loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກອງປະຊຸມສະໄໝສາມັນເທື່ອທີ 4 ສສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II ຈະຈັດຂຶ້ນໃນຕົ້ນເດືອນ ກຸມພາ 2023.

ມ.ກ. 26, 2023 | ເຂດ 4 ອຸດົມໄຊ

ຕອນເຊົ້າຂອງວັນທີ 25 ມັງກອນ 2023 ທີ່ສະຖານີວິທະຍຸ-ໂທລະພາບ ແຂວງອຸດົມໄຊ, ທ່ານ ນ. ວັນສີ ພວງມະໄລ ຄະນະປະຈຳ, ເລຂາທິການສະພາປະຊາຊົນແຂວງອຸດົມໄຊ ໄດ້ຖະແຫຼງຂ່າວການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນອຸດົມໄຊ ຊຸດທີ II ວ່າ: ປະຕິບັດຕາມມາດຕາ 59 ຂອງກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ສະບັບປີ 2020 ສະພາປະຊາຊົນອຸດົມໄຊ ໃນຖານະເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນຊາວແຂວງອຸດົມໄຊ ຈະໄດ້ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 4 ຂຶ້ນ ໃນວັນທີ 1-3 ກຸມພາ 2023 ຢູ່ທີ່ສະໂມສອນແຂວງ(ບ້ານເຈງ) ເປັນເວລາ 3 ວັນເຕັມ. ກອງປະຊຸມໃນຄັ້ງນີ້, ຈະສຸມໃສ່ຄົ້ນຄວ້າ, ພິຈາລະນາ, ຮັບຮອງເອົາບັນຫາສຳຄັນພື້ນຖານຕ່າງໆຂອງແຂວງເຊັ່ນ: ບົດລາຍງານໂດຍສັງເຂບກ່ຽວກັບວຽກງານການບໍລິຫານລັດ ປະຈຳປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023; ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023; ບົດລາຍງານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ແລະ ບົດລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ; ບົດລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ, ຕິດພັນກັບການແກ້ໄຂປະກົດການຫຍໍ້ທໍ້ພາຍໃນແຂວງ ປະຈໍາປີ 2022 ແລະ ທິດທາງແຜນການປະຈໍາປີ 2023; ບົດລາຍງານ ການຮັບມືໄພພິບັດ ແລະ ການຟື້ນຟູໄພພິບັດໃນຕໍ່ໜ້າ; ບົດລາຍງານການຈັດຕັ້ງປະຕິບັດການສ້າງ, ປັບປຸງນິຕິກໍາໃຕ້ກົດໝາຍຂອງແຂວງໃນໄລຍະ 2 ປີຜ່ານມາ ແລະ ທິດທາງແຜນການແຕ່ປີ 2023-2025; ບົດລາຍງານການຄຸ້ມຄອງ ແລະ ການແກ້ໄຂບັນຫາໂຮງແຮມ, ຮ້ານອາຫານ ແລະ ຮ້ານບັນເທິງ ພາຍໃນແຂວງອຸດົມໄຊ ໃຫ້ຖືກຕ້ອງຕາມກົດໝາຍ, ລະບຽບ ແລະ ຫັນເຂົ້າສູ່ຄຸນນະພາບ; ພິຈາລະນາ ແລະ ຮັບຮອງເອົາບຸກຄະລາກອນຂອງອົງການປົກແຂວງຈໍານວນໜຶ່ງ ແລະ ບົດລາຍງານແຜນການນໍາໃຊ້ກອງທຶນທາງ; ບົດລາຍງານການເຄື່ອນໄຫວວຽກງານ ຂອງອົງການກວດສອບປະຈໍາພາກເໜືອ ປະຈຳປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ແລະ ຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2021; ບົດລາຍງານການເຄື່ອນໄຫວວຽກງານ ຂອງອົງການກວດກາລັດແຂວງ ປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ແລະ ການກວດກາຕາມຜົນການກວດສອບ ປະຈໍາປີ 2020; ບົດລາຍງານການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານ ຂອງອົງການໄອຍະການປະຊາຊົນແຂວງ ປະ ຈຳປີ 2022 ແລະ ທິດທາງແຜນ ການ ປະຈໍາປີ 2023; ບົດລາຍງານການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານ ຂອງສານປະຊາຊົນແຂວງ ປະຈຳປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023; ບົດລາຍງານການຈັດຕັ້ງປະຕິບັດການ ເຄື່ອນໄຫວວຽກງານ ຂອງສະພາປະຊາຊົນແຂວງ ປະຈຳປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ແລະ ບົດລາຍງານຜົນການຕິດຕາມກວດກາ ຜົນກະທົບຈາກໂຄງການພັດທະນາຢູ່ແຂວງອຸດົມໄຊ. ພ້ອມນັ້ນ, ໃນວາລະການດໍາກອງປະຊຸມ ສສຊ-ສສຂ ຈະໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາ ນິຕິກໍາໃຕ້ກົດໝາຍ 4 ສະບັບ ແລະ ບົດປະກອບຄໍາເຫັນຕໍ່ບົດລາຍງານຕ່າງໆຂອງອົງການປົກຄອງແຂວງຈໍານວນໜຶ່ງ.
ດັ່ງນັ້ນ, ຈຶ່ງຂໍເຊີນຊວນບັນດາອົງການຈັດຕັ້ງພັກ-ລັດ ອົງການຈັດຕັ້ງສັງຄົມທຸກພາກສ່ວນ, ພະນັກງານ, ທະຫານ-ຕຳຫຼວດ, ນັດທຸລະກິດ, ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າໃນທົ່ວແຂວງອຸດົມໄຊ ຈົ່ງຕິດຕາມຂ່າວສານທາງສະຖານີວິທະຍຸ-ໂທລະພາບແຂວງ, ຖ່າຍທອດສົດທາງເຟສບຸກ, ເພຈ໌ສະພາປະຊາຊົນແຂວງອຸດົມໄຊ ແລະ ສາມາດມີຄຳຄິດຄຳເຫັນ ຫຼື ຄຳສະເໜີຜ່ານທາງໂທລະສັບສາຍດ່ວນໝາຍເລກ (081 156 ໂດຍບໍ່ເສຍຄ່າ) ຕາມໂມງລັດຖະການ ຫຼື ຈະສົ່ງເປັນລາຍລັກອັກສອນມາທາງສະພາປະຊາຊົນແຂວງອຸດົມໄຊ ຕັ້ງຢູ່ ບ້ານນາເລົາ, ເມືອງໄຊ, ແຂວງອຸດົມໄຊ ເພື່ອຮັບເອົາຄໍາຄິດເຫັນ ແລະ ຄໍາສະເໜີຂອງປະຊາຊົນບັນດາເຜົ່າ ມາຍັງກອງປະຊຸມກ່ຽວກັບບັນຫາທີ່ພົວພັນເຖິງການຄຸ້ມຄອງບໍລິຫານລັດຂອງສະມາຊິກອົງການປົກຄອງແຂວງ, ການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ການພັດທະນາທີ່ມີຜົນກະທົບຕໍ່ສັງຄົມ, ສິ່ງແວດລ້ອມ ແລະ ບັນຫາອື່ນໆ.
ຂ່າວ: ສີແຫວງ ສີບຸນເຮືອງ