(ສພຊ) – ເນື່ອງໃນໂອກາດສະເຫຼີມສະຫຼອງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 49 ປີ (18 ກໍລະກົດ 1977 – 18 ກໍລະກົດ 2026), ສະຖານເອກອັກຄະລັດຖະທູດ ສສ.ຫວຽດນາມ ປະຈຳ ສປປລາວ ສົມທົບກັບສູນວັດທະນະທຳຫວຽດນາມ ແລະ ບໍລິສັດ Star Telecom (Unitel) ໄດ້ຈັດພິທີສາຍຮູບເງົາເລື່ອງ “ຝົນແດງ” (Mưa Đỏ) ໃນວັນທີ 16 ກໍລະກົດນີ້ ທີ່ນະຄອນຫຼວງວຽງຈັນ; ມີສະຫາຍ ນາງ ສຸນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ສະຫາຍ ຈັນສະໝອນ ຈັນຍາລາດ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ, ບັນດາສະຫາຍອະດີດກຳມະການກົມການເມືອງສູນກາງພັກ, ກຳມະການສູນກາງພັກ, ອະດີດກຳມະການສູນກາງພັກ, ການນຳ ແລະ ຕາງໜ້າຈາກບັນດາຄະນະສູນກາງພັກ, ກະຊວງ, ຂະແໜງການຂອງລາວ ພ້ອມທັງບັນດາອົງການສື່ມວນຊົນຂອງ ລາວ ແລະ ຫວຽດນາມ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ສະຫາຍ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ.ຫວຽດນາມ ປະຈໍາ ສປປລາວ ກ່າວວ່າ: ສົນທິສັນຍາສະບັບນີ້ ແມ່ນເອກະສານທີ່ມີເນື້ອໃນຮອບດ້ານ, ມີຄຸນຄ່າຍຸດທະສາດຍາວນານ ແລະ ເປັນພື້ນຖານທາງການເມືອງ ແລະ ນິຕິກຳໜັກແໜ້ນທີ່ສຸດ ເພື່ອປັບປຸງ ແລະ ເພີ່ມທະວີຄວາມສາມັກຄີ, ສາຍພົວພັນພິເສດ ຫວຽດນາມ-ລາວ ໃນຍຸກສະໄໝໃໝ່. ສົນທິສັນຍາປີ 1977 ບໍ່ພຽງເປັນຫຼັກການປະຫວັດສາດທີ່ສະທ້ອນໃຫ້ເຫັນການແລກປ່ຽນການພົວພັນລະຫວ່າງສອງພັກ ໄປສູ່ການຮ່ວມມືຢ່າງຮອບດ້ານລະຫວ່າງສອງລັດອະທິປະໄຕ, ມີເອກະລາດ ແຕ່ຍັງເປັນກົດເກນແຫ່ງການດຳລົງຢູ່ ແລະ ເປັນແຫຼ່ງພະລັງອັນສຳຄັນ ທີ່ຮັບປະກັນໄຊຊະນະໃຫ້ແກ່ພາລະກິດການກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດຂອງແຕ່ລະປະເທດ; ບົນພື້ນຖານຂອງຈິດໃຈສາກົນນິຍົມກຳມະຊີບ ແລະ ຫຼັກການສະເໝີພາບ, ເຄົາລົບເອກະລາດ ແລະ ອະທິປະໄຕຂອງກັນແລະກັນ, ສົນທິສັນຍາປີ 1977 ໄດ້ສ້າງພື້ນຖານທາງນິຕິກຳ ເພື່ອໃຫ້ສອງປະເທດສາມາດບັນລຸພາລະກິດປະຫວັດສາດອັນຍິ່ງໃຫຍ່ ຄືການວາງກຳນົດເຂດຊາຍແດນແຫ່ງຊາດ ແລະ ການຮ່ວມມືຮອບດ້ານໃນຂົງເຂດການເມືອງ, ປກຊ-ປກສ, ການຕ່າງປະເທດ, ເສດຖະກິດ, ວັດທະນະທຳ, ການສຶກສາ, ເຕັກນິກ.
ໃນສະພາບການຫັນເປັນໂລກາພິວັດ ແລະ ປ່ຽນແປງໃໝ່ໃນປັດຈຸບັນ, ສົນທິສັນຍາສະບັບນີ້ ຍັງຄົງຮັກສາຄຸນຄ່າອັນສົມບູນ, ເປັນເຂັມທິດນຳທາງໃຫ້ສອງປະເທດສາມາດເຊື່ອມໂຍງເຂົ້າກັບສາກົນຢ່າງຕັ້ງໜ້າ ພ້ອມກັບຮັກສາເອກະລັກຂອງຕົນ, ພ້ອມທັງກຳນົດຂໍ້ຮຽກຮ້ອງໃໝ່ໃນການປັບປຸງຮູບແບບການຮ່ວມມືຢ່າງບໍ່ຢຸດຢັ້ງ ເພື່ອຄວາມຍືນຍົງຂອງທັງສອງປະຊາຊາດ; ນີ້ແມ່ນຊັບສິນອັນລ້ຳຄ່າທີ່ຄົນຮຸ່ນຫຼັງມີໜ້າທີ່ຮ່ວມກັນຮັກສາ ແລະ ເສີມຂະຫຍາຍ. ຫວນຄືນເສັ້ນທາງເກືອບເຄິ່ງສະຕະວັດ ນັບແຕ່ສົນທິສັນຍາປະຫວັດສາດໄດ້ລົງນາມ, ພວກເຮົາພາກພູມໃຈທີ່ເຫັນວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ ນັບມື້ນັບປັບປຸງ ແລະ ພັດທະນາເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນໃນທຸກໆຂົງເຂດ.
ສະຫາຍ ຫງວຽນ ມິງ ເຕິມ ກ່າວຕື່ມວ່າ: ຮູບເງົາ “ຝົນແດງ” (Mưa Đỏ) ຜະລິດໂດຍກອງທັບປະຊາຊົນຫວຽດນາມ ຈະນຳພາພວກເຮົາຢ້ອນຄືນໄປສູ່ໄລຍະເວລາອັນອົງອາດໃນປີ 1972 ໂດຍສະທ້ອນໃຫ້ເຫັນຢ່າງແທດຈິງເຫດການຕໍ່ສູ້ໃນຕະຫຼອດ 81 ທັງເວັນທັງຄືນ ເພື່ອປົກປ້ອງກຳແພງບູຮານກວາງຈິ (Thành cổ Quảng Trị); ໃນໄລຍະເວລາບໍ່ເຖິງ 3 ເດືອນ, ດິນແດນແຫ່ງນັ້ນຕ້ອງຮັບເອົາລູກລະເບີດກວ່າ 328,000 ໂຕນ, ມີອຳນາດທຳລາຍທຽບເທົ່າລະເບີດນິວເຄລຍ 7 ລູກ, ກາຍເປັນ “ທະເລໄຟ” ອັນດຸເດືອດ ທີ່ສະແດງໃຫ້ເຫັນການທຳລາຍອັນໂຫດຮ້າຍຂອງສົງຄາມ. ຮູບເງົາເລື່ອງນີ້ ບໍ່ພຽງເປັນບົດນິພົນສິລະປະອັນໂດດເດັ່ນທີ່ເຄີຍໄດ້ຮັບລາງວັນ ບົວຄຳ (Bông Sen Vàng) ແລະ ປີກວ່າວຄຳ (Cánh Diều Vàng) ເທົ່ານັ້ນ, ແຕ່ຍັງເປັນບົດກອນຍາວກ່ຽວກັບນ້ຳໃຈສະຫາຍ, ອຸດົມການຂອງບັນດານັກຮົບ “ທະຫານລຸງໂຮ່” ແລະ ນັກສຶກສາດີເດັ່ນທີ່ຍອມວາງປຶ້ມຮຽນໄວ້ເບື້ອງຫຼັງ ເພື່ອເຂົ້າຮ່ວມສົງຄາມປົກປັກຮັກສາເອກະລາດຂອງຊາດ. ຜ່ານຮູບເງົາອັນຊາບຊຶ້ງເຫຼົ່ານີ້, ທ່ານທູດຫວັງວ່າ ຄົນຮຸ່ນໃໝ່ຈະຍິ່ງເຫັນຄຸນຄ່າຂອງການເສຍສະຫຼະຂອງຮຸ່ນປູ່, ຮຸ່ນພໍ່ ແລະ ຮັບຮູ້ຢ່າງເລິກເຊິ່ງເຖິງຄວາມຮັບຜິດຊອບໃນການຮັກສາສັນຕິພາບ ກໍຄືຄວາມສາມັກຄີສະໜິດສະໜົມລະຫວ່າງສອງປະເທດຂອງພວກເຮົາ.
ໃນສະພາບການຫວຽດນາມ ກຳລັງຈັດຕັ້ງປະຕິບັດມະຕິເລກທີ 80-NQ/TW ວ່າດ້ວຍການພັດທະນາວັດທະນະທຳຢ່າງຕັ້ງໜ້າ, ຢັ້ງຢືນວ່າວັດທະນະທຳເປັນພື້ນຖານດ້ານຈິດໃຈ ແລະ ເປັນແຫຼ່ງກຳລັງພະລັງງານພາຍໃນອັນສຳຄັນໃຫ້ແກ່ການພັດທະນາຢ່າງຍືນຍົງ; ພ້ອມທັງຍູ້ແຮງການຈັດຕັ້ງປະຕິບັດມະຕິເລກທີ 57-NQ/TW ວ່າດ້ວຍການບຸກທະລຸໃນການພັດທະນາວິທະຍາສາດ, ເຕັກໂນໂລຊີ, ປ່ຽນແປ່ງໃໝ່ປະດິດຄິດສ້າງ ແລະ ການຫັນເປັນດິຈິຕອນ ໃນນັ້ນ ການນຳໃຊ້ວິທະຍາສາດ-ເຕັກໂນໂລຊີ ແລະ ການຫັນເປັນດິຈິຕອນເຂົ້າໃນວຽກງານວັດທະນະທຳ ເປັນໜຶ່ງໃນຂໍ້ກຳນົດສຳຄັນ ແລະ ຖືເປັນກຳລັງໜູນກຸນແຈໃນການເຜີຍແຜ່ພາບຂອງຫວຽດນາມສູ່ເວທີສາກົນ. ຈາກບັນດາທິດທາງຍຸດທະສາດນີ້, ທ່ານທູດເຊື່ອວ່າ ທັງສອງຝ່າຍຈະສືບຕໍ່ເສີມຂະຫຍາຍການຮ່ວມມືໃຫ້ເລິກເຊິ່ງກວ່າອີກ ໃນຂົງເຂດຂ່າວສານ ແລະ ວຽກງານໂຄສະນາແຜີຍແຜ່ຕ່າງປະເທດ; ພວກເຮົາຄວນປະສານງານຢ່າງໃກ້ຊິດ ເພື່ອເຜີຍແຜ່ພາບພົດຂອງປະເທດ, ປະຊາຊົນ ແລະ ຜົນສຳເລັດຂອງແຕ່ລະປະເທດ, ພ້ອມທັງກະກຽມຢ່າງດີທີ່ສຸດໃຫ້ບັນດາກິດຈະກຳໃນປີສາມັກຄີມິດຕະພາບ ແລະ ການຫຸ້ນສ່ວນ ຫວຽດນາມ-ລາວ 2027 ທີ່ຈະມາເຖິງ.
ໂອກາດດັ່ງກ່າວ, ສະຫາຍ ຫງວຽນ ມິງ ເຕິມ ໄດ້ສະແດງຄວາມຂອບໃຈຕໍ່ການເຂົ້າຮ່ວມຂອງບັນດາສະຫາຍການນຳ ແລະ ພະນັກງານຈາກບັນດາກະຊວງ, ຂະແໜງການ ແລະ ອົງການຂອງ ສປປລາວ ໃນພິທີມື້ນີ້; ການເຂົ້າຮ່ວມຂອງບັນດາສະຫາຍ ແມ່ນຫຼັກຖານອັນຈະແຈ້ງທີ່ສຸດສະແດງເຖິງຄວາມເອົາໃຈໃສ່ຢ່າງເລິກເຊິ່ງຕໍ່ວຽກງານແລກປ່ຽນວັດທະນະທຳ, ປະກອບສ່ວນບຳລຸງສ້າງສາຍພົວພັນ ຫວຽດນາມ-ລາວ ໝັ້ນຄົງຖະໜົງແກ່ນຊົ່ວກາລະນານ.
ການນໍາພັກ-ລັດ ເຂົ້າຮ່ວມຊົມຮູບເງົາ “ຝົນແດງ”
