(ສພຊ) – ວັນທີ 14 ສິງຫານີ້ ທີ່ຫໍປະຊຸມແຫ່ງຊາດ, ບັນດາການນຳ, ອະດີດການນຳພັກ-ລັດ ພ້ອມດ້ວຍມວນຊົນໃນນະຄອນຫຼວງວຽງຈັນ ນຳໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແລະ ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ຮ່ວມໃສ່ບາດຖວາຍສັງຂະທານແດ່ພະສົງ ເພື່ອອຸທິດສ່ວນບຸນສ່ວນກຸສົນໃຫ້ແກ່ສະຫາຍ ໄຊສົມພອນ ພົມວິຫານ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດປະທານສະພາແຫ່ງຊາດ ທີ່ໄດ້ເຖິງແກ່ມໍລະນະກຳໃນວັນທີ 8 ສິງຫາຜ່ານ
ມາ ດ້ວຍພະຍາດເສັ້ນເລືອດອັກເສບທີ່ຮ້າຍແຮງ, ລວມອາຍຸໄດ້ 70 ປີ.
ມາ ດ້ວຍພະຍາດເສັ້ນເລືອດອັກເສບທີ່ຮ້າຍແຮງ, ລວມອາຍຸໄດ້ 70 ປີ.ການໃສ່ບາດຖວາຍສັງຂະທານໃນຄັ້ງນີ້ ດຳເນີນໄປຕາມຮີດຄອງປະເພນີ ແລະ ຫຼັກພຸດທະສາສະໜາ ໂດຍໄດ້ຟັງທຳມະເທດສະໜາ; ຫຼັງຈາກນັ້ນ, ກໍໄດ້ຮ່ວມກັນໃສ່ບາດຖວາຍສັງຂະທານແດ່ພະສົງ ດ້ວຍຈິດໃຈເຄົາລົບ ແລະ ສຳ ລວມ ເພື່ອອຸທິດສ່ວນບຸນສ່ວນກຸສົນໃຫ້ແກ່ສະຫາຍ ໄຊສົມພອນ ພົມວິຫານ ຕາມຄວາມເຊື່ອຖືທາງພຸດທະສາສະໜາ, ທັງສະທ້ອນໃຫ້ເຫັນເຖິງການສືບສານຮັກສາຮີດຄອງປະເພນີ ແລະ ຂະນົບທຳນຽມອັນດີງາມຂອງຊາດລາວເຮົາ ທີ່ໄດ້ສືບທອດກັນມາແຕ່ອະດີດຈົນຮອດປັດຈຸບັນ.



