(ສພຊ) – ລະຫວ່າງວັນທີ 7-11 ກັນຍາ 2026, ທ່ານ ໂພໄຊ ໄຂຄໍາພິທູນ ກໍາມະການສູນກາງພັກ, ຄະນະປະຈໍາສະພາແຫ່ງຊາດ, ປະທານກໍາມາທິການການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມກວດກາ ແລະ ເກັບກຳຂໍ້ມູນກ່ຽວກັບການຈັດຕັ້ງປະຕິບັດລັດຖະທຳມະນູນ, ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ໃນຂົງເຂດວຽກງານການຕ່າງປະເທດ ຢູ່ແຂວງບໍລິຄໍາໄຊ ແລະ ແຂວງຄໍາມ່ວນ ໂດຍການຕ້ອນຮັບຂອງທ່ານ ໄຊອຳພອນ ສີຫາວົງ ຄະນະປະຈຳພັກແຂວງ, ຮອງປະທານສະພາປະຊາຊົນແຂວງບໍລິຄໍາໄຊ (ຜູ້ປະຈຳການ) ແລະ ທ່ານ ແກ້ວອຸດອນ ບຸດສິງຂອນ ຄະນະປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງຄຳມ່ວນ ພ້ອມດ້ວຍຄະນະ ເຂົ້າຮ່ວມເຄື່ອນໄຫວຕິດຕາມກວດກາ.

ຈຸດປະສົງໃນການເຄື່ອນໄຫວຄັ້ງນີ້ ກໍເພື່ອຕິດຕາມກວດກາ ແລະ ເກັບກຳຂໍ້ມູນກ່ຽວກັບການຈັດຕັ້ງປະຕິບັດລັດຖະທຳມະນູນ, ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ໃນຂົງເຂດວຽກງານການຕ່າງປະເທດ ໂດຍເພາະແມ່ນສະພາບການຈັດຕັ້ງປະຕິບັດ ແລະ ຄຸ້ມຄອງໂຄງການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA), ການລົງທຶນຂອງຕ່າງປະເທດ, ການຊ່ວຍເຫຼືອຂອງອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ (INGOs) ແລະ ອົງການຈັດຕັ້ງທາງສັງຄົມ (CSO) ຢູ່ພາຍໃນແຂວງ ທີ່ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ປຶກສາຫາລືເພື່ອຊອກວິທີການແກ້ໄຂ; ບັນດາໂຄງການລົງທຶນຂອງຕ່າງປະເທດພາຍໃນແຂວງ ເປັນຕົ້ນ: ຄວາມຄືບໜ້າໂຄງການກໍ່ສ້າງທາງດ່ວນ ວຽງຈັນ-ຮ່າໂນ້ຍ, ໂຄງການກໍ່ສ້າງທາງລົດໄຟ ລາວ-ຫວຽດນາມ, ໂຄງການຂຸດຄົ້ນແຮ່ເກືອໂປຕາສ; ສະພາບການຄຸ້ມຄອງຄົນຕ່າງປະເທດເຂົ້າ-ອອກເມືອງແບບຜິດກົດໝາຍ, ການປະຕິບັດໜ້າທີ່ວຽກງານຂອງຄະນະຄຸ້ມຄອງດ່ານສາກົນ ລາວ-ຫວຽດນາມ, ລາວ-ໄທ; ການຄຸ້ມຄອງຄົນຕ່າງດ້າວ ແລະ ແຮງງານຕ່າງປະເທດໃນໄລຍະຜ່ານມາ, ການແຕ່ງດອງລະຫວ່າງພົນລະເມືອງລາວກັບຄົນຕ່າງປະເທດທີ່ຜິດກົດໝາຍ; ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ແລະ ການຄ້າຂາຍທີ່ຜິດກົດໝາຍຕາມບໍລິເວນຊາຍແດນ; ການແກ້ໄຂບັນຫາດູດຫີນ, ດູດຊາຍ ຕາມລໍາແມ່ນໍ້າຂອງ; ການຄ້າມະນຸດ ໂດຍສະເພາະແມ່ຍິງ ແລະ ເດັກນ້ອຍ; ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານການຕ່າງປະເທດພາຍໃນແຂວງ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງກໍາມາທິການ ທີ່ໄດ້ກໍານົດໃນລັດຖະທໍາມະນູນ, ກົດໝາຍວ່າດ້ວຍສະພາແຫ່ງຊາດ, ກົດໝາຍວ່າດ້ວຍການຕິດຕາມກວດກາ ແລະ ນິຕິກໍາຕ່າງໆຂອງສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ເພື່ອສະເໜີໃຫ້ລັດຖະບານຊອກຫາວິທີການແກ້ໄຂໃນຕໍ່ໜ້າ.

ຄະນະໄດ້ເຂົ້າພົບປະທ່ານ ສອນທະນູ ທໍາມະວົງ ກໍາມະການສູນກາງພັກ, ເລຂາພັກແຂວງ, ປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊ ແລະ ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄໍາມ່ວນ (ຜູ້ຊີ້ນໍາວຽກພັກ-ພະນັກງານ) ເຊິ່ງໄດ້ຮັບຟັງສະພາບການພັດທະນາເສດຖະກິດ-ສັງຄົມ ກໍຄືການປະຕິບັດໜ້າທີ່ຂອງສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງໃນໄລຍະຜ່ານມາ; ຈາກນັ້ນ, ທ່ານ ໂພໄຊ ໄຂຄໍາພິທູນ ໄດ້ເປັນປະທານກອງປະຊຸມ ແລະ ເຮັດວຽກຮ່ວມກັບບັນດາພະແນກການທີ່ກ່ຽວຂ້ອງ ໂດຍໄດ້ຮັບຟັງລາຍງານການຈັດຕັ້ງປະຕິບັດວຽກງານການຕ່າງປະເທດຂອງແຂວງ ເພື່ອເກັບກໍາຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການເຄື່ອນໄຫວວຽກງານດັ່ງກ່າວ ແລະ ຮ່ວມກັນປຶກສາຫາລື, ປະກອບຄໍາຄິດຄໍາເຫັນແລກປ່ຽນຢ່າງກົງໄປກົງມາໃນແຕ່ລະບັນຫາ ເຊິ່ງຈະເປັນຂໍ້ມູນສຳຄັນໃຫ້ແກ່ການລົງຕິດຕາມກວດກາ ແລະ ເກັບກໍາຂໍ້ມູນໃນຄັ້ງນີ້. ຄະນະຍັງໄດ້ລົງເຄື່ອນໄຫວຕິດຕາມກວດກາ ແລະ ເກັບກຳຂໍ້ມູນຢູ່ດ່ານສາກົນຂົວມິດຕະພາບແຫ່ງທີ 5 ບໍລິຄໍາໄຊ-ບຶງການ, ຢ້ຽມຢາມພື້ນທີ່ຕົວຈິງ, ກວດກາຈຸດກໍານົດໂຄງການທາງດ່ວນ ວຽງຈັນ-ຮ່າໂນ້ຍ, ຮັບຟັງການລາຍງານຄວາມຄືບໜ້າຂອງໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຫວຽດນາມ (ວຽງຈັນ-ທ່າແຂກ-ວຸ້ງອາງ), ໂຄງການພັດທະນາຕົວເມືອງທ່າແຂກ ແລະ ກັນເຈື່ອນຕາມແມ່ນ້ຳຂອງຢູ່ແຂວງບໍລິຄໍາໄຊ, ແຂວງຄໍາມ່ວນ ແລະ ໂຄງການຂຸດຄົ້ນແຮ່ເກືອໂປຕາສຢູ່ເມືອງໜອງບົກ ແຂວງຄໍາມ່ວນ.
ໃນໂອກາດເຄື່ອນໄຫວວຽກງານຄັ້ງນີ້, ທ່ານປະທານກໍາມາທິການການຕ່າງປະເທດ ໄດ້ມອບເງິນຈໍານວນ 50 ລ້ານກີບ ຜ່ານສະພາປະຊາຊົນແຂວງຄໍາມ່ວນ ເພື່ອຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມອີກດ້ວຍ.

