(ສພຊ) – ລະຫວ່າງວັນທີ 2-4 ພຶດສະພາ 2026, ຄະນະຜູ້ແທນສະພາແຫ່ງຊາດ ແຫ່ງ ສປປລາວ ນໍາໂດຍທ່ານ ມີໄຊ ພົມເຂ ສະມາຊິກສະພາແຫ່ງຊາດປະຈຳເຂດເລຶອກຕັ້ງທີ 7 ແຂວງໄຊຍະບູລີ, ຮອງຫົວໜ້າຫ້ອງວ່າການສູນກາງພັກ ໄດ້ເຂົ້າຮ່ວມກອງປະຊຸມຄະນະກໍາມາທິການການເມືອງຂອງສະມັດຊາລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງ (Assemblée Parlementaire de la Francophonie – APF) ແລະ ກອງປະຊຸມສໍາມະນາລັດຖະສະພາ ກ່ຽວກັບ “ບົດບາດສໍາຄັນ, ການຄຸ້ມຄອງ ແລະ ການນໍາໃຊ້ ດິຈິຕອນ ແລະ ປັນຍາປະດິດ (AI) ໃນລັດຖະສະພາ” ທີ່ເມືອງຊຽມ ຣຽບ, ລາຊະອານາຈັກກໍາປູເຈຍ ເຊິ່ງມີຄະນະຜູ້ແທນຈາກບັນດາສະມາຊິກ APF 15 ປະເທດ ແລະ ເຂດແຄວ້ນ ເຊັ່ນ: ແບນຊິກ, ກາເມີຣູນ, ກາຕານໂລ, ກົດດີວົວ, ຝຣັ່ງ, ສປປລາວ, ລຸກຊໍາບວກ, ມາຣົກ, ໂມຣິຕານີ, ນູແວນ ກາເລໂດນີ, ເກເບັກ, ກົງໂກ, ຣູມານີ, ເຊເນການ, ສະວິດ ແລະ 2 ອົງການຄື: ອົງການຝຣັ່ງໂກໂຟນີສາກົນ (OIF) ແລະ ສູນລັດຖະສະພາອາຊີ (PCAsia); ນອກນັ້ນ, ຍັງມີປະທານຄະນະກຳມາທິການການເມືອງ, ເລຂາທິການໃຫຍ່ ຂອງ APF, ບັນດາສະມາ ຊິກລັດຖະສະພາ ແລະ ເຈົ້າໜ້າທີ່ກ່ຽວຂ້ອງຂອງປະເທດເຈົ້າພາບ ລວມຜູ້ເຂົ້າຮ່ວມ 70 ກວ່າທ່ານ.

ກອງປະຊຸມຄະນະກໍາມາທິການການເມືອງຂອງ APF ໄດ້ພິຈາລະນາ ແລະ ຮັບຮອງເອົາວາລະກອງປະຊຸມ; ປັບ ປຸງ ແລະ ຮັບຮອງເອົາບົດບັນທຶກວ່າດ້ວຍການພິຈາລະນາຕົກລົງບົດລາຍງານຂອງກອງປະຊຸມກໍາມາທິການການເມືອງ ທີ່ຈັດຂຶ້ນໃນເດືອນກໍລະກົດ 2025 ທີ່ນະຄອນປາຣີ, ປະເທດຝຣັ່ງ; ທົບທວນຄືນ ແລະ ຮັບຮອງເອົາບົດລາຍງານກ່ຽວກັບສະຖານະການທາງດ້ານການເມືອງໃນບັນດາປະເທດທີ່ໃຊ້ພາສາຝຣັ່ງ; ພິຈາລະນາ ແລະ ຮັບຮອງເອົາແຜນປະຕິບັດງານ 2025-2030 ເພື່ອສົ່ງເສີມການຍົກເລີກໂທດປະຫານຊີວິດ ໃນຂົງເຂດບັນດາປະເທດທີ່ໃຊ້ພາສາຝຣັ່ງ; ຮັບຟັງການລາຍງານກ່ຽວກັບສະພາບການທາງດ້ານການເມືອງຂອງບັນດາຄະນະ APF ຂອງບັນດາປະເທດທີ່ເປັນສະມາຊິກ ເຊິ່ງໃນວາລະນີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ໃນນາມສະມາຊິກສົມບູນຂອງ APF ໄດ້ລາຍງານສະພາບການພົ້ນເດັ່ນທາງດ້ານການ ເມືອງ ເປັນຕົ້ນແມ່ນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຈັດຂຶ້ນໃນເດືອນກຸມພາຜ່ານມາ ແລະ ຜົນສໍາເລັດຂອງກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ X. ພ້ອມນັ້ນ, ບັນດາຜູ້ແທນກອງປະຊຸມ ຍັງໄດ້ແລກປ່ຽນ ແລະ ປຶກສາຫາລືກ່ຽວກັບທັດສະນະຂອງ APF ສຳລັບກອງປະຊຸມສຸດຍອດຝຣັ່ງໂກໂຟນີສາກົນ ຄັ້ງທີ 20 (Le XXe Sommet de la Francophonie): ບົດບາດຂອງ APF ໃນສະຖຽນລະພາບໃນພາກພື້ນ ແລະ ທົ່ວໂລກ ແລະ ຄຳແນະນຳດ້ານນິຕິບັນຍັດເພື່ອນຳໃຊ້ສັນຕິພາບເປັນກົນໄກສຳລັບການພັດທະນາແບບຍືນຍົງ, ຮັບຟັງບົດລາຍງານກ່ຽວກັບການດໍາເນີນວິທີການການໄກ່ເກ່ຍຂໍ້ຂັດແຍ້ງທາງການ ເມືອງໃນປະເທດກົງໂກ ແລະ ຣະວັນດາ; ຮັບຟັງ ແລະ ແລກປ່ຽນຄໍາຄິດຄໍາເຫັນໃນການດໍາເນີນງານຂອງຄະນະກຳມາທິການສືບສວນອາຊະຍາກຳທາງການເງິນຂອງສະພາສູງຝຣັ່ງ ກ່ຽວກັບການຕ້ານອາຊະຍາກຳທາງການເງິນ, ອາຊະຍາກຳທີ່ມີການຈັດຕັ້ງ ແລະ ການຫຼີກລ່ຽງມາດຕະການການລົງໂທດສາກົນ; ຄົ້ນຄວ້າພິຈາລະນາຮ່າງບົດລາຍງານກ່ຽວກັບຄວາມປອງດອງແຫ່ງຊາດ ແລະ ຄວາມຍຸຕິທຳ ໃນສະໄໝຂ້າມຜ່ານ; ຮັບຮອງເອົາບົດລາຍງານສະບັບສຸດທ້າຍກ່ຽວກັບການຕ້ານຂ່າວປອມ ແລະ ການກະທໍາໃນຮູບແບບທາງເລືອກ ໃນການສະໜອງທຶນໃຫ້ສື່ມວນຊົນ; ຮັບຮອງເອົາຮ່າງມະຕິກ່ຽວກັບການເພີ່ມທະວີບົດບາດຂອງສື່ສາທາລະນະ ໃນການຮັບມືກັບຂ່າວປອມ ແລະ ການປັບປຸງໂຄງສ້າງຂອງສື່ຕ່າງໆ; ປັບປຸງ ແລະ ຮັບຮອງເອົາຮ່າງມະຕິກ່ຽວກັບການສະໝັກເຂົ້າເປັນສະມາຊິກ APF ເພື່ອດໍາລົງຕໍາແໜ່ງຜູ້ສັງເກດການໃນອົງການສະຫະປະຊາຊາດ; ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບບັນດາເຫດການພົ້ນເດັ່ນທີ່ເກີດຂຶ້ນພາຍໃນພາກພື້ນ ແລະ ທົ່ວໂລກ ໂດຍສະເພາະໃນຂົງເຂດປະເທດທີ່ໃຊ້ພາສາຝຣັ່ງ.

ກອງປະຊຸມຄະນະກໍາມາທິການການເມືອງຂອງສະມັດຊາ APF ໄດ້ດໍາເນີນໄປດ້ວຍບັນຍາກາດອັນອົບອຸ່ນ ເຕັມໄປດ້ວຍຄວາມສາມັກຄີ, ມີຄວາມເປັນເອກະພາບໃນການຮັບຮອງເນື້ອໃນຕາມຫົວຂໍ້ວາລະຂອງກອງປະຊຸມ ແລະ ໄດ້ຮັບຜົນສໍາເລັດຕາມຈຸດປະສົງລະດັບຄາດໝາຍ; ພ້ອມກັນນີ້, ໄດ້ຕົກລົງມອບໃຫ້ປະເທດເບແນັງ ເປັນເຈົ້າພາບຈັດກອງປະຊຸມຄັ້ງຕໍ່ໄປ ໃນປີ 2027 ທີ່ເມືອງໂກໂຕນູ.
ກ່ອນໜ້າໜຶ່ງວັນເປີດກອງປະຊຸມກໍາມາທິການການເມືອງ, ໄດ້ມີກອງປະຊຸມສໍາມະນາລັດຖະສະພາເພື່ອສ້າງຄວາມເຂົ້າໃຈ ແລະ ໃຫ້ຄວາມຮູ້ກ່ຽວກັບວຽກງານການຄຸ້ມຄອງ ແລະ ນຳໃຊ້ປັນຍາປະດິດ ເຊິ່ງຄະນະຜູ້ແທນສະພາແຫ່ງຊາດລາວ ກໍໄດ້ເຂົ້າຮ່ວມ ແລະ ຮັບຟັງການສະເໜີເນື້ອໃນທີ່ເປັນພື້ນຖານຂອງຫົວຂໍ້ ຈາກບັນດາຊ່ຽວຊານຂອງປະເທດເຈົ້າພາບ, APF ແລະ ອົງການທີ່ກ່ຽວຂ້ອງ ພາຍໃຕ້ 4 ຫົວຂໍ້ ເຊັ່ນ: “ການສ້າງຄວາມເຂົ້າໃຈກ່ຽວກັບປັນຍາປະດິດ, ສະຖານະການໃນປັດຈຸບັນ: ກາລະໂອກາດ ແລະ ຄວາມສ່ຽງ”; “ບົດບາດຂອງລັດຖະສະພາໃນຖານະຂອງອົງການນິຕິບັນຍັດ ໃນການຄຸ້ມຄອງປັນຍາປະດິດ”; ເວທີສົນທະນາກ່ຽວກັບການຄຸ້ມຄອງປັນຍາປະດິດ ໃນບັນດາປະເທດທີ່ໃຊ້ພາສາຝຣັ່ງ”; “ປັນຍາປະດິດ ໃນວຽກງານລັດຖະສະພາ: ເຄື່ອງມື, ການນໍາໃຊ້ ແລະ ນະວັດຕະກໍາ”.
ໃນຕອນທ້າຍຂອງກອງປະຊຸມ, ຄະນະຜູ້ແທນສະພາແຫ່ງຊາດລາວ ຍັງໄດ້ເຂົ້າຮ່ວມບັນດາກິດຈະກໍາທີ່ປະເທດເຈົ້າ ພາບຈັດຂຶ້ນ ແລະ ຢ້ຽມຊົມອັງກໍວັດ ເຊິ່ງເປັນສະຖານທີ່ສໍາຄັນທາງປະຫວັດສາດ ແລະ ລືຊື່ແຫ່ງໜຶ່ງຂອງໂລກ ຢູ່ເມືອງຊຽມຣຽບ.

