(ສພຊ) – ກອງປະຊຸມກວດກາເນື້ອໃນຮອບດ້ານຮ່າງກົດໝາຍວ່າດ້ວຍລັດຖະບານ (ສະບັບປັບປຸງ) ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 15 ກັນຍາ 2026 ທີ່ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ທຸມມາລີ ວົງພະຈັນ ກຳມະການສູນກາງພັກ, ປະທານກຳມາທິການກົດໝາຍ ແລະ ຍຸຕິທຳ (ກໝຍທ), ເຂົ້າຮ່ວມມີທ່ານ ວີແກ້ວ ບຸບຜາວັນ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ), ທ່ານຮອງປະທານ ແລະ ທ່ານກຳມະການປະຈຳ ກໝຍທ, ທ່ານຮອງລັດຖະມົນຕີກະຊວງຍຸຕິທຳ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ພ້ອມດ້ວຍຜູ້ຕາງໜ້າຈາກຫ້ອງວ່າການສຳນັກງານປະທານປະເທດ, ຄະນະຈັດຕັ້ງສູນກາງພັກ, ກະຊວງຍຸຕິທຳ ແລະ ບັນດາກົມທີ່ກ່ຽວຂ້ອງຂອງ ສພຊ.
ທ່ານ ນາງ ທຸມມາລີ ວົງພະຈັນ ກ່າວວ່າ: ກົດໝາຍວ່າດ້ວຍລັດຖະບານສະບັບປັດຈຸບັນ ຍັງມີຫຼາຍມາດຕາທີ່ບໍ່ສອດຄ່ອງກັບມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ລັດຖະທໍາມະນູນ ສະບັບປີ 2025, ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປີ 2025, ການໂຮມກົງຈັກການຈັດຕັ້ງຂອງລັດຖະບານ, ກົດໝາຍ ແລະ ລະບຽບການຂອງລັດຖະບານ ຊຸດທີ X, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໄລຍະ 5 ປີ (2026-2030) ຕາມທິດສ້າງບາດກ້າວບຸກທະລຸ, ຫັນກົນໄກການຄຸ້ມຄອງບໍລິຫານລັດ ໃຫ້ມີຄວາມວ່ອງໄວ, ທັນສະໄໝ, ເປັນລະບົບຄົບຊຸດ, ຖືກຕ້ອງຄົບຖ້ວນ ແລະ ທັນກັບສະພາບການ ຈຶ່ງເປັນເຫດຜົນໃນການປັບປຸງກົດໝາຍໃຫ້ສອດຄ່ອງກັບແນວທາງນະໂຍບາຍ, ສະພາບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ; ກອງປະຊຸມຄັ້ງນີ້ ແມ່ນການຄົ້ນຄວ້າຢ່າງລະອຽດ, ຮອບດ້ານ ຕິດພັນກັບການຈັດຕັ້ງປະຕິບັດຕົວຈິງ ເພື່ອເຮັດໃຫ້ເນື້ອໃນຂອງຮ່າງກົດໝາຍ ມີຄວາມຄົບຖ້ວນ, ຮັດກຸມ, ສອດຄ່ອງກັບລັດຖະທໍາມະນູນ, ກົດໝາຍອື່ນທີ່ປະກາດໃຊ້ແລ້ວ ແລະ ສາມາດແກ້ໄຂບັນຫາທີ່ເກີດຂຶ້ນໃນການການຈັດຕັ້ງປະຕິບັດຕົວຈິງ.
ຜູ້ເຂົ້າຮ່ວມໄດ້ຄົ້ນຄວ້າ ແລະ ພິຈາລະນາບາງບັນຫາ ເປັນຕົ້ນ: ການກໍານົດກ່ຽວກັບສິດ ແລະ ໜ້າທີ່ຂອງລັດຖະບານ, ຂອງນາຍົກລັດຖະມົນຕີ ແລະ ຂອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນ ໃຫ້ມີຄວາມສອດຄ່ອງ, ຄົບຖ້ວນ, ຈະແຈ້ງ ແລະ ຊັດເຈນ; ກຳນົດກ່ຽວກັບສິດ ແລະ ໜ້າທີ່ຂອງກະຊວງ ແລະ ອົງການລັດທຽບເທົ່າກະຊວງ, ຂອງລັດຖະມົນຕີ ແລະ ຫົວໜ້າອົງການລັດທຽບເທົ່າກະຊວງ ໃຫ້ເໝາະສົມ ແລະ ສອດຄ່ອງ.
(ອານຸສອນ ພູມມີທອນ)

