

ກອງປະຊຸມຄົບຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ ສະພາປະຊາຊົນແຂວງ ປະຈໍາປີ 2026 ໄດ້ໄຂຂຶ້ນໃນວັນທີ 6 ພະຈິກ 2026 ນີ້, ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໂດຍການເປັນປະທານ ຂອງທ່ານ ນາງ ສຸກວິໄລ ວຽງໄຊ ປະທານຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ, ມີທ່ານ ນາງ ອ່ອນໃສ ມຽງລາວັນ ກໍາມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ (ຜູ້ຊີ້ນໍາຄະນະກໍາມະການ), ບັນດາທ່ານຄະນະກຳມະການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ, ສະມາຊິກສະພາປະຊາຊົນແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຂັນທະລອນ ພອນວັນນາ ຮອງປະທານຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າໄດ້ສະຫຼຸບການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການ ປະຈຳປີ 2027 ເຊິ່ງຕະຫຼອດໄລຍະ 1 ປີຜ່ານມາ ກໍາມະທິການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ ໄດ້ຮັບການຊີ້ນໍາຈາກຄະນະປະຈໍາສະພາປະຊາຊົນແຂວງ, ການປະສານງານທີ່ໂລ່ງລ່ຽນກັບທຸກພາກສ່ວນທີ່ກ່ຽວຂ້ອງ ບວກໃສ່ຄວາມຕັດສິນໃຈຂອງຄະນະກໍາມະການ, ຕະຫຼອດຮອດພະນັກງານ, ວິຊາການຊ່ວຍວຽກ ຂອງຄະນະກຳມະການ ເຮັດໃຫ້ແຜນການວຽກງານ ປະຈຳປີ 2026 ໄດ້ຮັບການຈັດຕັ້ງປະຕິບັດ ມີຜົນສໍາເລັດຫຼາຍດ້ານ ໂດຍສະເພາະ ດ້ານນິຕິກໍາ: ເຂົ້າຮ່ວມປະກອບຄໍາເຫັນໃສ່ຮ່າງກົດໝາຍ 16 ສະບັບ, ຮ່າງມະຕິ 11 ສະບັບ ແລະ ຊຸກຍູ້ການສ້າງ ແລະ ປັບປຸງນິຕິກໍາຂັ້ນແຂວງ ເຊັ່ນ: ກອງທຶນຄຸ້ມຄອງໄພພິບັດ, ກອງທຶນຊ່ວຍເຫຼືອເຊິ່ງກັນແລະກັນ, ສັນຍາແຮງງານ, ກົດໝາຍຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ອາຊີວະສຶກສາ. ດ້ານການຕົກລົງບັນຫາພື້ນຖານ, ປະກອບສ່ວນໃສ່ຮ່າງມະຕິແຜນພັດທະນາເສດຖະກິດ-ສັງຄົມ ປີ 2026, ທິດທາງປີ 2027 ແລະ ແຜນ 5 ປີ (2026-2030); ກະກຽມວຽກງານເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V; ລົງພົບປະຜູ້ມີສິດເລືອກຕັ້ງ 45 ຈຸດ ມີຜູ້ເຂົ້າຮ່ວມ 5,420 ຄົນ ແລະ ສັງລວມ 3 ຄໍາສະເໜີຂອງປະຊາຊົນ. ດ້ານການຕິດຕາມກວດກາ: ລົງຕິດຕາມກວດກາຕົວຈິງ 51 ຈຸດ, ໂຮງຮຽນ, ສຸກສາລາ, ສະໜາມຂີ້ເຫຍື້ອ, ໂຮງໝໍແຂວງ, ສະຖານທີ່ທ່ອງທ່ຽວ; ຕິດຕາມການແກ້ໄຂບັນຫານັກຮຽນປະລະການຮຽນ; ລົງຊຸກຍູ້ຢູ່ 5 ເມືອງ, 6 ບ້ານ, ສຸກສາລາ 6 ແຫ່ງ ແລະ ໂຮງຮຽນ 10 ແຫ່ງ. ການສ້າງຄວາມເຂັ້ມແຂງ ເຂົ້າຮ່ວມການຝຶກອົບຮົມ, ປາຖະກາຖາ 12 ຄັ້ງ, ການນໍາໃຊ້ປັນຍາປະດິດ (AI), ເຕັກນິກການຮ່າງ-ກວດກາເອກະສານ ແລະ ທັກສະການເປັນຜູ້ນໍາ.
ຈາກນັ້ນ, ກອງປະຊຸມຍັງໄດ້ຜ່ານບົດບັນທຶກການພົວພັນປະສານງານຮ່ວມກັນລະຫວ່າງຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ ກັບພະແນກການ ແລະ ອົງການທຽບເທົ່າພະແນກຂັ້ນແຂວງ, ບົດລາຍງານການເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ ວຽກງານໃນຂົງເຂດວັນທະນະທໍາ-ສັງຄົມ ແລະ ຊົນເຜົ່າ 6 ເດືອນທ້າຍປີ ຢູ່ບັນດາ 5 ເມືອງ ແລະ ມະຕິວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ. ພ້ອມນີ້ ຜູ້ເຂົ້້າຮ່ວມໄດ້ປະກອບຄໍາເຫັນ, ຢ່າງພາວະວິໄສ, ຕໍ່ກັບດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້ ເພື່ອກຳນົດເປັນທິດທາງ ແລະ ມາດຕະການແກ້ໄຂ.
ໃນຕອນທ້າຍ, ທ່ານ ນາງ ອ່ອນໃສ ມຽງລາວັນ ໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ຄະນະກໍາມະການ ສືບຕໍ່ໂຄສະນາສຶກສາອົບຮົມປະຊາຊົນບັນດາເຜົ່າ ຕາມແນວທາງຂອງພັກ-ລັດ ລະບຽບກົດໝາຍ ເພື່ອຮັກສາຄວາມສາມັກຄີ ແລະ ປະຕິບັດພາລະບົດບາດຂອງຕົນຢ່າງເຂັ້ມງວດ, ເພີ່ມທະວີການຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ບັນດາຄາດໝາຍ ທີ່ຍັງບໍ່ທັນໄດ້ບັນລຸໃນຂົງເຂດວຽກງານ, ສືບຕໍ່ຕິດຕາມກວດກາການແກ້ໄຂຄຳສະເໜີຂອງປະຊາຊົນ ຜ່ານສາຍດ່ວນ ພ້ອມທັງສຸມໃສ່ຕິດຕາມການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ (2027-2030) ໃຫ້ເກີດຜົນເປັນຮູບປະທຳ, ສືບຕໍ່ປະສານສົມທົບກັບ ອົງການແນວລາວສ້າງຊາດແຂວງ ແລະ ພາກສ່ວນກ່ຽວຂ້ອງປັບປຸງກົນໄກການປະສານງານ ໃຫ້ສອດຄ່ອງກັບພາລະ ບົດບາດຂອງຄະນະກໍາມະການ, ຕິດຕາມກວດກາ ແລະ ຊຸກຍູ້ ປະເມີນຜົນການຈັດຕັງປະຕິບັດບັນດານິຕິກໍາ ຂອງຂະແໜງການທີ່ກ່ຽວຂ້ອງ, ພ້ອມທັງການຈັດຕັ້ງປະຕິບັດບັນດາຄາດໝາຍ (SDGs) ທີ່ໄດ້ກໍານົດໄວ້ໃຫ້ບັນລຸຕາມລໍາດັບຄາດໝາຍ.
(ວິນັດ).

