ກອງປະຊຸມປຶກສາຫາລືຂອງ YPA ຄັ້ງທີ 3

ມ.ສ. 29, 2026

(ສພຊ) – ວັນທີ 28 ເມສາ 2026, ຄະນະຜູ້ແທນສະພາແຫ່ງຊາດ ນຳໂດຍທ່ານ ນາງ ມີນາ ສີວິໄລ ສະມາຊິກສະພາແຫ່ງຊາດ (ສສຊ), ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ທ່ານ ໄຊປັນຍາ ພົມວິຫານ ສະ ມາຊິກສະພາແຫ່ງຊາດ ປະຈຳກຳມາທິການການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືຂອງສະມາຊິກລັດຖະສະພາໜຸ່ມຂອງສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (YPA) ຄັ້ງທີ 3 ໃນຮູບແບບທາງໄກ ເຊິ່ງເປັນເຈົ້າພາບຈັດຂຶ້ນໂດຍສະ ພາຜູ້ແທນປະຊາຊົນ ແຫ່ງສາທາລະນະລັດຟິລິບປິນ, ມີຄະນະຜູ້ແທນທີ່ເປັນສະມາຊິກລັດຖະສະພາໜຸ່ມຈາກສະມາຊິກສະ ມັດຊາລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA), ກອງເລຂາ AIPA ແລະ ຊ່ຽວຊານທີ່ກ່ຽວຂ້ອງ ເຂົ້າຮ່ວມ 48 ທ່ານ; ໃນພິທີເປີດກອງປະຊຸມ, ໄດ້ຮັບກຽດກ່າວຕ້ອນຮັບໂດຍທ່ານ ນາງ ມາເຣຍ ຣາເຊວ “ເບບີ” ຈິມີເນຊ ອາເຣນາສ (Maria Rachel “Baby” Jimenez Arenas) ຮອງປະທານສະພາຜູ້ແທນປະຊາຊົນຟິລິບປິນ ແລະ ກ່າວເປີດກອງປະຊຸມຢ່າງເປັນທາງການໂດຍທ່ານ ເຟົາສຕິໂນ “ໂບຈີ” ເດີ ກຸຊມານ ດີ ທີ III (Faustino “Bojie” De Guzman Dy III) ປະທານສະພາຜູ້ແທນປະຊາຊົນຟິລິບປິນ ທັງເປັນປະທານ AIPA ຄັ້ງທີ 47.
ກອງປະຊຸມໄດ້ດຳເນີນໄປພາຍໃຕ້ການເປັນປະທານຂອງທ່ານ ໂຈນາທານ ຄລີເມນ “ເຈຊີ” ມິຣານດາ ອາບາລອສ ທີ II (Jonathan Clement “JC” Miranda Abalos II) ສະມາຊິກສະພາຜູ້ແທນປະຊາຊົນຟິລິບປິນ, ປະທານ YPA ປີ 2026. ໃນກອງປະຊຸມຄັ້ງນີ້, ຫົວໜ້າຄະນະຜູ້ແທນທີ່ເຂົ້າຮ່ວມ ໄດ້ຜັດປ່ຽນກັນມີຄຳເຫັນໃນຫົວຂໍ້ ““ຊາວໜຸ່ມອາຊຽນ: ເສີມສ້າງຄວາມສາມັກຄີ ແລະ ຄວາມເຂັ້ມແຂງ ແກ່ຜູ້ນຳທີ່ມີຄວາມພ້ອມສຳລັບອະນາຄົດ””; ນອກຈາກນັ້ນ, ກອງປະຊຸມຍັງປຶກສາຫາ ລື ແລະ ແລກປ່ຽນກັນ ພາຍໃຕ້ສອງຫົວຂໍ້ທີ່ສຳຄັນຄື: 1) ການນຳໃຊ້ປັນຍາປະດິດ ແລະ ຄວາມຮູ້ດ້ານດິຈິຕອນ ສຳລັບຊາວໜຸ່ມອາຊຽນ ແລະ 2) ອຳນາດຂອງລັດຖະສະພາ ໃນການເສີມສ້າງການຄຸ້ມຄອງສຸຂະພາບຈິດ.
ໃນການເຂົ້າຮ່ວມກອງປະຊຸມ, ທ່ານ ນາງ ມີນາ ສີວິໄລ ຫົວໜ້າຄະນະຜູ້ແທນລາວ ໄດ້ມີຄຳເຫັນແລກປ່ຽນພາຍໃຕ້ຫົວ ຂໍ້ກອງປະຊຸມ ໂດຍທ່ານຍົກໃຫ້ເຫັນເຖິງສິ່ງທ້າທາຍໃນອາຊຽນ ແລະ ໂອກາດຂອງຊາວໜຸ່ມໃນການປະກອບສ່ວນຮັບມືກັບສິ່ງທ້າທາຍດັ່ງກ່າວ, ການສົ່ງເສີມ ແລະ ພັດທະນາຊາວໜຸ່ມຂອງ ສປປລາວ ທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຍຸດທະສາດການພັດ ທະນາຊາວໜຸ່ມ ແລະ ເຍົາວະຊົນ, ການສົ່ງເສີມໂຄງການແລກປ່ຽນຂອງຊາວໜຸ່ມ ເພື່ອຊຸກຍູ້ຄວາມເປັນຜູ້ນຳໃນການພັດທະນາປະເທດຊາດ ແລະ ການຮ່ວມມືໃນພາກພື້ນ; ພ້ອມທັງຍົກໃຫ້ເຫັນເຖິງບົດບາດຂອງສະພາແຫ່ງຊາດລາວ ໃນການສ້າງ ແລະ ປັບ ປຸງກົດໝາຍ ທີ່ສົ່ງເສີມການພັດທະນາຊັບພະຍາກອນມະນຸດ ແລະ ການໃຫ້ຄວາມສຳຄັນຕໍ່ຊາວໜຸ່ມ. ທ່ານຍັງໄດ້ແຈ້ງກ່ຽວກັບຜົນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ເມື່ອເດືອນກຸມພາຜ່ານມາ ທີ່ປະກອບມີ ສສຊ ໜຸ່ມ ຈຳນວນ 19 ທ່ານ ໃນຈຳນວນ ສສຊ ທັງໝົດ 175 ທ່ານ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ໜຸ່ມ ຈຳນວນ 265 ທ່ານ ໃນຈຳນວນ ສສຂ ທັງໝົດ 745 ທ່ານ, ໂດຍບັນດາທ່ານເຫຼົ່ານີ້ ຈະເປັນຕົວແທນຂອງຊາວໜຸ່ມໃນການມີສ່ວນຮ່ວມດ້ານການກຳນົດນະໂຍບາຍ ແລະ ເປັນກະບອກສຽງຂອງຊາວໜຸ່ມໃນສະພາ ລວມໄປເຖິງການພົວພັນຮ່ວມມື, ແລກປ່ຽນບົດຮຽນ ແລະ ຂໍ້ມູນຂ່າວສານ ກັບສະມາຊິກລັດຖະສະພາໜຸ່ມປະເທດເພື່ອນມິດຕ່າງໆ. ໃນຕອນທ້າຍ, ທ່ານໄດ້ຮຽກຮ້ອງໃຫ້ສະມາຊິກລັດຖະສະພາໜຸ່ມ AIPA ສືບຕໍ່ຍົກສູງການຮ່ວມມື ແລະ ແລກປ່ຽນບົດຮຽນເຊິ່ງກັນແລະກັນ ໃນການປັບປຸງນະໂຍບາຍເພື່ອຊຸກຍູ້ໃຫ້ລັດຖະບານ ເພີ່ມທະວີການລົງທຶນໃສ່ດ້ານການສຶກສາ ແນໃສ່ຮັບປະກັນໃຫ້ຊາວໜຸ່ມ ສາມາດນຳໃຊ້ສັກກະຍາພາບສູງສຸດຂອງເຂົາເຈົ້າ ເພື່ອປະກອບສ່ວນເຂົ້າໃນການພັດທະນາໃນອະນາຄົດ.
ນອກຈາກນັ້ນ, ທ່ານ ໄຊປັນຍາ ພົມວິຫານ ຍັງໄດ້ມີຄຳເຫັນແລກປ່ຽນພາຍໃຕ້ຫົວຂໍ້: “ການນຳໃຊ້ປັນຍາປະດິດ ແລະ ຄວາມຮູ້ດ້ານດິຈິຕອນ ສຳລັບຊາວໜຸ່ມອາຊຽນ” ເຊິ່ງທ່ານຍົກໃຫ້ເຫັນບົດບາດຂອງສະພາແຫ່ງຊາດລາວ ໃນການຊຸກຍູ້ດ້ານນິຕິກຳ, ການຮຽນຮູ້ດ້ານດິຈິຕອນ ແລະ ການປັບຕົວຂອງແຮງງານ; ພ້ອມທັງຮຽກຮ້ອງໃຫ້ສະມາຊິກລັດຖະສະພາໜຸ່ມ AIPA ສົ່ງ ເສີມການຈັດເຝິກອົບຮົມສຳມະນາ ເພື່ອຫຼຸດຜ່ອນຊອງວ່າງການພັດທະນາ ແລະ ການນຳໃຊ້ປັນຍາປະດິດ ແລະ ດິຈິຕອນ ໃນປະ ເທດສະມາຊິກອາຊຽນ.
ຜົນຂອງການປຶກສາຫາລືຄັ້ງນີ້ ຈະຖືກນຳໄປສັງລວມສ້າງເປັນຮ່າງມະຕິ ເພື່ອສະເໜີເຂົ້າພິຈາລະນາໃນກອງປະຊຸມສະ ມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 47 ເຊິ່ງຈະຂຶ້ນໃນເດືອນຕຸລາ 2026 ທີ່ປະເທດຟິລິບປິນ.