loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກໍາມະການເສດຖະກິດ,ແຜນການ ແລະ ການເງີນ ລົງຢ້ຽມຢາມ ແລະ ຊຸກຍູ້ ກິດຈະການກະສີກໍາ

​ພ.ຈ. 20, 2022 | ເຂດ 17 ອັດ​ຕະ​ປື

ໃນວັນທີ 18 ພະຈິກ 2022 ນີ້. ທ່ານ ສຸກສໍາລານ ໄຊຍະແສງ ຮອງປະທານສະພາປະຊາຊົນແຂວງ (ສພຂ), ປະທານຄະນະກໍາມະການເສດຖະກິດ,ແຜນການ ແລະ ການເງີນ (ຄສຜງ) ພ້ອມດ້ວຍຄະນະ ສົມທົບກັບ ຜູ້ຕາງໜ້າຈາກພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ລົງຢ້ຽມຢາມ ແລະ ຊຸກຍູ້ ບໍລິສັດ ຂັນໄຊພັດທະນາກະສີກໍາ ຈໍາກັດ.

ໃນໂອກາດນີ້, ຜູ້ອໍານວຍການ ບໍລິສັດ ຂັນໄຊພັດທະນາກະສີກໍາ ຈໍາກັດ ໄດ້ລາຍງານໂດຍຫຍໍ້ວ່າ: ບໍລິສັດສ້າງຕັ້ງຂື້ນໃນປີ 2012 ແຕ່ກ່ອນຂື້ນກັບກຸ່ມບໍລິສັດຮ່ວາງແອງຍະຣາຍ (ປູກຢາງພາລາ) ຈາກນັ້ນໄດ້ຫັນປ່ຽນມາປູກຕົ້ນໄມ້ໃຫ້ໝາກ  ມີເນື້ອທີ່ 1000 ກວ່າເຮັກຕາ ກິດຈະການຫລັກໆ ແມ່ນປູກຕົ້ນໄມ້ໃຫ້ໝາກ (ຕົ້ນກ້ວຍ) ແລະ ລ້ຽງສັດ (ງົວ,ໝູ,ໄກ່), ມີແຮງງານ 900 ກວ່າຄົນ, ສາມາດເຮັດໃຫ້ປະຊາຊົນອ້ອມຂ້າງມີວຽກເຮັດງານທໍາ ແລະ ໄລຍະຜ່ານມາຜົນລາຍຮັບສົ່ງອອກຍັງໄດ້ຫລາຍພໍສົມຄວນ ແລະ ບໍລິສັດຍັງໄດ້ຍົກໃຫ້ເຫັນຂໍ້ຫຍຸ້ງຍາກ,ຂໍ້ຄົງຄ້າງ ແລະ ບາງຄໍາສະເໜີຕໍ່ ຄສຜງ, ຈາກນັ້ນ ປະທານ ຄສຜງ ຍັງໄດ້ສະແດງຄວາມຍ້ອງຍໍ້ຊົມເຊີຍທີ່ສາມາດຍາດໄດ້ຜົນສໍາເລັດຫລາຍດ້ານຂອງກິດຈະການບໍລິສັດ ແລະ ກໍາໄດ້ບັນຫາທີ່ພົ້ນເດັ່ນທີ່ເກີດຂື້ນ, ເຫັນໄດ້ດ້ານສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການດໍາເນີນກິດຈະການຂອງບໍລິສັດ ເພື່ອເປັນຂໍ້ມູນໃຫ້ແກ່ ຄສຜງ ໃນການຕິດຕາມກວດກາ ສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງແກ້ໄຂຕາມລະບຽບການ.

(ພາບຂ່າວ: ສພຂ ອັດຕະປື)