການ ເຮັດໃຫ້ການປົກຫຸ້ມປ່າໄມ້ບັນລຸຕາມແຜນການ.
9. ເອົາໃຈໃສ່ຄຸ້ມຄອງ, ຕິດຕາມກວດກາ ແລະ ແກ້ໄຂບັນຫາຜົນກະທົບຂອງໂຄງການຂຸດຄົ້ນບໍ່ແຮ່, ການຂົນສົ່ງແຮ່ທາດ, ໂຄງການປູກພືດກະສິກຳ ແລະ ໂຄງການອື່ນໆ ໂດຍສະເພາະການປ່ອຍນໍ້າເປື້ອນ, ການບຳບັດນໍ້າເປື້ອນ, ການນໍາໃຊ້ສານເຄມີເກີນຄ່າມາດຕະຖານ ໂດຍສະເພາະບັນດາໂຄງການ, ໂຮງງານ ທີ່ສົ່ງຜົນກະທົບຕໍ່ການດຳລົງຊີວິດປະຊາຊົນ ແລະ ສິ່ງແວດລ້ອມທໍາມະຊາດ,
10. ສຸມໃສ່ການອໍານວຍຄວາມສະດວກທາງດ້ານການຄ້າ, ການເຂົ້າເຖິງຕະຫຼາດ ແລະ ການຂົນສົ່ງ ໃຫ້ສະດວກວ່ອງໄວ, ທັນສະໄໝ; ເພີ່ມທະວີການຕິດຕາມກວດກາ, ສະກັດກັ້ນການຄ້ານອກລະບົບ, ກຳນົດໂຄງສ້າງລາຄາ ແລະ ຮັກສາສະຖຽນລະພາບຂອງລາຄາສິນຄ້າທີ່ຈໍາເປັນຕໍ່ການຜະລິດ ແລະ ການດໍາລົງຊີວິດ ເປັນຕົ້ນ ສະບຽງອາຫານ, ນໍ້າມັນເຊື້ອໄຟ ແລະ ປັດໄຈການຜະລິດພາຍໃນ, ຄຸ້ມຄອງ ແລະ ຂຶ້ນທະບຽນການຄ້າທາງເອເລັກໂຕຣນິກ ເພື່ອເກັບລາຍຮັບເຂົ້າງົບປະມານແຫ່ງລັດ.
11. ເອົາໃຈໃສ່ຂະຫຍາຍສະຖານີຮັບ-ສົ່ງສັນຍານໂທລະສັບມືຖື ແລະ ສາຍສົ່ງໂທລະຄົມມະນາຄົມສາຍໃຍແກ້ວ (Optic Fiber) ໃນຂອບເຂດທົ່ວປະເທດໃຫ້ສໍາເລັດ; ໂຄສະນາເຜີຍແຜ່ວຽກງານການຕ້ານ ແລະ ສະກັດກັ້ນອາຊາຍະກຳທາງໄຊເບີ ເພື່ອສ້າງຄວາມຮັບຮູ້ໃຫ້ແກ່ສັງຄົມຮັບຮູ້ຢ່າງກວ້າງຂວາງ; ຊຸກຍູ້ ແລະ ຕິດຕາມກວດກາບັນດາບໍລິສັດຜູ້ໃຫ້ບໍລິການໂທລະຄົມມະນາຄົມ ປັບປຸງ, ຂະຫຍາຍຍົກລະດັບຄຸນນະພາບສັນຍານອິນເຕີເນັດໃຫ້ຄວບຄຸມ ແລະ ມີສະຖຽນລະພາບທົ່ວປະເທດ ພ້ອມທັງກວດກາການກໍານົດລາຄາໃຫ້ສົມເຫດສົມຜົນ.
12. ເອົາໃຈໃສ່ກະກຽມຫຼັກສູດການສຶກສາ 6+3+3 ໃຫ້ມີຄວາມພ້ອມດໍາເນີນໃນສົກຮຽນ 2027-2028 ຢ່າງມີປະສິດທິຜົນ, ສືບຕໍ່ຂະຫຍາຍການສຶກສາກ່ອນໄວຮຽນໃນຫຼາຍຮູບແບບໃຫ້ທົ່ວເຖິງ, ຄົ້ນຄວ້ານະໂຍບາຍເງິນອຸດໜູນຜູ້ດູແລເດັກ, ຄົ້ນຄວ້າມາດຕະການຊຸກຍູ້ ແລະ ສ້າງເງື່ອນໄຂໃຫ້ນັກຮຽນທີ່ປະລະການຮຽນ ໄດ້ເຂົ້າຮຽນຕໍ່ໃນລະບົບບຳລຸງ (ກສນ) ເພື່ອໃຫ້ຈົບການສຶກສາພາກບັງຄັບ, ຈັດຕັ້ງປະຕິບັດໂຄງການອາຫານທ່ຽງທີ່ມອບໃຫ້ລັດຄຸ້ມຄອງ ໃຫ້ມີປະສິດທິຜົນ ແລະ ຍືນຍົງ, ຂະຫຍາຍຫ້ອງສາມັນວິຊາຊີບ ໂດຍມີການປະສານສົມທົບກັບຜູ້ປະກອບການ ເພື່ອຮອງຮັບການມີວຽກເຮັດງານທໍາໃນເວລາຮຽນຈົບ, ຄົ້ນຄວ້ານໍາໃຊ້ພາລະກອນ ແລະ ໃຫ້ບຸລິມະສິດສະໜອງໂກຕາຄູ ໃຫ້ໂຮງຮຽນທີ່ຂາດຄູ ແລະ ມີການສອນຄວບຫຼາຍຫ້ອງ.
13. ເພີ່ມທະວີການປະສານງານກັບບັນດາຂະແໜງການທີ່ກ່ຽວຂ້ອງ ໃນການໃຫ້ຄວາມຮູ້ກ່ຽວກັບວຽກງານໂພຊະນາການໃນຊຸມຊົນ, ສ້າງລະບົບຖານຂໍ້ມູນທີ່ເຂັ້ມແຂງ, ເພີ່ມຂະບວນການໃຫ້ວັກຊິນແບບຕະລຸມບອນໃນຂອບເຂດທົ່ວປະເທດໃຫ້ກວ້າງຂວາງ, ຂະຫຍາຍຕາໜ່າງຂະແໜງສາທາລະນະສຸກຮອດທ້ອງຖິ່ນຂັ້ນຮາກຖານ ແລະ ປະກອບບຸກຄະລາກອນສາທາລະນະສຸກໃຫ້ພຽງພໍ, ສະໜອງຢາປົວພະຍາດ ແລະ ອຸປະກອນການເເພດ ໃຫ້ບັນດາໂຮງໝໍ ລວມທັງການແກ້ໄຂໜີ້ສິນຄ່າຢາປົວພະຍາດ.
14. ສົ່ງເສີມການພັດທະນາສີມືແຮງງານ ແລະ ຈັດຫາວຽກເຮັດງານທໍາ ໃຫ້ສາມາດສະໜອງແຮງງານເຂົ້າສູ່ຕະຫຼາດແຮງງານພາຍໃນ ແລະ ຕ່າງປະເທດ, ພັດທະນາລະບົບຂໍ້ມູນຂ່າວສານຕະຫຼາດແຮງງານໃຫ້ມີປະສິດທິພາບ ສາມາດເຊື່ອມຕໍ່ກັບລະບົບຂໍ້ມູນ ຂອງ 2 ຂະແໜງການທີ່ກ່ຽວຂ້ອງ ນັບທັງສູນກາງ ແລະ ທ້ອງຖິ່ນ, ຂະຫຍາຍອັດຕາປົກຄຸມປະກັນສັງຄົມໃຫ້ທົ່ວເຖິງໃນຂອບທົ່ວປະ ເທດ, ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດປະຕິວັດຊາດປະຊາທິປະໄຕ, ປຸກລະດົມຮັບບໍລິຈາກເລືອດ ແລະ ສະໜອງເລືອດທີ່ປອດໄພໃຫ້ພຽງພໍກັບຄວາມຕ້ອງການຂອງຄົນເຈັບ, ເກັບກູ້ ແລະ ທຳລາຍລະເບີດຕົກຄ້າງທີ່ບໍ່ທັນແຕກອອກຈາກເນື້ອທີ່ທຳການຜະລິດ ແລະ ພື້ນທີ່ການພັດທະນາຕ່າງໆ ໃຫ້ບັນລຸຕາມຄາດໝາຍ.
15. ເອົາໃຈໃສ່ປັບປຸງພື້ນຖານໂຄງລ່າງເຂົ້າໃນບັນດາແຫຼ່ງທ່ອງທ່ຽວ, ມີການແບ່ງຂັ້ນຄຸ້ມຄອງອະນຸຍາດການລົງທຶນໃນກິດຈະ ການທ່ອງທ່ຽວ ລະຫວ່າງສູນກາງ ກັບ ທ້ອງຖິ່ນ ໃຫ້ຈະແຈ້ງ, ສົ່ງເສີມ ແລະ ພັດທະນາການທ່ອງທ່ຽວທີ່ຕິດພັນກັບການນໍາໃຊ້ມໍລະ ດົກວັດທະນະທຳ, ບຸນປະເພນີຂອງຊາດ ແລະ ທ້ອງຖິ່ນ, ພ້ອມທັງຊຸກຍູ້ບັນດາຫົວໜ່ວຍທຸລະກິດນໍາທ່ຽວຂອງຕ່າງປະເທດ ໃຫ້ຫັນເຂົ້າສູ່ລະບົບການຄຸ້ມຄອງ ແລະ ຕິດຕາມກວດກາຂະແໜງການທີ່ກ່ຽວຂ້ອງ ໃຫ້ຖືກຕ້ອງຕາມລະບຽບການ ແລະ ເຂັ້ມງວດ.
16. ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍສຸມໃສ່ 5 ວຽກຈຸດສຸມ 8 ຄາດໝາຍ ແລະ ບັນດາໂຄງການທີ່ເປັນບຸລິມຸສິດ ໂດຍຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງ ເຂົ້າສູ່ວຽກງານຕົວຈິງໃຫ້ເປັນຮູບປະທໍາ; ສ້າງເປັນແຜນການ, ແຜນງານ, ໂຄງການ ແລະ ກິດຈະກຳ ຂອງບັນດາຂະແໜງການທີ່ກ່ຽວຂ້ອງ ໃຫ້ມີຄາດໝາຍ, ມີຕົວຊີ້ວັດທີ່ຈະແຈ້ງຊັດເຈນ, ສ້າງແຜນງົບປະມານສະເພາະ, ປະກອບບຸກຄະລາກອນວິຊາການທີ່ກ່ຽວຂ້ອງ ໃນການ ຈັດຕັ້ງປະຕິບັດວຽກງານດັ່ງກ່າວ.
