(ສພຊ) – ກອງປະຊຸມຄົບຄະນະສະໄໝວິສາມັນຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ໄດ້ເປີດຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 28 ກັນຍານີ້ ທີ່ສໍານັກງານສູນກາງພັກ ພາຍໃຕ້ການເປັນປະທານຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ.
ກອງປະຊຸມຄັ້ງນີ້ ເປີດຂຶ້ນໃນຈຸດເວລາທີ່ສະພາບແວດລ້ອມສາກົນຍັງສືບຕໍ່ບໍ່ມີຄວາມແນ່ນອນ, ບັນຫາໄພທໍາມະຊາດທີ່ນັບມື້ນັບຮຸນແຮງຂຶ້ນ, ສະພາບຄວາມເຄັ່ງຕຶງ, ຈຸດເຄັ່ງຮ້ອນ ຢູ່ຫຼາຍພາກພື້ນຂອງໂລກ ສືບຕໍ່ເປັນສິ່ງທ້າທາຍ ແລະ ກະທົບຕໍ່ສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ເສດຖະກິດຂອງໂລກ. ຢູ່ພາຍໃນປະເທດ ກຳລັງປະເຊີນໜ້າກັບສິ່ງທ້າທາຍ ແລະ ທົດສອບຫຼາຍປະການ ໃຫ້ແກ່ການນໍາພາຊີ້ນໍາຂອງສູນກາງພັກ ກໍຄືການຄຸ້ມຄອງ-ບໍລິຫານຂອງລັດ ເພື່ອການແກ້ໄຂບັນຫາຕ່າງໆ ເປັນຕົ້ນ ບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ໄພນໍ້າຖ້ວມຢູ່ຫຼາຍທ້ອງຖິ່ນ ໄດ້ສົ່ງຜົນກະທົບຮ້າຍແຮງຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ, ສ້າງຄວາມເສຍຫາຍຕໍ່ພື້ນຖານເສດຖະກິດ, ການແຜ່ລະບາດຂອງພະຍາດອະຫິວາໝູອາຟຣິກາ… ເຊິ່ງໄດ້ສົ່ງຜົນກະທົບຕໍ່ການພັດທະນາ, ການຜະລິດ-ທຸລະກິດ ໃນວົງກວ້າງ; ການບຸກລຸກ ແລະ ລັກລອບຂຸດຄົ້ນຊັບພະຍາກອນທໍາມະຊາດ, ກຸ່ມແກ້ງສໍ້ໂກງທາງໂທລະຄົມມະນາຄົມ (ສະແກມເມີ, ຄໍເຊັນເຕີ), ບັນຫາອາວຸດເຖື່ອນ, ລົດເຖື່ອນ, ຢາເສບຕິດ, ການກໍ່ອາຊະຍາກໍາ ແລະ ປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ກໍຍັງແຜ່ລາມ ແລະ ຍັງບໍ່ສາມາດແກ້ໄຂໄດ້ໃຫ້ຂາດຕົວເທື່ອ. ທັງໝົດນັ້ນ ໄດ້ສົ່ງຜົນກະທົບເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ, ທະຫານ, ຕໍາຫຼວດ ມີຄວາມຫຍຸ້ງຍາກ-ຝືດເຄືອງ ຫຼາຍສົມຄວນ.

ກອງປະຊຸມຈະໄດ້ດຳເນີນໄປຮອດວັນທີ 2 ຕຸລາ 2026 ເຊິ່ງຈະໄດ້ຮັບຟັງການລາຍງານ, ຄົ້ນຄວ້າ, ປຶກສາຫາລື ແລະ ໃຫ້ທິດຊີ້ນຳ ຕໍ່ເນື້ອໃນເອກະສານສຳຄັນຈຳນວນໜຶ່ງ ເພື່ອເປັນການຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ເປັນຕົ້ນແມ່ນການປັບປຸງ ແລະ ພັດທະນາບັນດາພາກສ່ວນເສດຖະກິດ ຕາມທິດສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ, ການຍົກສູງຄຸນນະພາບຂອງຊັບພະຍາກອນມະນຸດຕອບສະໜອງໃຫ້ແກ່ການພັດທະນາໃນເງື່ອນໄຂໃໝ່ ແລະ ນະໂຍບາຍນໍາໃຊ້ປັນຍາຊົນໃນເງື່ອນໄຂໃໝ່; ນອກນັ້ນ, ຍັງຈະໄດ້ຮັບຟັງລັດຖະບານລາຍງານຄວາມຄືບໜ້າ ການແກ້ໄຂບັນຫາລົດເຖື່ອນ ແລະ ການລັກລອບຂຸດຄົ້ນຊັບພະຍາກອນທໍາມະຊາດ (ແຮ່ທາດ) ໃນຂອບເຂດທົ່ວປະເທດ ແລະ ປຶກສາຫາລືວຽກງານສຳຄັນຈຳນວນໜຶ່ງ.
ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ມີຄຳເຫັນ ແລະ ຮຽກຮ້ອງບັນດາສະຫາຍກໍາມະການສູນກາງພັກ ຈົ່ງຍົກສູງຄວາມຮັບຜິດຊອບການເມືອງ, ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ, ວິເຄາະ, ວິໄຈ ແຕ່ລະບັນຫາໃຫ້ເລິກເຊິ່ງ, ເສີມຂະຫຍາຍປະຊາທິປະໄຕປະກອບຄໍາເຫັນຢ່າງພາວະວິໄສ ເພື່ອໃຫ້ທິດຊີ້ນໍາຖືກເປົ້າໝາຍ; ສະເໜີວິທີການ ແລະ ມາດຕະການແກ້ໄຂບັນຫາໃຫ້ຖືກຕ້ອງ-ຈະແຈ້ງ ແລະ ເຊື່ອໝັ້ນວ່າກອງປະຊຸມສູນກາງຄົບຄະນະວິສາມັນຄັ້ງນີ້ ຈະເປັນກອງປະຊຸມແຫ່ງການເສີມຂະຫຍາຍປະຊາທິປະໄຕພາຍໃນພັກ, ການສະຫຼຸບທິດສະດີ-ພຶດຕິກໍາ, ການບຸກເບີກ-ປະດິດສ້າງໃໝ່ ໃນການນໍາພາຂອງພັກ, ການບຸກທະລຸສ້າງການຫັນປ່ຽນທີ່ແຂງແຮງ ແລະ ຕັ້ງໜ້າ ໃນການນໍາພາຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກເຮົາ ໃຫ້ປາກົດຜົນເປັນຈິງ.

