ກອງປະຊຸມເຜີຍແຜ່ ແລະ ຝຶກອົບຮົມສ້າງຄວາມເຂັ້ມແຂງ ໃຫ້ສະມາຊິກສະພາປະຊາຊົນແຂວງ.

ພ.ພ. 25, 2026

ຕອນເຊົ້າຂອງວັນພະຫັດທີ 21 ພຶດສະພາ 2026, ຢູ່ທີ່ຫ້ອງປະຊຸມພະແນກອຸດສາຫະກໍາ ແລະ ການຄ້າ, ໄດ້ເປີດກອງປະຊຸມເຜີຍແຜ່ ແລະ ຝຶກອົບຮົມສ້າງຄວາມເຂັ້ມແຂງ ໃຫ້ສະມາຊິກສະພາປະຊາຊົນແຂວງ, ໂດຍການເປັນປະທານຂອງທ່ານ ນາງ ຄໍາໝັ້ນ ແກ້ວບຸນຫວນ ກຳມະການປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ; ມີທ່ານ ສຸບັນ ສະວະບຸດ ອາດີດຄະນະປະຈໍາສະພາແຫ່ງຊາດ ຊຸດທີ IX; ທ່ານ ທອງຄານ ກຳມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງ; ບັນດາທ່ານກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ຄະນະທິມງານຈາກສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 04; ສະມະຊິກສະພາປະຊາຊົນແຂວງ, ພະແນກການ, ອົງການອ້ອມຂ້າງແຂວງ, ຄະນະຫ້ອງວ່າການສະພາປະຊາຊົນແຂວງ; ແຂກເຊີນ ແລະ ພະນັກງານພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມ.ກອງປະຊຸມ, ທ່ານ ສຸບັນ ສະວະບຸດ ອາດີດຄະນະປະຈໍາສະພາແຫ່ງຊາດ ຊຸດທີ IX ໄດ້ສະເໜີ: ພາລະບົດບາດ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ; ທັກສະໃນການລົງພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ຂອງສະພາແຫ່ງຊາດ; ສະພາປະຊາຊົນແຂວງ ແລະ ພ້ອມກັນນັ້ນ, ຜູ້ແທນກອງປະຊຸມໄດ້ພ້ອມກັນປະກອບຄໍາຄິດເຫັນຕໍ່ບັນດາເນື້ອໃນດັ່ງກ່າວ ຢ່າງເລິກເຊິ່ງ ແລະ ກົງໄປກົງມາ, ເພື່ອໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບບັນດາເນື້ອໃນຕ່າງໆທີ່ນໍາມາສະເໜີຄັ້ງນີ້ເພີ່ມຍິ່ງຂຶ້ນ ແລະ ເພື່ອຄວາມເອກະພາບໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ໃຫ້ຖືກຕ້ອງສອດຄ່ອງຕາມພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ກໍານົດໄວ້ໃນກົດໝາຍ ວ່າດ້ວຍ ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ.   ກອງປະຊຸມດັ່ງກ່າວ, ຈະດຳເນີນເປັນເວລາ 2 ວັນ ຈິ່ງຈະສຳເລັດ.

ພາບ/ຂ່າວ: ສະພາປະຊາຊົນແຂວງ.