ກວສຊ ປະຊຸມຄົບຄະນະປະຈໍາປີ

ກ.ຍ. 23, 2026

​​(ສພຊ) – ກອງປະຊຸມຄົບຄະນະກຳມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ (ກວສຊ) ປະຈຳປີ 2026 ໄດ້ຈັດຂຶ້ນໃນວັນທີ 22-23 ກັນຍານີ້ ທີ່ໂຮງແຮມເມືອງແທ່ງ, ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສູນກາງພັກ, ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ), ປະທານກຳມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ໂດຍການເຂົ້າຮ່ວມ ແລະ ໃຫ້ທິດຊີ້ນຳຕໍ່ກອງປະຊຸມຂອງທ່ານ ມອນໄຊ ລາວມົວຊົ່ງ ກຳມະການສູນກາງພັກ, ຮອງປະທານຄະນະປະຈຳສະພາແຫ່ງຊາດ (ຜູ້ຊີ້ນຳກຳມາທິການ), ມີບັນດາທ່ານຮອງປະທານກຳມາທິການ, ຮອງລັດຖະມົນຕີ, ຮອງອົງການທຽບເທົ່າ, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳ ການ ແລະ ສສຊ ທີ່ເປັນກຳມະການສັງກັດ ກວສຊ, ຫົວໜ້າກົມ-ຮອງຫົວໜ້າກົມ ພ້ອມດ້ວຍພະນັກງານ-ລັດຖະກອນ ຈາກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມທັງໝົດ 95 ທ່ານ, ຍິງ 45 ທ່ານ.

​ບົນພື້ນຖານການປະກອບຄໍາເຫັນຢ່າງກວ້າງຂວາງ, ກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງຂອງຜູ້ແທນກອງປະຊຸມ ຕໍ່ຮ່າງບົດສະຫຼຸບປະຈຳປີ 2026 ແລະ ທິດທາງແຜນການປີ 2027 ຂອງກຳມາທິການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ, ກອງປະຊຸມໄດ້ເປັນເອກະພາບກັນຮັບຮອງເອົາບັນດາເນື້ອໃນສຳຄັນດັ່ງນີ້:

1. ຮັບຮອງເອົາບົດສະຫຼຸບການເຄື່ອນໄຫວວຽກງານປະຈຳປີ 2026 ເຊິ່ງໄດ້ຍົກໃຫ້ເຫັນດ້ານຕັ້ງໜ້າທີ່ເປັນພື້ນ ຖານໃນການຈັດຕັ້ງປະຕິບັດ 3 ພາລະບົດບາດ ປະກອບສ່ວນເຮັດໃຫ້ວຽກງານຂອງສະພາແຫ່ງຊາດໄດ້ຮັບຜົນສໍາເລັດຢ່າງມີປະສິດທິພາບ ແລະ ປະສິດທິຜົນຕາມຄາດໝາຍທີ່ວາງໄວ້; ຄຽງຄູ່ກັນນັ້ນ, ຍັງໄດ້ຕີລາຄາຢ່າງພາວະວິໄສຕໍ່ກັບ ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້ ເພື່ອກຳນົດເປັນທິດທາງ ແລະ ມາດຕະການແກ້ໄຂ.

2. ຮັບຮອງເອົາທິດທາງແຜນການເຄື່ອນໄຫວວຽກງານປະຈຳປີ 2027 ດັ່ງນີ້:

2.1. ດ້ານນິຕິບັນຍັດ ແລະ ນິຕິກໍາ: ສືບຕໍ່ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແລະ ເຂົ້າຮ່ວມແຕ່ຫົວທີ ໃນການສ້າງ ແລະ ປັບປຸງກົດໝາຍໃນຂົງເຂດວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ 14 ສະບັບ ທີ່ຈະນໍາເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ 3 ແລະ 4 ຂອງສະພາແຫ່ງຊາດ ຊຸດທີ X, ສສຊ ທີ່ປະຈຳຢູ່ທ້ອງຖິ່ນ ກໍສືບຕໍ່ປະ ສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແລະ ເຂົ້າຮ່ວມແຕ່ຫົວທີ່ໃນການຄົ້ນຄວ້າສ້າງ ແລະ ປັບປຸງນິຕິກໍາຂອງແຂວງ; ປະສານສົມທົບກັບຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ດໍາເນີນການປະເມີນກົດໝາຍໃນຂົງເຂດວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ ໃຫ້ໄດ້ 2 ກົດໝາຍຂຶ້ນໄປ; ຮ່າງມະຕິຕົກລົງຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການຈັດ ຕັ້ງ ແລະ ການເຄື່ອນໄຫວຂອງສະມາຄົມສະມາຊິກສະແຫ່ງຊາດ ເພື່ອສົ່ງເສີມວຽກງານປະຊາກອນ ແລະ ການພັດທະ ນາ.

2.2. ດ້ານການຕົກລົງບັນຫາພື້ນຖານຂອງປະເທດຊາດ: ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການ ຄົ້ນຄວ້າທິດທາງແຜນການ ແລະ ແຜນງົບປະມານແຫ່ງລັດ ປະຈຳປີ 2017 ໂດຍສະເພາະບັນດາຄາດໝາຍຂົງເຂດວັດ ທະນະທໍາ-ສັງຄົມ ແລະ ຊົນເຜົ່າ; ເຂົ້າຮ່ວມຄົ້ນຄວ້າ, ປະກອບຄຳເຫັນ ແລະ ພິຈາລະນາຮັບຮອງເອົາບັນຫາສໍາຄັນຂອງຊາດ ແລະ ຂອງທ້ອງຖິ່ນ ໃນກອງປະຊຸມຄະນະປະຈຳ, ກອງປະຊຸມສະໄໝວິສາມັນ, ກອງປະຊຸມສະໄໝສາມັນເທື່ອທີ 3, 4 ຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ (ສພຂ) ຊຸດທີ V.

2.3. ດ້ານການຕິດຕາມກວດກາ: ເອົາໃຈໃສ່ຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດລັດຖະທໍາມະ ນູນ, ກົດໝາຍ, ມະຕິກອງປະຊຸມສະພາແຫ່ງຊາດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ໂດຍສະເພາະບັນດາຄາດໝາຍໃນຂົງເຂດວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ ເປັນຕົ້ນ: ຂົງເຂດສຶກສາທິການ ແລະ ກິລາ 13 ຄາດໝາຍ, ສາທາລະນະສຸກ 14 ຄາດໝາຍ, ແຮງງານ ແລະ ສະຫວັດດີການສັງຄົມ 9 ຄາດໝາຍ, ວັດທະນະ ທຳ ແລະ ການທ່ອງທ່ຽວ 8 ຄາດໝາຍ; ພ້ອມດຽວກັນນີ້, ຍັງມີວາລະແຫ່ງຊາດ ວ່າດ້ວຍການພັດທະນະຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ບັນຫາເຄັ່ງຮ້ອນ, ຫາງສຽງຂອງສັງຄົມ ແລະ ຄໍາສະເໜີຂອງປະຊາຊົນຜ່ານໂທລະສັບສາຍດ່ວນຂອງ ສພຊ ແລະ ສພຂ.

2.4. ດ້ານການສ້າງຄວາມເຂັ້ມແຂງ: ສືບຕໍ່ຄົ້ນຄວ້າສ້າງແຜນການ ແລະ ຈັດກອງປະຊຸມສ້າງຄວາມເຂັ້ມແຂງໃຫ້ ສສຊ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ທີ່ເປັນກຳມະການ ແລະ ພະນັກງານວິຊາການຊ່ວຍວຽກທັງສູນກາງ ແລະ ທ້ອງຖິ່ນ ໃຫ້ໄດ້ 2 ຄັ້ງ.

2.5. ດ້ານການຕ່າງປະເທດ: ຕ້ອນຮັບການມາຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການຂອງບັນດາລັດຖະ ສະພາສາກົນ ແລະ ປະເທດຕ່າງໆ ເປັນຕົ້ນແມ່ນຄະນະຜູ້ແທນສະພາຊົນຊາດ, ສະພາແຫ່ງຊາດຫວຽດນາມ; ເຂົ້າຮ່ວມ ເຄື່ອນໄຫວໄປຢ້ຽມຢາມ ແລະ ພົບປະກັບລັດຖະສະພາຕ່າງປະເທດ ຮ່ວມກັບຄະນະປະຈຳສະພາແຫ່ງຊາດ, ບັນດາກຳ ມາທິການ ແລະ ຫ້ອງວ່າການການສະພາແຫ່ງຊາດ ຕາມການຕົກລົງຂອງຂັ້ນເທິງ; ສືບຕໍ່ພົວພັນຮ່ວມມືກັບລັດຖະສະພາປະເທດເພື່ອນມິດຍຸດທະສາດ ແລະ ອົງການຈັດຕັ້ງສາກົນ ຢູ່ພາກພື້ນ ແລະ ສາກົນ ເພື່ອຍາດແຍ່ງເອົາການຊ່ວຍເຫຼືອ.

3. ນໍາເອົາຜົນຂອງການຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດລັດຖະທຳມະນູນ, ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ໃນຂົງເຂດວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ 6 ເດືອນທ້າຍປີ 2026 ມາລາຍງານໃຫ້ ສສຊ ແລະ ຜູ້ແທນກອງປະຊຸມ ໄດ້ຮັບຊາບ.

4. ນໍາເອົາຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ (ປັບປຸງ) ເພື່ອໃຫ້ຜູ້ແທນໄດ້ຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນ ກ່ອນທີ່ຈະນໍາເຂົ້າສະເໜີພິຈາລະນາ ແລະ ຮັບຮອງໃນກອງປະຊຸມສະໄຫ້ສາມັນເທື່ອທີ 2 ຂອງ ສພຊ ຊຸດທີ X.

ທ່ານ ມອນໄຊ ລາວມົວຊົ່ງ ໄດ້ມີຄໍາເຫັນຊີ້ນຳ ໂດຍເນັ້ນໜັກໃຫ້ເອົາໃຈໃສ່ວຽກງານໂຄສະນາສຶກສາອົບຮົມປະ ຊາຊົນລາວບັນດາເຜົ່າ ຕາມແນວທາງຂອງພັກ, ນະໂຍບາຍຂອງລັດ, ພ້ອມກັນປະຕິບັດລັດຖະທໍາມະນູນ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ເພື່ອຮັກສາໄດ້ມູນເຊື້ອຄວາມສາມັກຄີປອງດອງພາຍໃນຊາດ; ເພີ່ມທະວີການຕິດຕາມກວດ ກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດລັດຖະທໍາມະນູນ, ກົດໝາຍ ແລະ ບັນດາຄາດໝາຍທີ່ຍັງບໍ່ຫັນໄດ້ບັນລຸຕາມຂົງເຂດທີ່ກຳມາທິການຮັບຜິດຊອບ; ຍົກສູງຄວາມຮັບຜິດຊອບໃນການຕິດຕາມກວດກາການແກ້ໄຂຄໍາສະເໜີຂອງພໍ່ແມ່ປະຊາ ຊົນ, ຈາກສາຍດ່ວນ, ຫາງສຽງສັງຄົມ, ຈາກການລາຍງານ, ແລະ ການສະເໜີຂອງອົງການແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ຕໍ່ກອງປະຊຸມສະພາ; ສຸມໃສ່ການຕິດຕາມກວດກາການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ສະ ບັບເລກທີ 34/ສພຊ, ລົງວັນທີ 10 ກໍລະກົດ 2026 ທີ່ຈະໄດ້ເລີ່ມຈັດຕັ້ງປະຕິບັດແຕ່ປີ 2026-2030 ແລະ ແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈຳປີ 2027; ສືບຕໍ່ປະສານສົມທົບກັບອົງການແນວລາວສ້າງຊາດ, ອົງການຈັດ ຕັ້ງມະຫາຊົນ, ຂະແໜງການ-ອົງການທີ່ກ່ຽວຂ້ອງ ປັບປຸງກົນໄກປະສານງານໃຫ້ສອດຄ່ອງກັບພາລະບົດບາດຂອງກຳມາທິການ ແລະ ກຳມະການຂອງກຳມາທິການ; ຕິດຕາມກວດກາ ແລະ ຊຸກຍູ້ປະເມີນຜົນການຈັດຕັ້ງນະຕິບັດບັນດານິຕິກໍາ ຂອງຂະແໜງການ-ອົງການທີ່ກ່ຽວຂ້ອງ ພ້ອມກັນຈັດຕັ້ງປະຕິບັດບັນດາຄາດໝາຍຂອງເປົ້າໝາຍການພັດທະນາແບບຍືນຍົງ (SDGs) ໃຫ້ບັນລຸຕາມຄາດໝາຍທີ່ກໍານົດໄວ້.

(ອານຸສອນ​ ພູມມີທອນ)