

ກອງປະຊຸມຄົບຄະນະກໍາມະການເສດຖະກິດ ແລະ ການເງິນ ສະພາປະຊາຊົນແຂວງ ປະຈໍາປີ 2026 ໄດ້ໄຂຂຶ້ນໃນວັນທີ 17 ພະຈິກ 2026. ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໂດຍການໃຫ້ກຽດເຂົ້າຮ່ວມເປັນຄະນະປະທານຂອງທ່ານ ບຸນເຖິງ ດວງສະຫວັນ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ທ່ານ ນາງ ແສງອາລຸນ ວົງສາທິການ ປະທານຄະນະກໍາມະການເສດຖະກິດ ແລະ ການເງິນ, ມີບັນດາທ່ານຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາປະຊາຊົນແຂວງທີ່ເປັນຄະນະກໍາມະການ, ຕາງໜ້າອົງການກວດກາລັດແຂວງ ແລະ ພາກສ່ວນຈາກຂົງເຂດເສດຖະກິດເຂົ້າຮ່ວມ. ກອງປະຊຸມ, ໄດ້ສະຫຼຸບຕີລາຄາການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານປະຈຳປີ 2026 ໂດຍສະແດງໃຫ້ເຫັນເຖິງຜົນສຳເລັດອັນພົ້ນເດັ່ນຫຼາຍດ້ານໃນການປະຕິບັດພາລະບົດບາດເປັນເສນາທິການເປັນຕົ້ນ: ດ້ານນິຕິກຳໄດ້ປະກອບຄຳເຫັນໃສ່ຮ່າງນິຕິກຳທາບທາມຂອງສະພາແຫ່ງຊາດ 7 ສະບັບ, ຄົ້ນຄວ້າປະກອບຄຳເຫັນໃສ່ຮ່າງກົດໝາຍສ້າງໃໝ່ ແລະ ປັບປຸງ 9 ສະບັບ ພ້ອມທັງປັບປຸງຮຽບຮຽງຮ່າງມະຕິກອງປະຊຸມສະພາປະຊາຊົນແຂວງ ແລະ ຄະນະປະຈຳ ຈຳນວນ 9 ສະບັບ. ດ້ານການຕົກລົງບັນຫາສຳຄັນຂອງທ້ອງຖິ່ນໄດ້ຄົ້ນຄວ້າວິໄຈຂໍ້ມູນເພື່ອຮັບຮອງເອົາມະຕິສຳຄັນໃນກອງປະຊຸມຄັ້ງປະຖົມມະລຶກຂອງ ສພຂ ຊຸດທີ V ຈຳນວນ 3 ສະບັບ ຄື: ແຜນພັດທະນາເສດຖະກິດ-ສັງຄົມ ແລະ ງົບປະມານ 5 ປີ (2026-2030), ແຜນການ 5 ປີຂອງອົງການກວດສອບປະຈຳພາກໃຕ້ ແລະ ອົງການກວດກາລັດແຂວງ. ນອກນີ້, ຍັງໄດ້ຄົ້ນຄວ້າສະເໜີຄະນະປະຈຳ ສພຂ ອອກມະຕິຮັບຮອງບັນຫາການລົງທຶນ, ງົບປະມານ ແລະ ການຈັດສັນທີ່ດິນ ຈຳນວນ 12 ສະບັບ. ດ້ານການຕິດຕາມກວດກາໄດ້ຕິດຕາມກວດກາຜ່ານກອງປະຊຸມ 9 ຄັ້ງ, ຜ່ານເອກະສານລາຍງານ 35 ສະບັບ ແລະ ປະກອບຄຳເຫັນໃສ່ບົດລາຍງານຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ 12 ໂຄງການ. ພ້ອມກັນນັ້ນ, ຍັງໄດ້ລົງຕິດຕາມກວດກາຕົວຈິງຢູ່ 5 ເມືອງ ໂດຍສະເພາະການຈັດເກັບລາຍຮັບ, ການຄຸ້ມຄອງລາຍຈ່າຍ, ການສ້ອມແປງທາງ, ການຊົດເຊີຍທີ່ດິນ ແລະ ຜົນກະທົບຈາກໂຄງການກໍ່ສ້າງສາຍສົ່ງໄຟຟ້າແຮງສູງ 500 KV, 115 KV ລວມທັງໂຄງການຟື້ນຟູປ່າປູກໄມ້ໃຫ້ໝາກ (ໝາກຖົ່ວລຽນ) ແລະ ການຂຸດຄົ້ນໄມ້ຢູ່ເມືອງສະໜາມໄຊ. ດ້ານການພົບປະຜູ້ມີສິດເລືອກຕັ້ງ: ໄດ້ລົງເຜີຍແຜ່ຜົນສຳເລັດກອງປະຊຸມສະພາ ຢູ່ 51 ຈຸດ (42 ບ້ານ) ມີຜູ້ເຂົ້າຮ່ວມ 4,804 ຄົນ, ສາມາດເກັບກຳຄຳສະເໜີຂອງປະຊາຊົນໄດ້ 10 ບັນຫາ ເພື່ອສະເໜີໃຫ້ອົງການປົກຄອງແຂວງພິຈາລະນາແກ້ໄຂ ແລະ ໄດ້ຄົ້ນຄວ້າແກ້ໄຂຄຳຮ້ອງຂໍຄວາມເປັນທຳຜ່ານສາຍດ່ວນສຳເລັດ 4 ເລື່ອງ. ນອກນີ້ຄະນະກຳມະການຍັງໄດ້ຍົກລະດັບຄວາມຮູ້ຄວາມສາມາດໃຫ້ສະມາຊິກ ແລະ ພະນັກງານຊ່ວຍວຽກຢ່າງຕໍ່ເນື່ອງ, ພ້ອມທັງຮ່ວມຕ້ອນຮັບຄະນະຜູ້ແທນຂັ້ນສູງຈາກແຂວງຢາລາຍ, ແຂວງດັກລັກ ແລະ ນະຄອນດາໜັງ ສສ. ຫວຽດນາມ ຈຳນວນ 3 ຄັ້ງ ແລະ ໄປທັດສະນະສຶກສາແລກປ່ຽນບົດຮຽນດ້ານການຄຸ້ມຄອງເສດຖະກິດຢູ່ຕ່າງປະເທດ ເພື່ອນຳມາໝູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ມີປະສິດທິຜົນສູງຂຶ້ນ. ກອງປະຊຸມຍັງໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2026 ຈາກພະແນກການເງິນແຂວງ ແລະ ການເຄື່ອນໄຫວວຽກງານ ຂອງອົງການກວດກາລັດແຂວງ, ພ້ອມກັນນີ້, ຜູ້ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄວ້າ, ແລກປ່ຽນປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ແລະ ຖອດຖອນບົດຮຽນຮ່ວມກັນ ໂດຍສະເພາະແມ່ນການຊອກຫາວິທີການແກ້ໄຂຂໍ້ຄົງຄ້າງ ແລະ ສິ່ງທ້າທາຍໃນຕໍ່ໜ້າ ເພື່ອຮັບປະກັນເຮັດໃຫ້ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານໃນປີ 2027 ມີຄວາມໜັກແໜ້ນ, ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ. ໃນຕອນທ້າຍ ທ່ານ ບຸນເຖິງ ດວງສະຫວັນ ໄດ້ສະແດງຄວາມຊົມເຊີຍ ແລະ ຕິລາຄາສູງຕໍ່ຄວາມເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ການເມືອງ ແລະ ຄວາມຮັບຜິດຊອບຂອງຄະນະກໍາມະການຢ່າງຕັ້ງໜ້າ ຈົນຍາດໄດ້ຜົນສຳເລັດຫຼາຍດ້ານໃນໄລຍະຜ່ານມາ, ພ້ອມທັງໄດ້ເນັ້ນໜັກໃຫ້ສຶບຕໍ່ຍົກສູງຄຸນນະພາບການສ້າງປັບປຸງນິຕິກຳໃຕ້ກົດໝາຍ ໂດຍເນັ້ນການຄົ້ນຄວ້າວິໄຈຢ່າງເລິກເຊິ່ງ, ຖອດຖອນບົດຮຽນຈາກສາກົນ ຫຼືປະເທດເພື່ອນມິດ ແລະ ທາບທາມຄຳເຫັນຈາກປະຊາຊົນແຕ່ຫົວທີ, ປະສານສົມທົບໃກ້ຊິດກັບຂະແໜງການກ່ຽວຂ້ອງ ເພື່ອວິເຄາະຜົນໄດ້, ຜົນເສຍທັງໄລຍະສັ້ນ ແລະ ຍາວ ຕໍ່ໂຄງການລົງທຶນ, ທີ່ດິນ, ງົບປະມານ ແລະ ສິ່ງແວດລ້ອມ ໂດຍຍຶດຖືຜົນປະໂຫຍດລວມຂອງແຂວງ ແລະ ປະຊາຊົນເປັນຫຼັກ, ຫັນຈາກການຟັງລາຍງານແບບພັນລະນາ ມາເປັນການວິເຄາະດ້ວຍຂໍ້ມູນຫຼັກຖານ ເພື່ອຊອກຫາສາເຫດທີ່ແທ້ຈິງຂອງບັນຫາ (ລາຍຮັບ-ລາຍຈ່າຍ, ໜີ້ສິນ, ຊັບພະຍາກອນ) ພ້ອມທັງມອບໝາຍຜູ້ຮັບຜິດຊອບ ແລະ ກຳນົດເວລາແກ້ໄຂໃຫ້ຊັດເຈນ, ຍົກລະດັບຄວາມຮູ້ວິຊາການສະເພາະດ້ານ (ກົດໝາຍ, ເສດຖະສາດ, ການເງິນ) ໃຫ້ສະມາຊິກ ແລະ ເສນາທິການ ພ້ອມທັງແລກປ່ຽນບົດຮຽນກັບສະພາແຫ່ງຊາດ ແລະ ແຂວງອື່ນໆ.
#ວິນັດ

