(ສພຊ) – ວັນທີ 5 ມິຖຸນາ 2026, ທ່ານ ໂພສີ ເຕັມເມລາດ ຮອງປະທານກຳມາທິການການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ພົບປະເຮັດວຽກຮ່ວມກັບສະມາຊິກລັດຖະສະພາເຢຍລະມັນ ນໍາໂດຍທ່ານ ໂທມັດສ໌ ຣັກເຄນ ກຳມະການກໍາມາທິການການຕ່າງປະເທດ ແລະ ກໍາມາທິການເພື່ອການຮ່ວມມື ແລະ ພັດທະນາເສດຖະກິດ ພ້ອມດ້ວຍຄະນະ ເຊິ່ງຈຸດປະສົງເພື່ອແລກປ່ຽນບົດຮຽນລະຫວ່າງສອງອົງການນິຕິບັນຍັດ ໃນຂົງເຂດວຽກງານການພົວພັນຮ່ວມມືຂອງສອງປະເທດດ້ານເສດຖະກິດ-ການເງິນ, ວັດທະນະທຳ-ສັງຄົມ ແລະ ການຊຸກຍູ້ສົ່ງເສີມດ້ານຕ່າງໆ ລວມເຖິງໂຄງການຊ່ວຍເຫຼືອຈາກຕ່າງປະເທດ.
ໂອກາດດັ່ງກ່າວ, ທ່ານ ໂພສີ ເຕັມເມລາດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກທາງການຢູ່ ສປປລາວ ຂອງທ່ານ ໂທມັດສ໌ ຣັກເຄນ ພ້ອມດ້ວຍຄະນະ ໃນຄັ້ງນີ້ ເຊິ່ງເປັນການເສີມຂະຫຍາຍສາຍພົວພັນຮ່ວມມືທີ່ດີ ລະຫວ່າງ ລາວ-ເຢຍລະມັນ ເວົ້າລວມ, ເວົ້າສະເພາະລະຫວ່າງສະພາແຫ່ງຊາດຂອງສອງປະເທດ ໃຫ້ນັບມື້ນັບໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ. ພ້ອມດຽວກັນ, ສອງຝ່າຍກໍໄດ້ແລກປ່ຽນບົດຮຽນ ແລະ ປະສົບການໃນການປະຕິບັດໜ້າທີ່ ແລະ ພາລະບົດບາດການເປັນອົງການນິຕິບັນຍັດ ເປັນຕົ້ນ: ຂັ້ນຕອນການສ້າງ ແລະ ປັບປຸງກົດໝາຍ, ການສ້າງ ແລະ ຮັບຮອງແຜນງົບ ປະມານແຫ່ງລັດ; ນອກຈາກນັ້ນ, ຝ່າຍເຢຍລະມັນໃຫ້ຄວາມສົນໃຈຕໍ່ບັນດານິຕິກຳຕ່າງໆ ທີ່ຕິດພັນກັບນະໂຍບາຍເພື່ອການກ້າວໄປສູ່ການຫຼຸດພົ້ນຈາກສະຖານະປະເທດດ້ອຍພັດທະນາຂອງ ສປປລາວ ແລະ ຍັງໄດ້ສະແດງຄວາມເປັນຫ່ວງຕໍ່ກັບບັນຫາທີ່ຕິດພັນກັບການຂຸດຄົ້ນບໍ່ແຮ່, ບັນຫາອາຊະຍາກຳທາງໂທລະຄົມ (ສະແກມເມີ), ອາຊະຍາກໍາທາງໄຊເບີ ຈາກຕ່າງປະເທດ ທີ່ອາດຈະສົ່ງຜົນກະທົບຕໍ່ສະພາບເສດຖະກິດຂອງລາວ, ບັນຫາປະລະການຮຽນ ແລະ ການແຕ່ງງານກ່ອນໄວອັນຄວນ.
ພ້ອມກັນນີ້, ທັງສອງຝ່າຍຍັງໄດ້ທົບທວນ ແລະ ສັງເກດຕີລາຄາຄືນໝາກຜົນຂອງການຈັດຕັ້ງປະຕິບັດບັນດາໂຄງການຊ່ວຍເຫຼືອຈາກເຢຍລະມັນໃນໄລຍະຜ່ານມາ ໂດຍສະເພາະແມ່ນການສົ່ງເສີມອາຫານທ່ຽງຂອງເດັກໃນໂຮງຮຽນ ແລະ ອື່ນໆ ເຊິ່ງເຫັນໄດ້ຜົນສຳເລັດອັນພົ້ນເດັ່ນ, ດ້ານດີທີ່ຄວນສືບຕໍ່ເສີມຂະຫຍາຍ ແລະ ບັນຫາຄົງຄ້າງທີ່ຈຳເປັນຈະຕ້ອງໄດ້ຮັບການປັບປຸງ.
ໃນຕອນທ້າຍຂອງການພົບປະ, ຄະນະຜູ້ແທນຂອງສອງປະເທດ ໄດ້ສະເໜີໃຫ້ມີການສືບຕໍ່ການຮ່ວມມື ແລະ ແລກປ່ຽນບົດ ຮຽນກັນຢ່າງປົກກະຕິຕໍ່ເນື່ອງ ເພື່ອຮັດແໜ້ນຄວາມສາມັກຄີເຊິ່ງກັນແລະກັນ.

