(ສພຊ) – ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈໍາເດືອນສິງຫາ 2026 ໄດ້ດໍາເນີນຂຶ້ນໃນລະຫວ່າງວັນທີ 3-4 ກັນຍານີ້ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮັກສາການປະທານຄະນະປະຈໍາສະພາແຫ່ງຊາດ; ມີບັນດາທ່ານຮອງປະທານຄະນະປະຈໍາສະພາແຫ່ງຊາດ ແລະ ກຳມະການຄະນະປະຈໍາສະພາແຫ່ງຊາດ, ຮອງປະທານກໍາມາທິການສະພາແຫ່ງຊາດ, ລັດຖະມົນຕີ ແລະ ຮອງລັດຖະມົນຕີກະຊວງ, ອົງການທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໄດ້ພິຈາລະນາບັນຫາສຳຄັນພື້ນຖານຂອງຊາດ ຕາມຂອບເຂດສິດ ແລະ ໜ້າທີ່ຂອງຄະນະປະຈຳສະພາແຫ່ງຊາດ ທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ ເຊິ່ງກອງປະຊຸມຄັ້ງນີ້ ໄດ້ຄົ້ນຄວ້າ ແລະ ພິຈາລະນາ ຮ່າງມະຕິຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງຄະນະປະຈຳສະພາແຫ່ງຊາດ; ຮ່າງມະຕິຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງຫ້ອງວ່າການສະພາແຫ່ງຊາດ ແລະ ບັນດາກຳມາທິການຕ່າງໆ: ກຳມາທິການກົດໝາຍ ແລະ ຍຸຕິທຳ, ກຳມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ, ກຳມາທິການການຕ່າງປະເທດ, ກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ແລະ ກຳມາທິການເສດຖະກິດ ແລະ ການເງິນ. ພ້ອມກັນນີ້, ຍັງໄດ້ຄົ້ນຄວ້າພິຈາລະນາການແຕ່ງຕັ້ງບຸກຄະລາກອນຂອງສານປະຊາຊົນ ຈຳນວນ 18 ທ່ານ; ລາຍງານການກວດກາເນື້ອໃນຮອບດ້ານກົດໝາຍ 3 ສະບັບຄື: ຮ່າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ (ສ້າງໃໝ່), ຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ (ປັບປຸງ) ແລະ ຮ່າງກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ (ປັບປຸງ); ລາຍງານຄວາມຄືບໜ້າການກະກຽມການພົບປະແລກປ່ຽນບົດຮຽນລະຫວ່າງຫ້ອງວ່າການສະພາແຫ່ງຊາດລາວ ແລະ ຫ້ອງວ່າການສະພາແຫ່ງຊາດຫວຽດນາມ ຄັ້ງທີ XIII ທີ່ ສສ.ຫວຽດນາມ; ພິຈາລະນາກ່ຽວກັບການສະເໜີແຕ່ງຕັ້ງຮອງປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກົດໝາຍ ແລະ ຍຸຕິທຳ ຂອງສະພາປະຊາຊົນແຂວງຊຽງຂວາງ; ຄົ້ນຄວ້າພິຈາລະນາໜັງສືສະເໜີຂອງລັດຖະບານ ກ່ຽວກັບຜົນການເຈລະຈາຮ່າງສັນຍາເພື່ອຫຼີກເວັ້ນການເກັບອາກອນຊ້ຳຊ້ອນ ແລະ ສະກັດກັ້ນການຫຼົບຫຼີກການເສຍອາກອນລາຍໄດ້ DTC ລະຫວ່າງ ສປປລາວ ກັບ ປະເທດຍີ່ປຸ່ນ ແລະ ປະເທດຟີລິບປິນ; ພິຈາລະນາກ່ຽວກັບໜັງສືສະເໜີຂອງລັດຖະບານ ກ່ຽວກັບການພິຈາລະນາຍົກເວັ້ນການເກັບອາກອນຊ້ຳຊ້ອນ ແລະ ສະກັດກັ້ນການຫຼົບຫຼີກການເສຍອາກອນລາຍໄດ້ DTC ລະຫວ່າງ ສປປລາວ ກັບ ສະຫະລັດອາຣັບເອມິເຣດ (UAE); ພິຈາລະນາກ່ຽວກັບການສະເໜີຂອງສະພາປະຊາຊົນແຂວງໄຊຍະບູລີ ກ່ຽວກັບການສືບຕໍ່ໂຄງການກໍ່ສ້າງຕຶກສະພາປະຊາຊົນແຂວງໄຊຍະບູລີຫຼັງໃໝ່; ແລະ ບາງບັນຫາວຽກພາຍໃນຂອງສະພາແຫ່ງຊາດ.
(ນາງ ອາລິນ ສຸພິມມະປະດິດ)

