ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ປະຈຳເດືອນມິຖຸນາ 2026

ມ.ຖ. 29, 2026

(ສພຊ) – ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ປະຈຳເດືອນມິຖຸນາ ໄດ້ຈັດຂຶ້ນໃນວັນທີ 26 ມິຖຸນາ 2026 ທີ່ຫ້ອງປະຊຸມວຽງໄຊ ຫໍສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ເລຂາທິ ການສູນກາງພັກ, ຮອງປະທານຄະນະປະຈໍາສະພາແຫ່ງຊາດ, ມີຮອງປະທານ, ຄະນະປະຈໍາສະພາແຫ່ງຊາດ, ຮອງປະ ທານກໍາມາທິການ, ບັນດາຮອງລັດຖະມົນຕີກະຊວງ, ອົງການ ແລະ ພະນັກງານວິຊາການຂອງກະຊວງ, ອົງການທີ່ກ່ຽວຂ້ອງ ເຂົ້າຮ່ວມຈຳນວນໜຶ່ງ.

ກອງປະຊຸມໄດ້ພິຈາລະນາບັນຫາສໍາຄັນພື້ນຖານຂອງປະເທດຊາດ ຕາມຂອບເຂດສິດ ແລະ ໜ້າທີ່ຂອງຄະນະປະຈໍາສະພາແຫ່ງຊາດ ທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ເປັນຕົ້ນ ໄດ້ຮັບຟັງການລາຍງານການກະ ກຽມກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X, ກອງປະຊຸມຍົກສູງຄຸນນະພາບທາງດ້ານເນື້ອໃນໃຫ້ແກ່ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ແລະ ກອງປະຊຸມຮ່ວມລະຫວ່າງ ຄະ ນະປະຈໍາສະພາແຫ່ງຊາດ ກັບ ຄະນະລັດຖະບານ; ຟັງລາຍງານກ່ຽວກັບຄວາມພ້ອມການກະກຽມ ແລະ ຮຽບຮຽງກົດໝາຍທີ່ຈະນໍາເຂົ້າພິຈາລະນາໃນກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ຄື: ຮ່າງກົດໝາຍວ່າດ້ວຍຄັງເງິນແຫ່ງລັດ (ສ້າງໃໝ່) ແລະ ຮ່າງກົດໝາຍວ່າດ້ວຍງົບປະມານແຫ່ງລັດ (ປັບປຸງ); ພິຈາລະນາຕົກລົງການໃຫ້ສັດຕະຍາບັນແກ່ສົນທິສັນຍາຄື: ສົນທິສັນຍາວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນລະຫວ່າງ ສປປລາວ ແລະ ສສ.ຫວຽດນາມ, ສົນທິສັນຍາວ່າດ້ວຍການຊ່ວຍເຫຼືອເຊິ່ງກັນແລະກັນທາງດ້ານກົດໝາຍໃນບັນຫາອາຍາ ລະຫວ່າງ ສປປ ລາວ ແລະ ສ.ລັດເຊຍ, ສົນທິສັນຍາອາຊຽນ ວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນ; ພ້ອມດຽວກັນນີ້, ກອງປະຊຸມຍັງໄດ້ພິ ຈາລະນາການສະເໜີຂອງລັດຖະບານ ກ່ຽວກັບໂຄງການພັດທະນາສາຍສົ່ງໄຟຟ້າ ແລະ ການສະເໜີກ່ຽວກັບການຫັນ ປ່ຽນທີ່ດິນຈໍານວນໜຶ່ງ ເພື່ອຮັບໃຊ້ການພັດທະນາຢູ່ບາງແຂວງ.

ຈາກນັ້ນ, ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ໄດ້ເອົາໃຈໃສ່ຄົ້ນຄວ້າ, ປະກອບຄໍາເຫັນຕໍ່ເນື້ອໃນທີ່ນໍາເຂົ້າພິ ຈາ ລະນາຢ່າງເລິກເຊິ່ງ ເພື່ອເປັນບ່ອນອີງໃຫ້ລັດຖະບານ ກໍຄືບັນດາກະຊວງ, ອົງການ ແລະ ພາກສ່ວນກ່ຽວຂ້ອງ ນໍາໄປຄົ້ນ ຄວ້າປັບປຸງ ເຮັດໃຫ້ມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ໃນຕໍ່ໜ້າ.