ກອງປະຊຸມ ຄປຈສພຊ ສະໄໝວິສາມັນ ປະຈໍາເດືອນຕຸລາ

ຕ.ລ. 10, 2026

(ສພຊ) – ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ) ສະໄໝວິສາມັນ ປະຈຳເດືອນຕຸລາ ໄດ້ຈັດຂຶ້ນໃນວັນທີ 9 ຕຸລາ 2026 ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານຄະນະປະຈຳສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາທ່ານຮອງປະທານ ແລະ ກຳມະການໃນ ຄປຈສພຊ, ຮອງປະທານກໍາມາທິການ-ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ພິຈາລະນາບັນຫາສໍາຄັນພື້ນຖານຂອງປະເທດຊາດ ຕາມຂອບເຂດສິດ ແລະ ໜ້າທີ່ຂອງຄະນະປະຈຳສະພາແຫ່ງຊາດ ທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ ເຊິ່ງກອງປະຊຸມຄັ້ງນີ້ ໄດ້ຄົ້ນຄວ້າ ແລະ ພິຈາລະນາໜັງສືສະເໜີຂອງລັດຖະບານຈຳນວນໜຶ່່ງ, ການກະກຽມເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ ຄັ້ງທີ 47 ແລະ ກອງປະຊຸມພົບປະລະຫວ່າງຜູ້ນຳໄອປາ ກັບ ຜູ້ນຳອາຊຽນ ຄັ້ງທີ 15 (AIPA-ASEAN Leaders’ Interface) ທີ່ຈະຈັດຂຶ້ນທີ່ປະເທດຟີລິບປິນ; ພ້ອມນັ້ນ, ກອງປະຊຸມຍັງໄດ້ຕີລາຄາການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງ ສພຊ ຊຸດທີ X ທີ່ໄດ້ດໍາເນີນໃນລະຫວ່າງວັນທີ 5-9 ຕຸລານີ້.