(ສພຊ) – ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ພາຍໃຕ້ຫົວຂໍ້: “ເພີ່ມທະວີບົດບາດການນໍາພາຂອງພັກ, ພັດທະນາວຽກງານສື່ມວນຊົນ ໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່ຢ່າງແຂງແຮງ” ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 15 ກໍລະກົດນີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍການເຂົ້າຮ່ວມໂອ້ລົມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ມີທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ທັງເປັນຮອງປະທານສະພາທິດສະດີສູນກາງພັກ, ບັນດາການນໍາ ແລະ ອະດີດການນໍາຂັ້ນສູງ, ຜູ້ແທນສື່ມວນຊົນຈາກສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ທັງເປັນຫົວໜ້າຄະນະຊີ້ນໍາກອງປະຊຸມ ໄດ້ກ່າວປິດກອງປະຊຸມວ່າ: ກອງປະຊຸມຄັ້ງນີ້, ໄດ້ຮັບຟັງການສະຫຼຸບຕີລາຄາການຈັດຕັ້ງເຄື່ອນໄຫວວຽກງານສື່ມວນຊົນໃນໄລຍະຜ່ານມາ ເປັນການສ່ອງແສງໃຫ້ເຫັນເຖິງຜົນງານວຽກງານສື່ມວນຊົນທົ່ວປະ ເທດ ແລະ ວາງທິດທາງແຜນພັດທະນາວຽກງານສື່ມວນຊົນ ແຕ່ນີ້ເຖິງປີ 2030, ບົດປະກອບຄໍາເຫັນຈາກພາກສ່ວນຕ່າງໆຂອງສື່ມວນຊົນທີ່ກ່ຽວຂ້ອງ ຈໍານວນ 12 ບົດ ທີ່ມີເນື້ອໃນສ່ອງແສງໃຫ້ເຫັນເຖິງການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງສື່ມວນຊົນຢ່າງມີຜົນສໍາເລັດ; ພ້ອມນັ້ນ, ກໍໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບບັນຫາຕ່າງໆຢ່າງກົງໄປກົງມາ ເຊິ່ງເປັນພື້ນຖານໃຫ້ການຍົກສູງພາລະບົດບາດ ແລະ ຢັ້ງຢືນເຖິງຜົນງານຫຼາຍດ້ານ ທີ່ຂົງເຂດວຽກງານສື່ມວນຊົນຍາດມາໄດ້ ກໍຄືການຈັດຕັ້ງປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ.

ກອງປະຊຸມຄັ້ງນີ້ ດໍາເນີນໄປທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ພ້ອມກັນສຸມເຫື່ອແຮງສະຕິປັນຍາ, ຄວາມຮູ້-ຄວາມສາມາດ ເຂົ້າໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ເຊິ່ງເປັນພື້ນຖານສໍາຄັນໃນການສືບຕໍ່ຈັດຕັ້ງຜັນຂະຫຍາຍກອງປະຊຸມສື່ມວນຊົນ ໃຫ້ປາກົດຜົນເປັນຈິງ, ແນໃສ່ຍົກສູງບົດບາດວຽກງານສື່ມວນຊົນທົ່ວປະເທດ ໃຫ້ມີການຫັນປ່ຽນໄປສູ່ຄຸນນະພາບໃໝ່ບົນພື້ນຖານການຈັດຕັ້ງປະຕິບັດຄໍາຂວັນ: “ຍົກສູງບົດບາດການນໍາພາຂອງພັກ, ພັດທະນາວຽກງານສື່ມວນຊົນ ໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ”; ກອງປະຊຸມຄັ້ງນີ້, ເປັນຄັ້ງທໍາອິດ ພາຍຫຼັງມີມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການນໍາພາຂອງພັກ ແລະ ການຄຸ້ມຄອງລັດ ຕໍ່ສື່ມວນຊົນໃນໄລຍະໃໝ່ ສະບັບເລກທີ 36 (ປີ 1993) ເປັນຕົ້ນມາ, ພັກເຮົາສາມາດຢັ້ງຢືນໄດ້ວ່າ ໝາກຜົນອັນສຳຄັນທີ່ເປັນຮູບປະທຳໃນການນໍາພາຂອງພັກຕໍ່ວຽກງານສື່ມວນຊົນ. ຕະຫຼອດໄລຍະ 30 ກວ່າປີຜ່ານມາ, ພວກເຮົາມີຄວາມພາກພູມໃຈທີ່ໄດ້ເຫັນການມີສ່ວນຮ່ວມຢ່າງຕັ້ງໜ້າຈາກບັນດາພະນັກງານສື່ມວນຊົນໃນອະດີດ ກໍຄືປັດຈຸບັນ ໄດ້ຮ່ວມກັນຕີລາຄາສູງ, ທົບທວນຄືນບັນດາຜົນງານຢ່າງພາວະວິໄສ ຜ່ານພຶດຕິກຳຕົວຈິງ ແລະ ໄດ້ຍົກໃຫ້ເຫັນດ້ານດີທີ່ພົ້ນເດັ່ນ, ດ້ານອ່ອນ, ຂໍ້ຄົງຄ້າງ, ສິ່ງທ້າທາຍໃນຍຸກສະໄໝ ແລະ ຖອດໄດ້ບົດຮຽນທີ່ມີຄຸນຄ່າຕໍ່ການພັດທະນາວຽກງານສື່ມວນຊົນ; ພ້ອມດຽວກັນນັ້ນ, ກໍໄດ້ຮ່ວມກັນກຳນົດທິດທາງແຜນການ, ມາດຕະການ ແລະ ວິທີການຈັດຕັ້ງປະຕິບັດໃນຕໍ່ໜ້າ ເພື່ອຍົກສູງຄຸນນະພາບຂອງສື່ມວນຊົນລາວ ໃຫ້ມີປະສິດທິຜົນກ້າວຂຶ້ນໄປເລື້ອຍໆ.
ເພື່ອສືບຕໍ່ປະຕິບັດໜ້າທີ່ການເມືອງອັນມີກຽດຂອງສື່ມວນຊົນລາວ ແນໃສ່ເຮັດໃຫ້ບົດບາດຂອງວຽກງານສື່ມວນຊົນ ໄດ້ກ້າວສູ່ຄຸນນະພາບໃໝ່ ແລະ ມີການຫັນປ່ຽນທີ່ເລິກຊິ່ງ, ເຖິງຖອງ, ຍົກສູງການຈັດຕັ້ງນໍາພາວຽກງານສື່ມວນຊົນ ໃຫ້ກາຍເປັນເຄື່ອງມືອັນແຫຼມຄົມ ແລະ ເປັນຂົວຕໍ່ທີ່ສຳຄັນຂອງພັກ ໃນການໂຄສະນາເຜີຍແຜ່ແນວທາງ, ແຜນນະໂຍບາຍຂອງພັກ-ລັດ ກໍຄືການປະຕິບັດພາລະໜ້າທີ່ຂອງສື່ມວນຊົນ; ທ່ານ ວິໄລ ຫຼ້າຄໍາຟອງ ຍັງໄດ້ເນັ້ນບາງຈຸດອັນສໍາຄັນດັ່ງນີ້:
1) ກ່ອນອື່ນ, ຂໍສະແດງຄວາມຊົມເຊີຍ ແລະ ເຫັນດີເປັນເອກະພາບສູງຕໍ່ກັບບັນດາຜົນສໍາເລັດ ແລະ ຜົນງານໃນດ້ານຕ່າງໆ ທີ່ຂະແໜງການຂົງເຂດສື່ມວນຊົນທົ່ວປະເທດຍາດມາໄດ້ ເຊິ່ງເປັນການຢັ້ງຢືນຢ່າງຈະແຈ້ງຕໍ່ກັບການປະຕິບັດໜ້າທີ່ການເມືອງທີ່ພັກ-ລັດໄດ້ມອບໝາຍໃຫ້ ແລະ ຂໍສະເໜີໃຫ້ບັນດາອົງການຂະແໜງການສື່ມວນຊົນທຸກຂົງເຂດ ຈົ່ງໄດ້ເອົາໃຈໃສ່ຕໍ່ການເສີມຂະຫຍາຍຜົນງານດັ່ງກ່າວ ໃຫ້ນັບມື້ນັບຫຼາຍຂຶ້ນ ທັງມີຄຸນນະພາບໃໝ່ ແລະ ມີການພັດທະນາຢ່າງບໍ່ຢຸດຢັ້ງ ເພື່ອສ້າງໃຫ້ສື່ມວນຊົນເປັນເຄື່ອງມືທີ່ແຫຼມຄົມຂອງພັກເຮົາ.
2) ສືບຕໍ່ເອົາໃຈໃສ່ສ້າງກົນໄກການປະສານງານ, ການສົມທົບກັບບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ ທີ່ຮັບຜິດຊອບວຽກງານສື່ມວນຊົນ ເພື່ອພ້ອມກັນຍົກສູງບົດບາດວຽກງານສື່ມວນຊົນໃຫ້ເຂັ້ມແຂງ, ມີການສະຫຼຸບຖອດຖອນບົດຮຽນ; ປັບປຸງເນື້ອໃນ ແລະ ຮູບການນໍາສະເໜີຂ່າວ, ການອອກຂ່າວ, ການວິເຄາະ-ວິຈານຂ່າວ ໃຫ້ມີຄຸນນະພາບ ເຮັດໃຫ້ການຕອບໂຕ້ຂ່າວບິດເບືອນ, ບໍ່ມີມູນຄວາມຈິງ ໄດ້ທັນການ.
3) ຍົກສູງຄວາມຮັບຜິດຊອບ ແລະ ຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ທີ່ໄດ້ໃຫ້ຄໍາໂອ້ລົມຕໍ່ກອງປະຊຸມ ເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຂະແໜງການສື່ມວນຊົນທົ່ວປະເທດ ໃຫ້: “ທັນການ, ທັນໃຈ, ທັນຍຸກ”; ບັນດາສື່ມວນຊົນ ຈົ່ງພ້ອມກັນປະຕິບັດໃຫ້ເປັນຈິງທິດນໍາທີ່ວ່າ: ສື່ມວນຊົນເປັນຜູ້ປາກອອກແສງ, ຜູ້ທີ່ແທງເຖິງໃຈ, ຜູ້ທີ່ສະດຸ້ງໄວເມື່ອອ່ານ, ຜູ້ທີ່ກ້າຜ່ານອຸປະສັກ, ຜູ້ທີ່ຮັກຄວາມຈິງ, ຜູ້ທີ່ຍິງຖືກເປົ້າ” ຖືທັດສະນະຊີ້ນໍານີ້ ເປັນເຂັມທິດຊີ້ບອກທາງຂອງສື່ມວນຊົນ ພ້ອມກັນປະຕິບັດໃຫ້ປາກົດຜົນເປັນຈິງຢ່າງມີປະສິດທິຜົນສູງ.
4) ສືບຕໍ່ນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມວຽກງານສື່ມວນຊົນທົ່ວປະເທດໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ລວງເລິກ, ແທດເຖິງຕົວຈິງ ແລະ ຫັນເປັນແຜນງານ, ແຜນການ, ວຽກງານອັນລະອຽດໃນແຕ່ລະຂະແໜງການສື່ມວນຊົນທົ່ວປະເທດ ເພື່ອສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ, ມີປະສິດທິຜົນໃນການພັດທະນາວຽກງານສື່ມວນຊົນໃນໄລຍະໃໝ່; ເຮັດໃຫ້ຄາດໝາຍທີ່ວາງໄວ້ໃນປີ 2030 ປາກົດເປັນຈິງ; ບັນດາຖັນແຖວສື່ມວນຊົນ ຈົ່ງຍົກສູງຄວາມຮັບຜິດຊອບການເມືອງ ດໍາເນີນການປັບປຸງ, ແກ້ໄຂບັນດາຂໍ້ຄົງຄ້າງໃນໄລຍະຜ່ານມາ ແລະ ພ້ອມກັນເຮັດສໍາເລັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ໄດ້ສໍາເລັດໝາກຜົນ ແລະ ມີການພັດທະນາຍິ່ງໆຂຶ້ນໄປ.

