ການນໍາຂັ້ນສູງພັກ-ລັດ ແລະ ພາກສ່ວນຕ່າງໆ ເຂົ້າວາງພວງມາລາ ໄວ້ອາໄລຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ

ສ.ຫ. 10, 2026

(ສພຊ) – ວັນທີ 9 ສິງຫາ 2026 ທີ່ຫໍປະຊຸມແຫ່ງຊາດ, ການນໍາຂັ້ນສູງຂອງພັກ-ລັດ, ບັນດາອົງການ, ກະ ຊວງ, ສໍານັກງານ, ຄອບຄົວການນໍາ, ອະດີດການນຳ ແລະ ພາກສ່ວນຕ່າງໆ ໄດ້ພ້ອມກັນເຂົ້າວາງພວງມາລາ ແລະ ໄວ້ ອາໄລຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ; ການວາງພວງມາລາຄັ້ງນີ້ ເປັນການສະແດງເຖິງຄວາມກະຕັນຍູ, ຮູ້ບຸນຄຸນ ແລະ ຄວາມເຄົາລົບຮັກທີ່ມີຕໍ່ສະຫາຍ ໄຊສົມພອນ ພົມວິຫານ ຜູ້ໄດ້ອຸທິດເຫື່ອແຮງ, ສະຕິປັນຍາ ແລະ ກໍາລັງກາຍ-ກໍາລັງໃຈ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ໂດຍສະເພາະໃນຂົງເຂດນິຕິບັນຍັດ ແລະ ສະພາແຫ່ງຊາດ.
ຄະນະທໍາອິດທີ່ເຂົ້າວາງພວງມາລາ ແມ່ນຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ນໍາໂດຍສະ ຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ. ລຳດັບຈາກນັ້ນເເມ່ນຄອບ ຄົວສະຫາຍ ທອງລຸນ ສີສຸລິດ; ຄະນະປະຈໍາສະພາແຫ່ງຊາດ ນໍາໂດຍທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິ ການສູນກາງພັກ, ຮອງປະທານສະພາແຫ່ງຊາດ; ຄະນະລັດຖະບານ ນໍາໂດຍສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ; ຄະນະຄອບຄົວພົມວິຫານ ນໍາໂດຍສະຫາຍ ສັນຕິພາບ ພົມວິຫານ ກຳ ມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ; ຄອບຄົວສີພັນດອນ ນຳໂດຍສະຫາຍ ສອນໄຊ ສີພັນດອນ; ຄະນະຈາກຫ້ອງວ່າການສູນກາງພັກ ນໍາໂດຍສະຫາຍ ເພັດ ພົມພິພັກ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ.
ພ້ອມນີ້, ຍັງມີຄະນະຈາກສູນກາງເເນວລາວສ້າງຊາດ ນຳໂດຍສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງເເນວລາວສ້າງຊາດ; ຄອບຄົວສະຫາຍ ຄໍາພັນ ພົມມະທັດ ກຳມະການກົມການ ເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຍຸຕິທໍາ; ຄະນະໂຄສະນາອົບຮົມສູນກາງພັກ ນໍາໂດຍສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ; ຄະນະຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ. ນອກນັ້ນ, ຍັງມີຄະນະວາງພວງມາລາຈາກບັນດາກະຊວງ, ສໍານັກງານ, ອົງ ການ, ຄອບຄົວການນໍາ, ອະດີດການນຳພັກ-ລັດ, ບັນດານັກທຸລະກິດ, ບໍລິສັດ ເເລະ ອື່ນໆ ຕາມລໍາດັບ.