ກອງປະຊຸມຄະນະປະສານງານໄອປາ ຄັ້ງທີ 17

ສ.ຫ. 3, 2026

(ສພຊ) – ວັນທີ 22 ກໍລະກົດ 2026, ຄະນະຜູ້ແທນສະພາແຫ່ງຊາດລາວ ນໍາໂດຍທ່ານ ໂພໄຊ ໄຂຄໍາພິທູນ ປະທານກໍາມາທິການການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມທາງໄກຂອງຄະນະປະສານງານໄອປາ ຄັ້ງທີ 17 (The 17th AIPA CAUCUS) ພາຍໃຕ້ການເປັນປະທານຂອງທ່ານ ຊະຍາຣຸລ ໄອດີ ມາອາຊັດ (Syahrul Aidi Maazat) ປະທານກໍາມາທິການລັດຖະສະພາສາກົນ, ສະພາຜູ້ແທນປະຊາຊົນ ແຫ່ງ ສາທາລະນະລັດອິນໂດເນເຊຍ ພ້ອມດ້ວຍທ່ານ ເຊມ ວິທະຍາ (Chem Widhya) ເລຂາທິການໃຫຍ່ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ ແລະ ທ່ານ ນາງ ປວນ ມະຫາຣານີ (Puan Maharani) ປະທານສະພາຜູ້ແທນປະຊາຊົນອິນໂດເນເຊຍ; ໂດຍມີຄະນະຜູ້ແທນຈາກ 9 ປະເທດສະມາຊິກໄອປາ, ຕີມໍ ເເລັດສະເຕ ໃນຖານະແຂກຂອງປະເທດເຈົ້າພາບ, 5 ປະເທດສັງເກດການ: ສປຈີນ, ບາເຣນ, ອິນເດຍ, ອາແຊກໄບຊານ, ປາກິດສະຖານ ແລະ ພາກສ່ວນຈາກອົງການຕ່າງໆທີ່ກ່ຽວຂ້ອງ ເຂົ້າຮ່ວມທັງໝົດ 51 ທ່ານ.
ກອງປະຊຸມຄັ້ງນີ້, ໄດ້ນໍາສະເໜີບົດລາຍງານແຫ່ງຊາດຂອງບັນດາປະເທດສະມາຊິກໄອປາ ກ່ຽວກັບ “ບົດບາດຂອງລັດຖະສະພາໃນການເສີມສ້າງຄວາມເປັນແກນກາງຂອງອາຊຽນ ໃນການນໍາພາຜ່ານສິ່ງທ້າທາຍລະດັບໂລກທີ່ຊັບຊ້ອນ” ແລະ ໄດ້ມີການແລກປ່ຽນປະກອບຄໍາຄິດເຫັນ ແລະ ປຶກສາຫາລືພາຍໃຕ້ຫົວຂໍ້: ການສົ່ງເສີມການປົກຄອງເພື່ອສັນຕິພາບທີ່ກວມລວມທຸກພາກສ່ວນ ແລະ ການຕອບສະໜອງຂອງອາຊຽນ ຕໍ່ການປ່ຽນແປງດິນຟ້າອາກາດ. ທ່ານ ໂພໄຊ ໄຂຄໍາພິທູນ ໃນນາມຫົວໜ້າຄະນະຜູ້ແທນລາວ ໄດ້ສະແດງຄວາມຊົມເຊີຍຕໍ່ສະພາຜູ້ແທນປະຊາຊົນອິນໂດເນເຊຍ ໃນການເປັນເຈົ້າພາບກອງປະຊຸມຄັ້ງນີ້ ແລະ ເນັ້ນເຖິງບົດບາດອັນສໍາຄັນຂອງການທູດລັດຖະສະພາ ໃນການສົ່ງເສີມຄວາມເຂົ້າໃຈເຊິ່ງກັນແລະກັນ ຜ່ານການສົນທະນາດ້ານລັດຖະສະພາທີ່ສ້າງສັນ, ການຊຸກຍູ້ການຮ່ວມມືທີ່ເປັນຮູບປະທໍາ ແລະ ການຮ່ວມມືທີ່ໃກ້ຊິດຍິ່ງຂຶ້ນລະຫວ່າງສະພານິຕິບັນຍັດຂອງອາຊຽນ.
ຕອນບ່າຍວັນດຽວກັນ, ທ່ານ ອາຄົມ ປຣະເສີດ ຮອງປະທານກໍາມາທິການເສດຖະກິດ ແລະ ການເງິນ ໄດ້ນໍາສະເໜີບົດລາຍງານແຫ່ງຊາດຂອງ ສປປລາວ ໃນການສືບຕໍ່ຈັດຕັ້ງປະຕິບັດບັນດາມະຕິທີ່ໄດ້ຮັບຮອງເອົາໃນກອງປະຊຸມໃຫຍ່ໄອປາ ຄັ້ງທີ 46 ທີ່ຈັດຂຶ້ນຢູ່ນະຄອນຫຼວງກົວລາລຳເປີ, ປະເທດມາເລເຊຍ ໃນເດືອນກັນຍາ 2025 ເຊິ່ງມະຕິເຫຼົ່ານີ້ ໄດ້ຖືກນໍາໄປຈັດຕັ້ງປະຕິບັດໃນການສ້າງກົດໝາຍ, ນະໂຍບາຍ, ຍຸດທະສາດ ແລະ ໂຄງການຕ່າງໆຂອງຊາດ ຜ່ານການຮ່ວມມືຢ່າງໃກ້ຊິດລະຫວ່າງຝ່າຍນິຕິບັນຍັດ ແລະ ຝ່າຍບໍລິຫານ ໂດຍເນັ້ນໜັກໃສ່ການເພີ່ມທະວີຄວາມເປັນເຈົ້າການໃນການຕິດຕາມກວດກາຂອງລັດຖະສະພາ ເພື່ອເຮັດໃຫ້ກົດໝາຍມີຄວາມສອດຄ່ອງກັນ ແລະ ມີການຮ່ວມມືທີ່ເປັນຮູບປະທຳ ເຊິ່ງຈະຊ່ວຍສົ່ງເສີມບົດບາດຄວາມເປັນແກນກາງຂອງອາຊຽນ ທ່າມກາງສິ່ງທ້າທາຍລະດັບໂລກທີ່ຊັບຊ້ອນເຊັ່ນ: ຄວາມເຄັ່ງຮ້ອນທາງພູມສາດການເມືອງ, ການຫັນປ່ຽນທາງດ້ານ ດິຈິຕອນ, ການປ່ຽນແປງດິນຟ້າອາກາດ ແລະ ເສດຖະກິດ-ສັງຄົມ; ນອກຈາກນີ້, ທ່ານຍັງໄດ້ມີຄໍາເຫັນໃນຫົວຂໍ້ທີ 1 ກ່ຽວກັບການສົ່ງເສີມການປົກຄອງ ເພື່ອສັນຕິພາບກວມລວມທຸກພາກສ່ວນ ເຊິ່ງສະພາແຫ່ງຊາດ ແຫ່ງ ສປປລາວ ສະໜັບສະໜູນບົດບາດສໍາຄັນຂອງລັດຖະສະພາ ໃນການສົ່ງເສີມສັນຕິພາບ ແລະ ຄວາມໝັ້ນຄົງ ທີ່ເປັນພື້ນຖານທີ່ຈໍາເປັນສໍາລັບການພັດທະນາແບບຍືນຍົງ ແລະ ຄວາມຈະເລີນຮຸ່ງເຮືອງໃນພາກພື້ນ ພ້ອມທັງເຊື່ອໝັ້ນວ່າ ລັດຖະສະພາສາມາດເປັນຂົວຕໍ່ທີ່ສໍາຄັນລະຫວ່າງລັດຖະບານ ແລະ ປະຊາຊົນ ໂດຍການສົ່ງເສີມວິທີການແບບຮອບດ້ານທີ່ເຄົາລົບອະທິປະໄຕຂອງຊາດ ແລະ ຄວາມຫຼາກຫຼາຍທາງດ້ານທັດສະນະ.
ນອກນີ້, ທ່ານ ນາງ ປານຄໍາ ຂະຫຍອງເອກ ສະມາຊິກສະພາແຫ່ງຊາດປະຈໍາການກໍາມາທິການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ ກໍໄດ້ມີຄຳເຫັນໃນຫົວຂໍ້ທີ 2 ກ່ຽວກັບການຕອບສະໜອງຂອງອາຊຽນຕໍ່ການປ່ຽນແປງດິນຟ້າອາກາດ ໂດຍຍົກໃຫ້ເຫັນບົດບາດທີ່ສຳຄັນຂອງລັດຖະສະພາ ເພື່ອຮັບປະກັນການຈັດຕັ້ງປະຕິບັດການຕິດຕາມກວດກາຢ່າງມີປະສິດທິພາບຂອງນະໂຍບາຍດ້ານດິນຟ້າອາກາດ ແລະ ໄດ້ຮັບຜົນປະໂຫຍດໃນທຸກຂະແໜງການຂອງສັງຄົມ ໂດຍສະເພາະຊຸມຊົນທີ່ມີຄວາມສ່ຽງ ເຊິ່ງ ສປປລາວ ມີເປົ້າໝາຍໃນການຫຼຸດຜ່ອນການປ່ອຍອາຍເຮືອນແກ້ວໃຫ້ເປັນສູນພາຍໃນປີ 2050 ເຊິ່ງສອດຄ່ອງກັບຂໍ້ຕົກລົງປາຣີ; ສປປລາວ ກໍາລັງດໍາເນີນມາດຕະການຫຼຸດຜ່ອນການປ່ອຍອາຍເຮືອນແກ້ວຜ່ານແຜນງານປະກອບສ່ວນການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ (NDC) ໂດຍສຸມໃສ່ການພັດທະນາພະລັງງານໝູນວຽນ, ການເພີ່ມແຫຼ່ງດູດຊັບຄາບອນຈາກປ່າໄມ້, ການພັດທະນາລະບົບຂົນສົ່ງທີ່ຍືນຍົງ, ການບໍລິຫານຈັດການກະສິກໍາຢ່າງມີປະສິດທິພາບ ເພື່ອກ້າວໄປສູ່ການພັດທະນາປະເທດແບບຍືນຍົງ ແລະ ເປັນມິດຕໍ່ສິ່ງແວດລ້ອມ.
ໃນຕອນທ້າຍກອງປະຊຸມ, ຄະນະຜູ້ແທນໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງກອງປະຊຸມຄະນະປະສານງານໄອປາ ຄັ້ງທີ 17 ແລະ ທ່ານ ໂພໄຊ ໄຂຄໍາພິທູນ ກໍໄດ້ກ່າວຕອບຮັບການເປັນເຈົ້າພາບຈັດກອງປະຊຸມຄະນະປະສານງານໄອປາ ຄັ້ງທີ 18 ໃນປີ 2027 ທີ່ ສປປລາວ ຈະເປັນເຈົ້າພາບຢ່າງເປັນທາງການ.