ກົນໄກການພົວພັນລະຫວ່າງ ຄປຈສພຊ ແລະ ຄະນະປະຈຳ ສນຊ

ມ.ສ. 29, 2026

(ສພຊ) – ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສູນກາງພັກ, ກຳມະການຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ), ປະທານກຳມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ໄດ້ຂຶ້ນປະກອບຄໍາເຫັນຕໍ່ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII ພາຍໃຕ້ຫົວຂໍ້: “ກົນໄກການພົວພັນລະຫວ່າງຄະນະປະຈຳສະພາແຫ່ງຊາດ ແລະ ຄະນະປະຈຳສູນກາງແນວລາວສ້າງຊາດ” ເຊິ່ງມີບາງຕອນສຳຄັນວ່າ: ຕະຫຼອດໄລຍະ 5 ປີຜ່ານມາ, ຄປຈສພຊ ໄດ້ມອບໝາຍໃຫ້ກຳມາທິການບັນດາເຜົ່າ ເປັນເສນາທິການປະສານສົມທົບໂດຍກົງກັບສູນກາງແນວລາວສ້າງຊາດ (ສນຊ) ໃນນັ້ນ ໄດ້ຮ່ວມກັນປັບປຸງກົນໄກປະສານງານລະຫວ່າງຄະນະປະຈຳສະພາແຫ່ງຊາດ ແລະ ຄະນະປະຈຳສູນກາງແນວລາວສ້າງຊາດ ໂດຍສະເພາະການປັບປຸງຂໍ້ຕົກລົງວ່າດ້ວຍການພົວພັນລະຫວ່າງຄະນະປະຈຳສະພາແຫ່ງຊາດ ກັບ ຄະນະປະຈຳ ສນຊ, ປະສານສົມທົບການກະກຽມກອງປະຊຸມຮ່ວມລະຫວ່າງ ຄປຈສພຊ ກັບ ຄະນະປະຈຳ ສນຊ ແລະ ບັນດາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ປະຈຳແຕ່ລະປີ, ປະສານສົມທົບການກະກຽມບົດປະ ກອບຄໍາເຫັນຂອງອົງການແນວລາວສ້າງຊາດ ແລະ ບັນດາອົງການພາຄີ ຕໍ່ການເຄື່ອນໄຫວຂອງ ສພຊ ໃນກອງປະຊຸມສະໄໝສາມັນປະຈຳປີຂອງສະພາແຫ່ງຊາດ, ຈັດຕັ້ງກອງປະຊຸມສຳມະນາກົນໄກປະສານງານຕາມມະຕິຂອງຄະນະປະ ຈຳສະພາແຫ່ງຊາດ ວ່າດ້ວຍກົນໄກການປະສານງານລະຫວ່າງກຳມາທິການບັນດາເຜົ່າ ກັບ ບັນດາກະຊວງ-ອົງການທີ່ກ່ຽວຂ້ອງ ແລະ ຈັດຕັ້ງກອງປະຊຸມຖອດຖອນບົດຮຽນການຈັດຕັ້ງປະຕິບັດຂໍ້ຕົກລົງວ່າດ້ວຍການພົວພັນລະຫວ່າງຄະ ນະປະຈຳສະພາແຫ່ງຊາດ ກັບ ຄະນະປະຈຳສູນກາງແນວລາວສ້າງຊາດ; ນອກນັ້ນ, ຍັງໄດ້ຈັດຕັ້ງຄະນະວິຊາການຂອງກຳມາທິການບັນດາເຜົ່າ ລົງເຄື່ອນໄຫວເຮັດວຽກ ແລະ ຈັດກອງປະຊຸມປຶກຫາລືການພົວພັນປະສານງານ ກັບ ສູນກາງແນວລາວສ້າງຊາດ ແລະ ບັນດາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ເຊັ່ນ: ພົບປະ ແລະ ປຶກສາຫາລືກັບ ສນຊ ກ່ຽວກັບການເຜີຍແຜ່ຊື່ເອີ້ນຊົນເຜົ່າ ແລະ ການແກ້ໄຂປາກົດການຫຍໍ້ທໍ້ທາງສາສະໜາ, ປຶກສາຫາລືກັບສູນກາງສະຫະພັນກຳ ມະບານລາວ ກ່ຽວກັບບັນຫາແຮງງານ ແລະ ບົດບາດຂອງສະຫະພັນກຳມະບານໃນຫົວໜ່ວຍທຸລະກິດ, ປຶກສາຫາລືກັບສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ກ່ຽວກັບການມີສ່ວນຮ່ວມຂອງອົງການຊາວໜຸ່ມ ຕໍ່ການແກ້ໄຂບັນຫາຢາເສບຕິດໃນກຸ່ມຊາວໜຸ່ມ-ເຍົາວະຊົນ ແລະ ປຶກສາຫາລືກັບສູນກາງສະຫະພັນແມ່ຍິງລາວ ກ່ຽວກັບການແກ້ໄຂບັນຫາການແຕ່ງງານກັບຄົນຕ່າງປະເທດແບບບໍ່ຖືກຕ້ອງ ຕິດພັນກັບການຄ້າມະນຸດໃນກຸ່ມເປົ້າໝາຍແມ່ຍິງຊົນເຜົ່າເຂດຫ່າງໄກສອກຫຼີກ.
ແນວລາວສ້າງຊາດ ແລະ ບັນດາອົງການພາຄີ ໄດ້ສະໜັບສະໜູນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ; ສະແດງຄວາມເຫັນດີເປັນເອກະພາບ ແລະ ສະໜັບສະໜູນຢ່າງແຂງແຮງຕໍ່ບັນດາຜົນງານການເຄື່ອນໄຫວຂອງສະພາແຫ່ງຊາດ; ຄ່ຽງຄູ່ກັນນັ້ນ, ຍັງສະເໜີຕໍ່ສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ ເພີ່ມທະວີການຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍຂອງກະຊວງ-ອົງ ການຕ່າງໆ.
ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກ່າວຕື່ມວ່າ: ການປະສານສົມທົບ ແລະ ພົວພັນລະຫວ່າງຄະນະປະຈຳສະພາແຫ່ງຊາດ ກັບ ຄະນະປະຈຳສູນກາງແນວລາວສ້າງຊາດ ຍັງບໍ່ທັນຄ່ອງຕົວ ແລະ ມີປະສິດທິພາບເທົ່າທີ່ຄວນ; ເພື່ອຍົກລະດັບການປະສານສົມທົບໃຫ້ສູງຂຶ້ນອີກບາດກ້າວໜຶ່ງ, ສະເໜີໃຫ້ຄະນະກຳມະການ ສນຊ ສະໄໝທີ XII ສືບຕໍ່ປະສານສົມທົບໃນການປັບປຸງຂໍ້ຕົກລົງວ່າດ້ວຍການພົວພັນລະຫວ່າງຄະນະປະຈຳສະພາແຫ່ງຊາດ ກັບ ຄະນະປະຈຳສູນກາງແນວລາວສ້າງຊາດ ເປັນບົດບັນທຶກຮ່ວມລະຫວ່າງສອງພາກສ່ວນ (ຕາມກອງປະຊຸມຮ່ວມລະຫວ່າງ ຄປຈສພຊ ກັບ ສນຊ, ສະຫະພັນນັກຮົບເກົ່າລາວ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູງກາງ) ໃຫ້ສາມາດເຊັ່ນຮ່ວມກັນໃນ ສພຊ ຊຸດທີ X, ປະສານສົມທົບທຸກພາກສ່ວນຂະແໜງການຂອງພັກ ແລະ ລັດ ເພື່ອສູ້ຊົນຈັດຕັ້ງປະຕິບັດຂໍ້ກຳນົດຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍລະບຽບການຕິດຕາມກວດກາຂອງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ຕໍ່ບັນດາອົງການອໍານາດລັດ, ສະພາ, ສານ, ໄອຍະການ ໃຫ້ເປັນຮູບປະທຳ; ຮ່ວມກັນຈັດຕັ້ງກອງປະຊຸມສຳມະນາລະ ຫວ່າງສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ ກັບ ອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອຖອດຖອນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດບັນດາກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງ ແລະ ການສ້າງນິຕິກຳໃຕ້ກົດໝາຍໃນຂົງເຂດຂອງແຕ່ລະອົງການ.