ກອງປະຊຸມສະໄໝວິສາມັນເທື່ອທີ 1 ໄຂຂຶ້ນຢ່າງເປັນທາງການ

ກ.ກ. 6, 2026

(ສພຊ) – ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ X ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນຈັນທີ 6 ກໍລະກົດນີ້ ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ; ເຂົ້າຮ່ວມມີທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ; ບັນດາທ່ານການນໍາຂັ້ນສູງ ແລະ ອະດີດການນໍາຂັ້ນສູງຂອງພັກ-ລັດ, ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແລະ ບັນດາທ່ານສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ (ສສຊ) ຈາກ 18 ເຂດເລືອກຕັ້ງທົ່ວປະເທດ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ບັນດາຜູ້ຊົງຄຸນວຸດທິ, ສະຖາບັນການສຶກສາ, ຫົວໜ່ວຍທຸລະກິດ, ບັນດາທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈໍາລາວ ແລະ ແຂກຖືກເຊີນ.
ພາຍຫຼັງທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວສູນທອນພົດເປີດກອງປະຊຸມຢ່າງເປັນທາງການ, ກອງປະຊຸມໄດ້ຮັບຟັງບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2026 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ຈາກທ່ານນາຍົກລັດຖະມົນຕີ; ທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ກໍໄດ້ປະກອບຄໍາເຫັນຕໍ່ບົດລາຍງານດັ່ງກ່າວ; ຈາກນັ້ນ, ປະທານກອງປະຊຸມໄດ້ມີຄຳເຫັນເຈາະຈີ້ມ ທັງໃຫ້ທິດຊີ້ນຳໃນການຄົ້ນຄວ້າປະກອບຄຳເຫັນ, ບັນດາທ່ານ ສສຊ ກໍໄດ້ພ້ອມກັນສຸມໃສ່ຄົ້ນຄວ້າ ແລະ ປະກອບຄຳເຫັນໃສ່ບົດລາຍງານ.
ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງ ສພຊ ຊຸດທີ X ຈະດຳເນີນໄປຈົນຮອດວັນທີ 10 ກໍລະກົດ 2026, ຫ້ອງວ່າການສະພາແຫ່ງຊາດ ໄດ້ຈັດຕັ້ງໜ່ວຍງານເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງຈາກປະຊາຊົນທີ່ຈະສົ່ງໄປຍັງກອງປະຊຸມ ເຊິ່ງສາມາດສົ່ງຕາມວິທີລຸ່ມນີ້:
ສາຍດ່ວນ ໝາຍເລກ: 156 (ໃນໂມງລັດຖະການ)
ອີເມວ: [email protected]
ແອັປພລິເຄຊັນ: Laona
(ນາງ ສຸພາວັນ ຫອມສະນິດ)