loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກອງປະຊຸມ ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໜສາມັນ ເທື່່ອທີ 4 ສະພາແຫ່ງຊາດ ຊຸດທີ IX ໃຫ້ແກ່ພະນັກງານ – ລັດຖະກອນສະພາປະຊາຊົນແຂວງວຽງຈັນ

ມ.ກ. 10, 2023 | ເຂດ 10 ວຽງຈັນ

ໃນຕອນເຊົ້າວັນທີ 10 ມັງກອນ 2023 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງວຽງຈັນ ໄດ້ຈັດກອງປະຊຸມເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໜສາມັນ ເທື່່ອທີ 4 ສະພາແຫ່ງຊາດ ຊຸດທີ IX ຂື້ນ ຢູ່ທີຫ້ອງປະຊຸມສະພາປະຊາຊົນແຂວງໂດຍການເປັນປະທານຂອງ ທ່ານ ບຸນສອນ ເພັດລາວັນ ປະທານສະພາປະຊາຊົນແຂວງວຽງຈັນ,ຄະນະປະທານສະມາຊິກສະພາແຫ່ງຊາດ ເຂົ້າຮ່ວມມີບັນດາທ່ານ ຮອງປະທານ ,ຄະນະກໍາມະການ,ຄະນະເລຂາທິການ, ມີຫົວໜ້າ, ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານ-ວິຊາການ ທັງໜົດພາຍໃນສະພາປະຊາຊົນແຂວງເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໄກ້ຮັບຟັງການເຜີຍແຜ່ເນື້ອໃນຜົນສໍາເລັດກອງປະຊຸມສະໄໜສາມັນ ເທື່່ອທີ 4 ສະພາແຫ່ງຊາດ ຊຸດທີ IX ຂື້ນ ພ້ອມດຽວກັນນັ້ນກໍ່ໄດ້ຜ່ານຮ່າງບົດສະຫຼຸບການເຄື່ອນໄຫວວຽກງານ ປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ຂອງສະພາປະຊາຊົນແຂວງ ເພື່ອປະກອບຄໍາເຫັນສ້າງຄວາມເປັນເອກະພາບຕໍ່ເນື້ອໃນບົດສະຫຼຸບໃຫ້ມີເນື້ອໃນໃຫ້ມີຄວາມຄົບຖ້ວນສົມບູນ.