loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກົດໝາຍວ່າດ້ວຍວິສາຫະກິດ ໄດ້ຮັບຄະແນນສຽງເຫັນດີ 140 ສຽງ ກວມ 95,89%

ທ.ວ. 29, 2022 | SlideMobile

(ສພຊ) ຕອນບ່າຍວັນທີ 29 ທັນວາ 2022 ທີ່ຫ້ອງປະຊຸມໃຫຍ່ຂອງສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານກອງປະຊຸມຂອງທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ເຂົ້າຮ່ວມມີບັນດາທ່ານຄະນະປະທານກອງປະຊຸມ, ຮອງນາຍົກລັດຖະມົນຕີ, ບັນດາທ່ານລັດຖະມົນຕີ-ຮອງລັດຖະມົນຕີທີ່ກ່ຽວຂ້ອງ ພ້ອມດ້ວຍບັນດາທ່ານສະມາຊິກສະພາແຫ່ງຊາດ ຈາກ 18 ເຂດເລືອກຕັ້ງທົ່ວປະເທດ.
ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ລາຍງານກ່ຽວກັບການປັບປຸງກົດໝາຍວ່າດ້ວຍວິສາຫະກິດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX. ຈາກນັ້ນ, ປະທານກອງປະຊຸມ ສະເໜີບັນດາທ່ານ ສະມາຊິກສະພາແຫ່ງຊາດ ປະກອບຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍວິສາຫະກິດ ຢ່າງມີຈຸດສຸມ, ມີເຫດມີຜົນ ແລະ ກົງໄປກົງມາ. ຫຼັງຈາກນັ້ນ, ຄະນະຮັບຜິດຊອບຮ່າງກົດໝາຍດັ່ງກ່າວ ໄດ້ຊີ້ແຈງກັບທີ່.
ປະທານກອງປະຊຸມ ໄດ້ສະຫຼຸບສັງລວມຄໍາເຫັນຂອງກອງປະຊຸມ ແລະ ສະເໜີບັນດາທ່ານ ສະມາຊິກສະພາແຫ່ງຊາດ ລົງຄະແນນສຽງຮັບຮອງເອົາກົດໝາຍວ່າດ້ວຍວິສາຫະກິດ ເຊິ່ງຜົນການລົງຄະແນນສຽງ ລວມຈໍານວນສະມາຊິກສະພາແຫ່ງຊາດທີ່ເຂົ້າຮ່ວມ 147 ທ່ານ, ເຫັນດີ 140 ທ່ານ, ບໍ່ເຫັນດີ 6 ທ່ານ ແລະ ບໍ່ອອກສຽງ 0 ທ່ານ.