(ສພຊ) – ລະຫວ່າງວັນທີ 11-13 ສິງຫາ 2026, ຄະນະຜູ້ແທນລາວ ນໍາໂດຍທ່ານ ດຣ. ໄພວັນ ແກ້ວປະເສີດ ສະມາຊິກສະພາແຫ່ງຊາດ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນລັດຖະສະພາສຸຂະພາບໂລກໃນພາກພື້ນອາຊີ-ປາຊີຟິກ (APPE-GH) ຄັ້ງທີ 9 ທີ່ນະຄອນຫຼວງພະນົມເປັນ, ປະເທດກຳປູເຈຍ; ກອງປະຊຸມໄດ້ຮັບກຽດກ່າວເປີດໂດຍທ່ານ ອຸສ ບໍຣິດ ຮອງປະທານສະພາສູງ ແຫ່ງລາຊະອານາຈັກກຳປູເຈຍ ຜູ້ທີ 1, ກ່າວປິດໂດຍທ່ານ ກິດຕິເສດທາບິນດິດ ຈີມຢຽບ ຮອງປະທານສະພາແຫ່ງຊາດ ແຫ່ງລາຊະອານາຈັກກຳປູເຈຍ ຜູ້ທີ 1 ແລະ ເປັນປະທານກອງປະຊຸມໂດຍທ່ານ ນາງ ລັອກ ເຄັງ ປະທານຄະນະກຳມະການສຸຂະພາບ, ສັງຄົມສົງເຄາະ, ນັກຮົບເກົ່າ, ການຟື້ນຟູໜ້າທີ່ການ, ເຍົາວະຊົນ, ແຮງງານ, ການຝຶກວິຊາຊີບ ແລະ ແມ່ຍິງ.
ກອງປະຊຸມໃນຄັ້ງນີ້ ໄດ້ປຶກສາຫາລື ແລະ ພິຈາລະນາຫຼາຍບັນຫາ ເປັນຕົ້ນ: ການຍົກລະດັບການປະກັນສຸຂະພາບທົ່ວປວງຊົນ ໃນພາກພື້ນອາຊີ-ປາຊີຟິກ; ການຄຸ້ມຄອງຂອງລັດຖະສະພາ ຕໍ່ການປະກັນສຸຂະພາບທົ່ວປວງຊົນ: ຄວາມຄືບໜ້າ ແລະ ສິ່ງທ້າທາຍ; ການປະກັນສຸຂະພາບທົ່ວປວງຊົນໃນໄລຍະການປ່ຽນແປງຂອງສະພາບດິນຟ້າອາກາດ; ການປະກັນສຸຂະພາບທົ່ວປວງຊົນໃນຍຸກປັນຍາປະດິດ (AI); ການຮ່ວມມືທາງດ້ານສະພາບອາກາດ, ສຸຂະພາບ ແລະ ປັນຍາປະດິດ ໃນລັດຖະສະພາພາກພື້ນອາຊີ-ປາຊີຟິກ; ການທັດສະນະສຶກສາໂຮງໝໍ ແລະ ສຸກສາລາຕົວແບບ ຂອງກຳປູເຈຍ ຢູ່ແຂວງກຳປົດ.
ທ່ານ ດຣ. ໄພວັນ ແກ້ວປະເສີດ ໄດ້ສະເໜີບົດໃນພາກສົນທະນາ ກ່ຽວກັບການປະກັນສຸຂະພາບທົ່ວປວງຊົນໃນຍຸກປັນຍາປະດິດ ຂອງ ສປປລາວ ເຊິ່ງ AI ເປັນທ່າແຮງໃນການສະໜັບສະໜູນດ້ານສຸຂະພາບ ໂດຍການປັບປຸງການບົ່ງມະຕິພະຍາດ, ເສີມສ້າງການເຝົ້າລະວັງພະຍາດ ແລະ ຊ່ວຍໃນການນຳໃຊ້ຂໍ້ມູນດ້ານສຸຂະພາບໃຫ້ດີຂຶ້ນ ເພື່ອປັບປຸງການບໍລິການ ແລະ ກ້າວໄປສູ່ການຄຸ້ມຄອງສຸຂະພາບທົ່ວປວງຊົນ. ສປປລາວ ຍັງຢູ່ໃນຂັ້ນຕົ້ນໃນການວາງພື້ນຖານການນຳໃຊ້ AI ດ້ວຍການສະໜັບສະໜູນຈາກອົງການອະນາໄມໂລກ; ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມປຶກສາຫາລືດ້ານນະໂຍບາຍລະດັບສູງ ແລະ ກອງປະຊຸມວິຊາການກ່ຽວກັບ AI ດ້ານສາທາລະນະສຸກ ຄັ້ງທຳອິດຂອງປະເທດ ເພື່ອກຳນົດກໍລະນີການນຳໃຊ້ບຸລິມະສິດ ແລະ ເສີມສ້າງຄວາມພ້ອມແຫ່ງຊາດ ໃນການນຳໃຊ້ AI ເຂົ້າໃນການຊ່ວຍເຫຼືອດ້ານການບົ່ງມະຕິການປິ່ນປົວສຸຂະພາບຂັ້ນຕົ້ນ ໂດຍສະເພາະພະຍາດຄວາມດັນເລືອດສູງ ແລະ ພະຍາດເບົາຫວານ ພາຍໃຕ້ໂຄງການ Lao PEN, ການກວດວັນນະໂລກໂດຍໃຊ້ X-rays ຜົ້ງເອິກ ແລະ ການຊອກຫາພະຍາດໂດຍໃຊ້ຂໍ້ມູນສະພາບອາກາດ ແລະ ສຸຂະພາບ ເຊິ່ງເຕັກໂນໂລຊີເຫຼົ່ານີ້ ຈະຊ່ວຍສະໜັບສະໜູນແພດໝໍ ແຕ່ບໍ່ແມ່ນການທົດແທນການປະຕິບັດໜ້າທີ່ຂອງເຂົາເຈົ້າ. ສະມາຊິກລັດຖະສະພາ ມີຄວາມຮັບຜິດຊອບທີ່ສຳຄັນໃນການປະຕິບັດພາລະບົດບາດຂອງຕົນ ໃນການຊຸກຍູ້ການປະດິດສ້າງທີ່ຮັບປະກັນວ່າເຕັກໂນໂລຊີໃໝ່ ສອດຄ່ອງກັບບຸລິມະສິດດ້ານສຸຂະພາບແຫ່ງຊາດ ແລະ ຮັບໃຊ້ຜົນປະໂຫຍດຂອງປະຊາຊົນ ໃນການຄຸ້ມຄອງສຸຂະພາບທົ່ວປວງຊົນ ເພື່ອຮັບປະກັນວ່ານະວັດຕະກຳສາມາດນຳໄປສູ່ການແກ້ໄຂດ້ານການບໍລິການສຸຂະພາບ ແລະ ການລົງທຶນໃນສຸຂະພາບດິຈິຕອນ ທີ່ເປັນປະໂຫຍດຕໍ່ທຸກຄົນ ໂດຍສະເພາະຜູ້ຢູ່ໃນຊຸມຊົນຫ່າງໄກທີ່ບໍ່ສາມາດເຂົ້າເຖິງການບໍລິການໄດ້.
ກອງປະຊຸມໃຫຍ່ສະຫະພັນລັດຖະສະພາສຸຂະພາບໂລກໃນພາກພື້ນອາຊີ-ປາຊີຟິກ
