loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກອງປະຊຸມຊີ້ແຈງ ຂອງທະນາຄານແຫ່ງ ສສປ ລາວ ປະຈໍາພາກກາງ ວ່າດ້ວຍການຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມ ປີ 2022

ມ.ສ. 5, 2022 | ເຂດ 13 ສະ​ຫວັນນະເຂດ

ເພື່ອປະຕິບັດຕາມມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມ ປີ 2022, ໃນຕອນເຊົ້າຂອງວັນທີ 05 ເມສາ 2022 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ສະຫວັນນະເຂດ, ໄດ້ຈັດກອງປະຊຸມຮັບຝັງການຊີ້ແຈງ ຂອງທະນາຄານແຫ່ງ ສສປ ລາວ ປະຈໍາພາກກາງ ວ່າດ້ວຍການຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມ ປີ 2022, ໂດຍການເປັນປະທານ ຂອງທ່ານ ກົງແກ້ວ ມີວໍລະຈັກ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີທ່ານຮອງສະພາປະຊາຊົນແຂວງ, ປະທານ ແລະ ຮອງປະທານກຳມະການເສດຖະກິດ ແຜນການ ແລະ ການເງິນ, ວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ, ຍຸຕິທຳ ແລະ ປກຊ-ປກສ, ເລຂາທິການສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 13 ແລະ ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ, ນະຄອນ, ບັນດາຫົວໜ້າຂະແໝງ ແລະ ວິຊາການທີ່ກ່ຽວຂ້ອງພາຍໃນສະພາປະຊາຊົນແຂວງເຂົ້າຮ່ວມ.

ທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ ໄດ້ກ່າວຈຸດປະສົງໃນການຈັດກອງປະຊົມໃນຄັ້ງນີ້ ເພື່ອຮັບຟັງການຊີ້ແຈງ ຂອງທະນາຄານແຫ່ງ ສສປ ລາວ ປະຈໍາພາກກາງ ວ່າດ້ວຍການຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມ ປີ 2022, ຈາກນັ້ນ ທ່ານຫົວໜ້າທະນາຄານແຫ່ງ ສສປ ລາວ ປະຈໍາພາກກາງ ກໍ່ໄດ້ລາຍງານຊີ້ແຈງກ່ຽວກັບຄວາມຄືບໜ້າດ້ານຕ່າງໆດັ່ງນີ້: 1. ການສົ່ງເສີມການເຂົ້າເຖິງແຫຼ່ງທຶນ ເພື່ອຊຸກຍູ້ການຜະລິດພາຍໃນ ແລະ ລຸດຜ່ອນລະດັບການຂາດດູນ, ການຊໍາລະຕ່າງປະເທດ, 2. ການສ້າງສະຖຽນລະພາບໃຫ້ຄ່າເງິນກີບ, ສ້າງຄັງສໍາຮອງເງິນຕາຕ່າງປະເທດ ແລະ ຄວບຄຸມອັດຕາເງິນເຟິ້, 3. ການແກ້ໄຂບັນຫາໜີ້ບໍ່ເກີດດອກເບ້ຍອອກຜົນ NPLs ໃນລະບົບທະນາຄານ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ສະຖາບັນການເງິນ, 4. ການພັັດທະນາລະບົບການຊໍາລະ ແລະ ເຕັກໂນໂລຊີທາງດ້ານການເງິນ, 5. ມາດຕະການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ.

ພາຍຫຼັງທີ່ໄດ້ຮັບຟັງການຜ່ານບົດລາຍງານຊີ້ແຈງແລ້ວ ປະທານກອງປະຊຸມກໍ່ໄດ້ເປີດໂອກາດໃຫ້ບັນດາທ່ານ ສະມາຊິກສະພາແຫ່ງ ແລະ ສະມາຊິກສະພາປະຊາຊົນແຂວງ ມີຄໍາຖາມເຈະຈິ້ມບາງບັນຫາເພື່ອແລກປ່ຽນເຊິ່ງກັນບົດຮຽນເຊິ່ງກັນແລະກັນ