(ສພຊ) – ເພື່ອສະຫຼຸບຕີລາຄາການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ກໍານົດທິດທາງແຜນການເຄື່ອນໄຫວວຽກງານປະຈໍາປີ 2027 ຂອງກໍາມາທິການກົດໝາຍ ແລະ ຍຸຕິທໍາ (ກໝຍທ), ໃນວັນທີ 24-25 ກັນຍານີ້້ ທີ່ໂຮງແຮມສຸພັດຕຣາ, ນະຄອນຫຼວງວຽງຈັນ ໄດ້ມີກອງປະຊຸມຄົບຄະນະປະຈໍາປີ 2026 ຂອງກໍາມາທິການກົດໝາຍ ແລະ ຍຸຕິທໍາ ໂດຍການເປັນປະທານຂອງທ່ານ ນາງ ທຸມມາລີ ວົງພະຈັນ ປະທານກຳມາທິການກົດໝາຍ ແລະ ຍຸຕິທຳ; ເຂົ້າຮ່ວມໂອ້ລົມຕໍ່ກອງປະຊຸມໂດຍທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ, ຜູ້ຊີ້ນໍາວຽກງານກໍາມາທິການ; ມີບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) ສັງກັດ ກໝຍທ ຈາກ 18 ເຂດເລືອກຕັ້ງ, ຮອງປະທານກຳມາທິການ ແລະ ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຮອງປະທານສານປະຊາຊົນສູງສຸດ, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຮອງລັດຖະມົນຕີກະຊວງຍຸຕິທຳ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຮອງປະທານອົງການກວດກາແຫ່ງລັດ ແລະ ຜູ້ຕາງໜ້າຈາກກະຊວງ, ອົງການອ້ອມຂ້າງສູນກາງ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມຄັ້ງນີ້ ເປັນກອງປະຊຸມຄົບຄະນະຄັ້ງທໍາອິດຂອງກໍາມາທິການກົດໝາຍ ແລະ ຍຸຕິທໍາ ເພື່ອຮັບຟັງຮ່າງບົດສະຫຼຸບການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ກໍານົດທິດທາງແຜນການປະຈໍາປີ 2027 ຂອງ ກໝຍທ; ບົດລາຍງານຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 174/ສພຊ, ລົງວັນທີ 21 ພະຈິກ 2025 ຂອງສານປະຊາຊົນສູງສຸດ ແລະ ມະຕິ ສະບັບເລກທີ 175/ສພຊ, ລົງວັນທີ 21 ພະຈິກ 2025 ຂອງອົງການໄອຍະການປະຊາຊົນສູງສຸດ; ບົດລາຍງານກ່ຽວກັບວຽກງານສືບສວນ-ສອບສວນຂອງກະຊວງປ້ອງກັນຄວາມສະຫງົບ ໃນການດໍາເນີນຄະດີຕາມຂະບວນຍຸຕິທຳ ແລະ ການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະກັບສະພາແຫ່ງຊາດ ໃນການແກ້ໄຂຄໍາຮ້ອງທຸກ; ບົດລາຍງານກ່ຽວກັບການແກ້ໄຂຄໍາສະເໜີຂອງລັດຖະບານ ຕາມກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ ສະບັບປີ 2022; ບົດລາຍງານກ່ຽວກັບການປະຕິບັດຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ລະຫວ່າງສະພາແຫ່ງຊາດ ກັບ ກະຊວງຍຸຕິທຳ ໂດຍສະເພາະການຈັດຕັ້ງປະຕິບັດມາດຕາ 327 ຂອງກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ ສະບັບປີ 2024; ບົດລາຍງານກ່ຽວກັບການພິຈາລະນາແກ້ໄຂຄໍາສະເໜີ, ການປະສານງານກັບສະພາແຫ່ງຊາດ ໃນການພິຈາລະນາແກ້ໄຂຄໍາຮ້ອງທຸກ ໂດຍສະເພາະການກວດກາການປະຕິບັດໜ້າທີ່ຂອງຜູ້ພິພາກສາ, ພະນັກງານໄອຍະການ, ພະນັກງານປະຕິບັດຄໍາຕັດສິນຂອງສານ ແລະ ພະນັກງານ-ລັດຖະກອນທີ່ຮັບຜິດຊອບວຽກງານແກ້ໄຂຄໍາຮ້ອງທຸກ; ການສະເໜີ ແລະ ທາບທາມຄໍາເຫັນໃສ່ເນື້ອໃນຂອງຮ່າງກົດໝາຍຈໍານວນ 08 ສະບັບ ທີ່ຈະນໍາເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ເຊິ່ງຕິດພັນກັບ 07 ພາກສ່ວນຄື: ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາໄຊເບີ, ຮ່າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ, ຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົົກ, ຮ່າງກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ, ຮ່າງກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ, ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ (ສ້າງໃໝ່) ແລະ ຮ່າງກົດໝາຍວ່າດ້ວຍລັດຖະບານ.
ຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ເອົາໃຈໃສ່ຄົ້ນຄວ້າ, ປະກອບຄໍາເຫັນຢ່າງມີຈຸດສຸມ ແລະ ເລິກເຊິ່ງ, ຍົກໃຫ້ເຫັນຜົນສໍາເລັດໃນ 1 ປີຜ່ານມາ ແລະ ບາງຂໍ້ຄົງຄ້າງທີ່ຈະຕ້ອງສືບຕໍ່ປັບປຸງໃນປີຕໍ່ໄປ ພ້ອມທັງສະເໜີມາດຕະການ ແລະ ວິທີການແກ້ໄຂບັນດາຈຸດອ່ອນຂໍ້ຄົງຄ້າງຜ່ານມາ ເພື່ອເປັນບ່ອນອີງໃຫ້ກຳມາທິການນໍາໄປຄົ້ນຄວ້າ, ປັບປຸງໃຫ້ມີຄວາມຄົບຖ້ວນ, ຮັດກຸມ, ໜັກແໜ້ນ, ຖືກຕ້ອງກັບສະພາບຄວາມເປັນຈິງ ແນໃສ່ປັບປຸງ, ແກ້ໄຂແບບແຜນ, ວິທີເຮັດວຽກງານຂອງກໍາມາທິການ ໃຫ້ນັບມື້ມີການຫັນປ່ຽນດີຂຶ້ນເປັນກ້າວໆ.
ທ່ານ ກອງແກ້ວ ໄຊສົງຄາມ ໄດ້ໂອ້ລົມຕໍ່ກອງປະຊຸມ ໂດຍສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງກໍາມາທິການກົດໝາຍ ແລະ ຍຸຕິທໍາ ກໍຄືືສະມາຊິກສະພາແຫ່ງຊາດທີ່ເປັນກໍາມະການສັງກັດກໍາມາທິການ ໃນ 1 ປີຜ່ານມາ, ພ້ອມທັງຮຽກຮ້ອງໃຫ້ ສສຊ ທີ່ເປັນກໍາມະການສັງກັດກໍາທິການ ເອົາໃຈໃສ່ຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງກໍາມາທິການ ແນໃສ່ເຮັດໃຫ້ການຜັນຂະຫຍາຍແນວທາງຂອງພັກ ໃຫ້ເປັນອັນລະອຽດເຂົ້າໃສ່ເນື້ອໃນຂອງກົດໝາຍມີຄວາມຄົບຖ້ວນ ແລະ ຈັດຕັ້ງປະຕິບັດ; ເພື່ອຮັບປະກັນໃຫ້ກົດໝາຍປະຕິບັດໄດ້ຕາມແຜນການ, ທັນຕາມກໍານົດເວລາທີ່ວາງໄວ້ ແລະ ໃຫ້ມີຄຸນນະພາບ ໄປຄວບຄຸ່ກັບການປັບປຸງກົນໄກວິທີການດໍາເນີນ, ແນະນໍາ, ພົວພັນ ແລະ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເປັນເຈົ້າການໃນການສ້າງ ແລະ ປັບປຸງກົດໝາຍ; ເພີ່ມທະວີການໂຄສະນາເຜີຍແຜ່ ແລະ ສຶກສາອົບຮົມ ໃຫ້ພົນລະເມືອງທຸກຄົນຮັບຮູ້, ເຊື່ອມຊຶມ ແລະ ກໍາແໜ້ນກ່ຽວກັບລັດຖະທໍາມະນູນ ແລະ ກົດໝາຍ ດ້ວຍຫຼາຍຮູບການ, ຫຼາຍລະດັບຢ່າງເໝາະສົມ; ສ້າງກົນໄກ, ສ້າງຄູ່ມື ຫຼື ສ້າງແຜນການຕິດຕາມກວດກາ ເພື່ອຄວາມສະດວກໃນການຈັດຕັ້ງປະຕິບັດຢູ່ສູນກາງ ແລະ ທ້ອງຖິ່ນ ຢ່າງມີປະສິດທິຜົນ, ຍົກສູງປະສິດທິພາບໃນການຕິດຕາມກວດກາ. ພ້ອມນັ້ນ, ຍັງສະເໜີໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ກະຊວງຍຸຕິທໍາ, ອົງການສືບສວນ-ສອບສວນ, ອົງການກວດກາແຫ່ງລັດ, ອົງການປະຕິບັດຄໍາຕັດສິນຂອງສານ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ໃຫ້ການສະໜັບສະໜູນ, ຮ່ວມມືໃນການປະຕິບັດພາລະບົດບາດຂອງສະພາແຫ່ງຊາດ ກໍຄືສະພາປະຊາຊົນຂັ້ນທ້ອງຖິ່ນ ໂດຍສະເພາະການຄົ້ນຄວ້າ, ພິຈາລະນາ ແລະ ແກ້ໄຂຄໍາຮ້ອງທຸກຂອງປະຊາຊົນ ໃຫ້ມີຄວາມວ່ອງໄວ, ໂປ່ງໃສ, ຍຸຕິທໍາ ຮັບປະກັນການປົກປ້ອງສິດ ແລະ ຜົນປະໂຫຍດຂອງລັດ, ລວມໝູ່, ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ໃຫ້ຖືກຕ້ອງເປັນທໍາ.
ໃນຕອນທ້າຍ, ກອງປະຊຸມໄດ້ຮັບຮອງເອົາມະຕິກອງປະຊຸມຄົບຄະນະຂອງກໍາມາທິການກົດໝາຍ ແລະ ຍຸຕິທໍາ ປະຈໍາປີ 2026.
ກອງປະຊຸມຄົບຄະນະປະຈໍາປີ 2026 ຂອງ ກໝຍທ
