loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກະກຽມເນື້ອໃນໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ່3 ຂອງສະພາປະຊາຊົນແຂວງຊຸດທີII ທີ່ຈະນຳເຂົ້າກອງປະຊຸມຮ່ວມອົງການປົກຄອງແຂວງ

ພ.ພ. 30, 2022 | ບໍ່ມີໝວດ, ເຂດ 3 ຫຼວງນ້ຳ​ທາ

ຕອນເຊົ້າວັນທີ 27 ພຶດສະພາ 2022 ຜ່ານມານີ້ ສະພາປະຊາຊົນແຂວງຫລວງນ້ຳທາ ເປີດກອງປະຊຸມຄົ້ນຄວ້າ, ປຶກສາຫາລື ແລະ ກະກຽມເນື້ອໃນໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ່3 ຂອງສະພາປະຊາຊົນແຂວງຊຸດທີII ທີ່ຈະນຳເຂົ້າກອງປະຊຸມຮ່ວມກັບອົງການປົກຄອງແຂວງໃນຕໍ່ໜ້າ ຂື້ນຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ພາຍໃຕ້ການເປັນປະທານຂອງທ່ານ ຄຳຟອງ ອິນມະນີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີຄະນະຮອງປະທານ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ, ຄະນະເລຂາທິການ, ຫົວໜ້າ, ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານ-ວິຊາການພາຍໃນສະພາຍໃນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມບັນດາທ່ານຜູ້ແທນໄດ້ປະກອບຄຳຄິດເຫັນ, ຄົ້ນຄວ້າ, ປຶກສາຫາລື, ກະກຽມ ແລະ ເປັນເອກະພາບກັນ ຕໍ່ກັບແຜນດຳເນີນງານໃນການກະກຽມເນື້ອໃນໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ3 ຂອງ ສະພາປະຊາຊົນແຂວງ ທີ່ຈະນຳເຂົ້າໃນກອງປະຊຸມຮ່ວມກັບອົງການປົກຄອງແຂວງ ໃນຕໍ່ໜ້າ  ເພື່ອຈະໄດ້ພ້ອມກັນປຶກສາຫາລື, ຄົ້ນຄວ້າ, ກະກຽມ ແລະ ຕົກລົງເປັນເອກະພາບກັນ ເພື່ອເຮັດໃຫ້ເນື້ອໃນທີ່ນຳເຂົ້າໃນກອງປະຊຸມຄັ້ງນີ້ ມີເນື້ອໃນຄົບຖ້ວນສົມບຸນ ຮັບປະກັນຄຸນນະພາບ, ສອດຄອງກັບສະພາບຕົວຈິງ ເພື່ອຮັບປະກັນໃຫ້ເນື້ອໃນດັ່ງກ່າວ ສາມາດນຳເຂົ້າຄົ້ນຄວ້າ, ພິຈາລະນາ ແລະ ທວງທັນກັບເວລາ ຕາມກຳນົດທີ່ວ່າງໄວ້.

 

ໂດຍ: ວັນນີ ແຝງບົວວັນ