ການນໍາສະພາປະຊາຊົນແຂວງ ຮ່ວມພິທີສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ, ວັນເດັກນ້ອຍສາກົນ, ວັນສິ່ງແວດລ້ອມ ແລະ ວັນປ່ອຍປາ-ສັດນ້ຳ ແຫ່ງຊາດ ປະຈຳປີ 2026

ມ.ຖ. 11, 2026

ໃນຕອນເຊົ້າຂອງວັນທີ 1 ມິຖຸນາ 2026 ນີ້, ຢູ່ທີ່ສວນສາທາລະນະ 15 ກໍລະກົດ ແຄມສາຍນໍ້າກໍ ບ້ານນາຫວານນ້ອຍ, ເມືອງໄຊ, ແຂວງອຸດົມໄຊ ໄດ້ຈັດພິທີສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ, ວັນ ເດັກນ້ອຍສາກົນ ຄົບຮອບ 101 ປີ, ວັນສິ່ງແວດລ້ອມໂລກ ຄົບຮອບ 53 ປີ, ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 27 ປີ, ວັນປ່ອຍປາແຫ່ງຊາດ ຄົບຮອບ 27 ປີ ແລະ ວັນອະນຸລັກສັດນໍ້າ-ສັດປ່າ ຄົບຮອບ 29 ປີ, ປະຈຳປີ 2026 ຢ່າງເປັນຂະບວນການຟົດຟື້ນ.
ເປັນກຽດເຂົ້າຮ່ວມໃນພິທີນໍາໂດຍທ່ານ ບຸນຄົງ ຫລ້າຈຽມພອນ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ທ່ານ ປອ ວົງສະຫວັນ ໄຊຍະວົງ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ, ມີບັນດາທ່ານຄະນະປະຈໍາສະພາປະຊາຊົນແຂວງ, ການນຳຂອງແຂວງ-ເມືອງໄຊ, ຫົວໜ້າ-ຮອງຫົວໜ້າພະແນກການ, ຫ້ອງການ, ບໍລິສັດ, ຜູ້ປະກອບການ, ພ້ອມດ້ວຍພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ອົງການຈັດຕັ້ງບ້ານ, ນັກຮຽນ-ນັກສຶກສາ ແລະ ພໍ່ແມ່ປະຊາຊົນພາຍໃນແຂວງເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ພິມມະເສນ ຄຸນສີລິວົງ ກຳມະການພັກແຂວງ, ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ກ່າວຕໍ່ພິທີ ໂດຍໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງປ່າໄມ້ ຕໍ່ກັບການພັດທະນາເສດຖະກິດ-ສັງຄົມ ແລະ ການປົກປັກຮັກສາສິ່ງແວດລ້ອມ ເຊິ່ງທ່ານ ປະທານ ໄກສອນ ພົມວິຫານ ໄດ້ເວົ້າວ່າ “ປ່າໄມ້ ຄືຄຳຂຽວຂອງຊາດ”. ປັດຈຸບັນ, ພັກ ແລະ ລັດຖະບານ ໄດ້ສູ້ຊົນເພີ່ມອັດຕາການປົກຫຸ້ມຂອງປ່າໄມ້ໃຫ້ກວມເອົາ 70% ຂອງເນື້ອທີ່ທົ່ວປະເທດ, ພ້ອມທັງອອກນິຕິກຳ ແລະ ຄຳສັ່ງຕ່າງໆເພື່ອເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ, ປົກປັກຮັກສາ ແລະ ພັດ ທະນາປ່າໄມ້. ສຳລັບແຂວງອຸດົມໄຊ ກໍໄດ້ອອກຂໍ້ຕົກລົງຂອງເຈົ້າແຂວງ ສະບັບເລກທີ 1690/ອຊ ແລະ ຄຳແນະນຳ ເລກທີ 3312/ກປຂ ເພື່ອຈັດຕັ້ງປະຕິບັດຄຳສັ່ງດັ່ງກ່າວໃຫ້ປະກົດຜົນເປັນຈິງ. ພ້ອມກັນນັ້ນ, ທ່ານຍັງໄດ້ເນັ້ນໜັກເຖິງບັນຫາສິ່ງແວດລ້ອມ ໂດຍສະເພາະການປ່ຽນແປງດິນຟ້າອາກາດ ແລະ ບັນຫາມົນລະພິດທາງອາກາດ (PM2.5) ທີ່ເກີດຈາກການຖາງ-ຈູດປ່າເຮັດໄຮ່, ການເຜົາເສດເຫຼືອທາງການກະສິກຳ ແລະ ການເຜົາຂີ້ເຫຍື້ອຊະຊາຍ. ທ່ານໄດ້ຮຽກຮ້ອງໃຫ້ທຸກພາກສ່ວນຮ່ວມມືກັນ “ຢຸດການເຜົາ” ແລະ ຫັນມາປ່ຽນແນວຄິດໃໝ່ ໃສ່ໃຈກັບທຳມະຊາດ ເພື່ອຮັກສາອາກາດໃຫ້ສະອາດ ແລະ ຫຼຸດຜ່ອນວິກິດການໂລກຮ້ອນ.

ສຳລັບແຜນການພັດທະນາປ່າໄມ້ຂອງແຂວງອຸດົມໄຊ ໃນປີ 2026 ນີ້, ທົ່ວແຂວງມີສວນກ້າເບ້ຍໄມ້ທັງ ໝົດ 30 ແຫ່ງ, ເນື້ອທີ່ 16.25 ເຮັກຕາ(ຂອງລັດ 9 ແຫ່ງ ແລະ ຂອງເອກະຊົນ 21 ແຫ່ງ), ສາມາດເກັບແກ່ນໄມ້ໄດ້ 4,322 ກິໂລ, ຜະລິດເບ້ຍໄມ້ໄດ້ 1,230,120 ເບ້ຍ. ຄາດຄະເນການປູກໄມ້ໃຫ້ໄດ້ 1,045 ເຮັກຕາ ແລະ ຟື້ນຟູປ່າແບບທຳມະຊາດໃຫ້ໄດ້ 1,635 ເຮັກຕາ. ສຳລັບການຈັດກິດຈະກຳປູກຕົ້ນໄມ້ໃນ 7 ເມືອງ ຈະມີການປູກທັງໝົດ 8,820 ຕົ້ນ ໃນເນື້ອທີ່ 20.5 ເຮັກຕາ. ສະເພາະພາຍໃນກິດຈະກຳມື້ນີ້, ໄດ້ມີການປູກຕົ້ນໄມ້ທັງໝົດ 1,685 ເບ້ຍ ປະກອບມີ 5 ຊະນິດ ຄື: ໄມ້ດູ່ເລືອດ 200 ເບ້ຍ, ໄມ້ແຕ້ຄ່າ 285 ເບ້ຍ, ໄມ້ສ້ອຍ 600 ເບ້ຍ, ໄມ້ແຄເຫຼືອງ 400 ເບ້ຍ ແລະ ໄມ້ຝາງຫາງນົກຍຸງ 200 ເບ້ຍ ໂດຍປູກລຽບຕາມແຄມນ້ຳມາວ ລະຫວ່າງ ບ້ານນາຫວານນ້ອຍ ຫາ ບ້ານນາສ້າວ ໄລຍະທາງ 3,000 ແມັດ ເພື່ອເພີ່ມພື້ນທີ່ສີຂຽວ ແລະ ປ້ອງກັນການເຊາະເຈາະຂອງຕາຝັ່ງ.
ນອກຈາກນີ້, ຍັງໄດ້ມີກິດຈະກຳປ່ອຍປາ ແລະ ສັດນ້ຳທັງໝົດ 300,000 ໂຕ ຄືນສູ່ທຳມະຊາດ (ໃນນີ້ ແຂວງຮັບຜິດຊອບ 200,000 ໂຕ ແລະ ອີກ 100,000 ໂຕ ແມ່ນການປະກອບສ່ວນຂອງພາກສ່ວນຕ່າງໆ ແລະ ການຊື້ພັນປາຮ່ວມປ່ອຍ. ປາທີ່ນຳມາປ່ອຍຄັ້ງນີ້ລວມມີ 8 ຊະນິດ ຄື: ປາປາກ, ປາໄນ, ປາມະລິການ, ປາໂລຮູ, ປາກິນຫຍ້າ, ປາແກງ, ປາເພ້ຍ ແລະ ປານິນ ໂດຍປ່ອຍລົງສູ່ວັງອະນຸລັກ ເຂດວັງສອງສາວ ສາຍນ້ຳກໍ-ນ້ຳມາວ ບ້ານນາຫວານນ້ອຍ ເຊິ່ງໄດ້ກຳນົດເປັນເຂດສະຫງວນ ແລະ ຫວງຫ້າມຫາປາໃນໄລຍະທາງ 2,500 ແມັດ ເພື່ອຟື້ນຟູລະບົບນິເວດ.
ພາບ/ຂ່າວ: ສະພາປະຊາຊົນແຂວງ.