(ສພຊ) – ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ (ສພຊ) ຊຸດທີ X ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນຈັນທີ 23 ມີນານີ້ ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ຊຸດທີ IX; ເຂົ້າຮ່ວມມີທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ, ບັນດາທ່ານການນໍາຂັ້ນສູງ ແລະ ອະດີດການນໍາຂັ້ນສູງຂອງພັກ-ລັດ, ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແລະ ບັນດາທ່ານສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ຈາກ 18 ເຂດເລືອກຕັ້ງທົ່ວປະເທດ, ບັນດາທ່ານທູຕານຸທູດ, ຕາງໜ້າອົງການຈັດຕັ້ງສາກົນ ປະຈໍາ ສປປລາວ ແລະ ແຂກຖືກເຊີນ.

ພາຍຫຼັງທ່ານ ປອ. ໄຊສົມພອນ ພົມວິຫານ ໄດ້ກ່າວສູນທອນພົດເປີດກອງປະຊຸມຢ່າງເປັນທາງການ. ກອງປະຊຸມໄດ້ຮັບຟັງການລາຍງານຜົນສຳເລັດການເລືອກຕັ້ງ ແລະ ຢັ້ງຢືນຄຸນລັກສະນະຂອງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ຈາກທ່ານ ນາງ ສີໃສ ລືເດດມູນສອນ ຮອງປະທານຄະນະກຳມະການເລືອກຕັ້ງລະດັບຊາດ; ຈາກນັ້ນ, ທ່ານປະທານສະພາແຫ່ງຊາດ ຊຸດທີ IX ໄດ້ຂຶ້ນລາຍງານການປະຕິບັດໜ້າທີ່ໃນໄລຍະ 5 ປີຜ່ານມາ ແລະ ກ່າວອຳລາໜ້າທີ່; ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ຊຸດທີ IX ໄດ້ອ່ານໜັງສືສະເໜີຂອງຄະນະປະຈຳສະພາແຫ່ງຊາດ ຊຸດທີ IX ກ່ຽວກັບມາດຕະຖານເງື່ອນໄຂຂອງປະທານສະພາແຫ່ງຊາດ ແລະ ເປົ້າໝາຍເລືອກຕັ້ງເປັນປະທານສະພາແຫ່ງຊາດ ຊຸດທີ X, ບັນດາທ່ານ ສສຊ ກໍໄດ້ລົງຄະແນນສຽງເລືອກຕັ້ງເອົາທ່ານ ປອ. ໄຊສົມພອນ ພົມວິຫານ ເປັນປະທານສະພາແຫ່ງຊາດ ຊຸດທີ X ເຊິ່ງເປັນສະໄໝທີສອງຕິດຕໍ່ກັນ.

ໃນການກ່າວຮັບໜ້າທີ່, ທ່ານ ປອ. ໄຊສົມພອນ ພົມວິຫານ ໃຫ້ຄໍາໝັ້ນສັນຍາວ່າ ຈະສຸມທຸກສະຕິປັນຍາ, ເຫື່ອແຮງ, ຄວາມຮູ້ຄວາມສາມາດ ເຂົ້າໃນການປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍດ້ວຍຄວາມຮັບຜິດຊອບສູງ; ຈະສັດຊື່ບໍລິສຸດຕໍ່ຜົນປະໂຫຍດຂອງຊາດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ແລະ ຈະຮ່ວມກັບໝູ່ຄະນະ ກໍຄືສະມາຊິກສະພາແຫ່ງຊາດ ຊຸດທີ X ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ໂດຍສະເພາະມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມສະພາແຫ່ງຊາດ ເຂົ້າໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ຊຸດທີ X ຕາມທີ່ກໍານົດໃນລັດຖະທໍາມະນູນ ແລະ ກົດໝາຍ ໃຫ້ມີໝາກຜົນຕົວຈິງ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃຫ້ນັບມື້ນັບເຂັ້ມແຂງ ແລະ ໜັກແໜ້ນ. ສະແດງຄວາມຫວັງອັນແຮງກ້າວ່າ ລັດຖະບານ, ບັນດາສະມາຊິກສະພາແຫ່ງຊາດ, ອົງການຈັດຕັ້ງພັກ-ລັດທຸກຂັ້ນ ກໍຄືປະຊາຊົນລາວບັນດາເຜົ່າ ຈະສືບຕໍ່ໃຫ້ການຮ່ວມມື, ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອສະພາແຫ່ງຊາດ ຊຸດທີ X ເພື່ອເຮັດໜ້າທີ່ອັນມີກຽດສະຫງ່າທີ່ພັກ ແລະ ປະຊາຊົນມອບໝາຍໃຫ້.
ຫຼັງຈາກນັ້ນ, ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາການເລືອກຕັ້ງບັນດາຕຳແໜ່ງທີ່ສໍາຄັນຂອງລັດ ແລະ ໂຄງປະກອບກົງຈັກການຈັດຕັ້ງຂອງອົງການອໍານາດລັດ.
ຕາມວາລະຕອນບ່າຍ, ກອງປະຊຸມຈະໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030).
ກອງປະຊຸມຄັ້ງປະຖົມມະລືກຂອງ ສພຊ ຊຸດທີ X ຈະດຳເນີນໄປຮອດວັນທີ 27 ມີນາ 2026, ຫ້ອງວ່າການສະພາແຫ່ງຊາດ ໄດ້ຈັດຕັ້ງໜ່ວຍງານເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງຈາກປະຊາຊົນທີ່ຈະສົ່ງໄປຍັງກອງປະຊຸມ ເຊິ່ງສາມາດສົ່ງຕາມວິທີລຸ່ມນີ້:
ສາຍດ່ວນໝາຍເລກ: 156 (ໃນໂມງລັດຖະການ)
ອີເມວ: [email protected]
ແອັປພລິເຄຊັນ: Lao Na
(ນາງ ສຸພາວັນ ຫອມສະນິດ)

