loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກອງປະຊຸມຂອງຄະນະກວດກາສ້າງ ແລະ ປັບປຸງນິຕິກຳ ສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II.

ມ.ກ. 6, 2023 | ເຂດ 12 ຄຳມ່ວນ

ວັນທີ 6 ມັງກອນ 2023 ທີ່ສະພາປະຊາຊົນແຂວງຄໍາມ່ວນ ຄະນະກວດກາສ້າງ ແລະ ປັບປຸງນິຕິກຳ ຂອງສະພາປະຊາຊົນແຂວງ ໄດ້ຈັດກອງປະຊຸມທາບທາມປະກອບຄຳຄິດຄຳເຫັນໃສ່ຮ່າງນິຕິກຳໃຕ້ກົດໝາຍ ໂດຍການເປັນປະທານ ຂອງທ່ານ ຄໍາສຸກ ວັນທະວົງສາ ຄະນະປະຈໍາສະພາປະຊາຊົນແຂວງ ປະທານຄະນະກຳມະການຍຸຕິທຳ ແລະ ປກຊ-ປກສ , ມີບັນດາຄະນະປະຈຳ, ຄະນະກໍາມະການ, ຄະນະເລຂາທິການ ແລະ ກອງເລຂາຊ່ວຍວຽກເຂົ້າຮ່ວມ.

ໃນວາລະດໍາເນີນກອງປະຊຸມ, ທ່ານ ຄໍາສຸກ ວັນທະວົງສາ ປະທານກອງປະຊຸມໄດ້ມີຄໍາເຫັນກ່າວຈຸດປະສົງຂອງກອງປະຊຸມຄັ້ງນີ້ວ່າ: ເປັນການກວດກາຮອບດ້ານຕໍ່ ຮ່າງນິຕິກໍາໃຕ້ກົດໝາຍ ໃຫ້ມີປະສິດທິພາບ, ມີຄວາມໂປ່ງໃສ, ມີຄວາມເປັນເອກະພາບກັນໃນຂອບເຂດທີ່ຕິດພັນ ແນໃສ່ການຮັບປະກັນໃຫ້ເນື້ອໃນຂອງນິຕິກໍາ ມີຄຸນນະພາບ, ຮັດກຸມ, ເຂົ້າໃຈງ່າຍ, ສາມາດຈັດຕັ້ງປະຕິບັດໄດ້ ແລະ ສອດຄ່ອງກັບສະພາບຄວາມເປັນຈິງພາວະວິໃສ, ຮ່າງນິຕິກຳໃຕ້ກົດໝາຍທີນຳມາສ້າງ ແລະ ປັບປຸງຄັ້ງນີ້ມີຈໍານວນ 2 ສະບັບຄື: ຮ່າງມະຕິວ່າດ້ວຍການປະເມີນ ຕໍ່ຄວາມຮັບຜິດຊອບ ຂອງບຸກຄະລາກອນທີ່ລາຍງານ, ຊີ້ແຈງ ແລະ ຕອບຄໍາຊັກຖາມ ໃນກອງປະຊຸມສະພາປະຊາຊົນແຂວງປະກອບມີ 5 ໝວດ, 16 ມາດຕາ ແລະ ຮ່າງມະຕິວ່າດ້ວຍການດຳເນີນກອງປະຊຸມສະພາປະຊາຊົນແຂວງ ມີ 8 ໝວດ, 30 ມາດຕາ ເຊິ່ງມີເນື້ອໃນກໍານົດຈຸດປະສົງ, ຫຼັກການ, ລະບຽບການ, ມາດຕະການ, ຂອບເຂດການນໍາໃຊ້ ຢ່າງລະອຽດຊັດເຈນ ຊຶ່ງບັນດາທ່ານຜູ້ແທນກອງປະຊຸມໄດ້ຜັດປ່ຽນກັນປະກອບຄໍາຄິດເຫັນຕໍ່ເນື້ອໃນຮ່າງນິຕິກໍາ ທັງ 2 ສະບັບ ເພື່ອໃຫ້ມີເນື້ອໃນໃຫ້ມີຄວາມຊັດເຈນ, ຈະແຈ້ງ, ກະທັດຮັດ, ຮັດກຸມ, ນໍາໃຊ້ຄໍາສັບທີ່ມີຄວາມໝາຍແນ່ນອນ, ເຂົ້າໃຈງ່າຍ ແລະ ສາມາດຈັດຕັ້ງປະຕິບັດໄດ້ ໂດຍສະເພາະການນໍາໃຊ້ຄໍາສັບເຕັກນິກ ຫຼືດ້ານວິຊາການ ກໍ່ຕ້ອງມີການອະທິບາຍຄໍາສັບຢູ່ໃນນິຕິກໍານັ້ນ.

ໂດຍ: ເອື້ອ ມະໂນສິງ