loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ການນໍາຂັ້ນສູງ ສະພາແຫ່ງຊາດລາວ-ຫວຽດນາມ ເຂົ້າຮ່ວມພິທີເປີດ ໂຄງການສວນສາທາລະນະ ມິດຕະພາບ ລາວ-ຫວຽດນາມ

ພ.ພ. 15, 2022 | SlideMobile, ຂ່າວເດັ່ນ

(ສພຊ) ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ແລະ ສະຫາຍ ເວືອງ ດິງ ເຫວະ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານສະພາແຫ່ງຊາດ ແຫ່ງ ສສ.ຫວຽດນາມ ພ້ອມດ້ວຍການນຳຂັ້ນສູງ ຂອງສອງສະພາແຫ່ງຊາດລາວ-ຫວຽດນາມ ເຂົ້າຮ່ວມພິທີເປີດ ໂຄງການສວນສາທາລະນະ ມິດຕະພາບ ລາວ-ຫວຽດນາມ ທີ່ບ້ານດົງໝາກຄາຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຊິ່ງໂຄງການດັ່ງກ່າວ ເປັນໂຄງການໜຶ່ງທີ່ມີຄວາມໝາຍສຳຄັນພິເສດ ໂດຍພາຍໃຕ້ການຊີ້ນໍາໂດຍກົງຂອງສອງກົມການເມືອງສູນກາງພັກ ລາວ-ຫວຽດນາມ.
ຕາງໜ້າເຈົ້າຂອງໂຄງການຝ່າຍລາວ ແລະ ຫວຽດນາມ ໄດ້ພັດປ່ຽນກັນມີຄຳເຫັນ ໂດຍສະຫາຍ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ຫົວຫນ້າຫ້ອງວ່າການສູນກາງພັກກ່າວວ່າ: ໂຄງການກໍ່ສ້າງສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ເປັນໂຄງການໜຶ່ງທີ່ມີຄວາມໝາຍສຳຄັນພິເສດ ໂດຍພາຍໃຕ້ການຊີ້ນໍາໂດຍກົງຂອງສອງກົມການເມືອງສູນກາງພັກ ລາວ-ຫວຽດນາມ, ເປັນໂຄງການທີ່ມີຄວາມໝາຍທາງປະຫວັດສາດ-ການເມືອງ ຢ່າງເລິກເຊິ່ງ ລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ເປັນສັນຍາລັກແຫ່ງການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການພົວພັນຮ່ວມມືຮອບດ້ານ ຂອງສອງຊາດ.
ໂຄງການດັ່ງກ່າວ ມີເນື້ອທີ່ທັງໝົດ 3 ເຮັກຕາ ຕັ້ງຢູ່ເຂດນະຄອນຫລວງວຽງຈັນ ເຊິ່ງບັນດາເນື້ອໃນ, ກິດຈະການຕ່າງໆ ທີ່ຈະປະກອບເຂົ້າໃນໂຄງການ ແມ່ນລ້ວນແລ້ວ ແຕ່ສ່ອງແສງໃຫ້ເຫັນເອກະລັກ, ວັດທະນະທຳ, ມູນເຊື້ອອັນດີງາມຂອງການພົວພັນລະຫວ່າງສອງຊາດ. ພາຍຫລັງສຳເລັດສະຖານທີ່ດັ່ງກ່າວ ຈະກາຍເປັນບ່ອນພັກຜ່ອນ, ອອກກໍາລັງກາຍ, ທ່ອງທ່ຽວທາງດ້ານວັດທະນະທຳ, ສະຖານທີ່ສຶກສາ, ຮ່ຳຮຽນ ຂອງປະຊາຊົນລາວ ເວົ້າລວມ, ເວົ້າສະເພາະແມ່ນຂອງຊາວນະຄອນຫລວງວຽງຈັນ ໄດ້ເຂົ້າມາທັດສະນະສຶກສາ, ຄົ້ນຄວ້າ, ເຄື່ອນໄຫວກິດຈະກໍາ ເສີມຂະຫຍາຍມູນເຊື້ອອັນດີງາມ ຂອງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.
ລາວ ແລະ ຫວຽດນາມ ແມ່ນສອງປະເທດບ້ານໃກ້ເຮືອນຄຽງທີ່ມີຊາຍແດນຕິດຈອດກັນແຕ່ເໜືອຮອດໃຕ້, ມີຄວາມໃກ້ຊິດ ສະໜິດສະໜົມ, ມີສາຍພົວພັນມິດຕະພາບ ອັນເປັນມູນເຊື້ອມາແຕ່ບູຮານນະການ ແລະ ໄດ້ກາຍມາເປັນສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ເຊິ່ງເປັນແບບຢ່າງ ທີ່ຫາຍາກ ຂອງການພົວພັນສາກົນໃນໂລກນີ້ “ແບບໜຶ່ງບໍ່ມີສອງ” ໂດຍແມ່ນ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະ ປະທານ ໂຮ່ຈິມິນ ເປັນຜູ້ລິເລີ່ມ ແລະ ເພີ່ມພູນຄູນສ້າງ ກາຍເປັນມໍລະດົກອັນປະເສີດ ແລະ ລໍ້າຄ່າ ທີ່ຕ້ອງໄດ້ຖະນຸຖະໜອມ ແລະ ສືບທອດມາຈົນເຖິງທຸກວັນນີ້. ກ້າວເຂົ້າສູ່ໄລຍະໃໝ່ແຫ່ງການພົວພັນແບບພິເສດນີ້ ຍິ່ງໄດ້ຮັບການສືບຕໍ່ປັບປຸງ ແລະ ເສີມຂະຫຍາຍຂຶ້ນສູ່ລະດັບສູງກວ່າເກົ່າ ປະກອບສ່ວນເຂົ້າໃນການປະຕິບັດບັນດາໜ້າທີ່ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຊິ່ງສອງພັກ-ສອງລັດ ໄດ້ວາງອອກຢ່າງມີໄຊ ເຮັດໃຫ້ ສປປລາວ ແລະ ສສ.ຫວຽດນາມ ໄດ້ຮັບການພັດທະນາ, ເຊື່ອມໂຍງເຂົ້າກັບພາກພື້ນ ແລະ ໂລກ ຢ່າງບໍ່ຢຸດຢັ້ງ.