
ຕອນບ່າຍວັນທີ 4 ພຶດສະພາ 2026, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ເປີດກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຂຶ້ນ, ໂດຍການເປັນປະທານຂອງທ່ານ ບຸນຄົງ ຫຼ້າຈຽມພອນ ກໍາມະການສູນກາງພັກ, ປະທານສະພາປະຊາຊົນແຂວງ, ມີທ່ານ ປອ ວົງສະຫວັນ ໄຊຍະວົງ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ, ບັນດາທ່ານໃນຄະນະປະຈໍາສະພາປະຊາຊົນແຂວງ, ຮອງປະທານຄະນະກໍາມະການ, ພະແນກການ ແລະ ຂະແໜງກ່ຽວຂ້ອງ ເຂົ້າຮ່ວມ.





ກອງປະຊຸມ, ທ່ານ ຄອນສີ ໄຊຍະມອນ ຄະນະປະຈໍາ, ປະທານຄະນະກໍາມະການເສດຖະກິດ, ການເງິນ ແລະ ສິ່ງແວດລ້ອມ ສະພາປະຊາຊົນແຂວງ, ໄດ້ຜ່ານໜັງສືສະເໜີຂອງປະທານຄະນະກໍາມະການປົກຄອງແຂວງ ຈໍານວນ 6 ສະບັບຄື: ໜັງສືສະເໜີ ປະທານຄະນະກໍາມະການປົກຄອງແຂວງ ກ່ຽວກັບການພິຈາລະນາຮັບຮອງການຈັດສັນແຜນລາຍຈ່າຍເງິນເກີນແຜນ 2025 ນໍາໃຊ້ປີ 2026 ແຂວງອຸດົມໄຊ, ສະບັບເລກທີ 210/ຄປຂ; ກ່ຽວກັບການພິຈາລະນາ, ຮັບຮອງແຜນການລົງທຶນຂອງລັດປະຈໍາປີ 2026 ແຂວງອຸດົມໄຊ(ທຶນພັດທະນາຊຸມຊົນ), ສະບັບເລກທີ 944/ຄປຂ; ກ່ຽວກັບການພິຈາລະນາ, ຮັບຮອງການຈັດສັນເງິນເກີນແຜນ ປີ 2025 ເຂົ້າໃນການຊໍາລະໜີ້ສິນຂອງລັດ ປີ 2026 ແຂວງອຸດົມໄຊ, ສະບັບເລກທີ 541/ຄປຂ; ກ່ຽວກັບການພິຈາລະນາອອກມະຕິຕົກລົງ ວ່າດ້ວຍການຫັນປ່ຽນປະເພດທີ່ດິນກະສິກໍາໄປເປັນທີ່ດິນປຸກສ້າງທີ່ຢູ່ອາໄສ ຢູ່ເມືອງໄຊ, ແຂວງອຸດົມໄຊ ສະບັບເລກທີ 332/ຄປຂ; ກ່ຽວກັບການພິຈາລະນາ, ຮັບຮອງ ແຜນຈັດນໍາໃຊ້ທີ່ດິນຂັ້ນເມືອງ ຂອງເມືອງຮຸນ, ເມືອງແບງ, ແຂວງອຸດົມໄຊ ສະບັບເລກທີ 0076/ຄປຂ ແລະ ພ້ອມກັນນັ້ນ, ໄດ້ຮັບຟັງບົດລາຍງານການຄົ້ນຄ້ວາໜັງສືສະເໜີດັ່ງກ່າວຂອງຄະນະປະຈໍາສະພາປະຊາຊົນແຂວງ.

ຫຼັງຈາກນັ້ນ, ປະທານກອງປະຊຸມໄດ້ສະເໜີຄໍາຖາມເຈາະຈີ້ມ, ຈຸດປະສົງແມ່ນເພື່ອໃຫ້ບັນດາທ່ານໃນຄະນະປະຈໍາສະພາປະຊາຊົນແຂວງ ໄດ້ມີຄໍາເຫັນແລກປ່ຽນ, ຊັກຖາມເພີ່ມເຕີ່ມ ແລະ ພະແນກການກ່ຽວຂ້ອງໄດ້ຊີ້ແຈງ ແລະ ໃຫ້ຂໍ້ມູນເພີ່ມເຕີມ, ທັງນີ້ກໍ່ເພື່ອເປັນການຮັບປະກັນໃນການຈັດຕັ້ງປະຕິບັດໜັງສືສະເໜີ ໃຫ້ມີຄວາມຖືກຕ້ອງສອດຄອງຕາມພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ.

ປະຕິບັດຕາມວາລະກອງປະຊຸມ, ຍັງໄດ້ຜ່ານຮ່າງແຜນລົງເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນແຂວງ ຊຸດທີ V; ຮ່າງມະຕິຕົກລົງຂອງຄະນະປະຈໍາສະພາປະຊາຊົນແຂວງ ວ່າດ້ວຍ ການແຕ່ງຕັ້ງສະມາຊິກສະພາແຫ່ງຊາດ ເປັນສະມາຊິກສະພາປະຊາຊົນແຂວງ ອັດຕະໂນມັດ ແລະ ແບ່ງຄວາມຮັບຜິດຊອບໃຫ້ບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈໍາຢູ່ເຂດເລືອກຕັ້ງແຕ່ລະເມືອງ; ຮ່າງມະຕິຕົກລົງຂອງຄະນະປະຈໍາສະພາປະຊາຊົນແຂວງອຸດົມໄຊ ວ່າດ້ວຍການບັນຈຸຊັບຊ້ອນສະມາຊິກສະພາປະຊາຊົນແຂວງ ຊຸດທີ V ສັງກັດແຕ່ລະຄະນະກໍາມະການ ແລະ ຮ່າງສະຫຼຸບຕີລາຄາຄືນ ການເຄື່ອນໄຫວວຽກງານປະຈໍາເດືອນ 3 ແລະ ເດືອນ 4 ແລະ ວາງທິດທາງແຜນການ ປະຈໍາເດືອນ ພຶດສະພາ 2026; ພ້ອມທັງ, ໄດ້ປະກອບຄໍາຄິດຄໍາເຫັນໃສ່ຮ່າງເນື້ອໃນດັ່ງກ່າວ ຢ່າງກົງໄປກົງມາ ເພື່ອເຮັດໃຫ້ຄົບຖ້ວນສົມບູນ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ. 
ພາບ/ຂ່າວ: ສະພາປະຊາຊົນແຂວງ.
