ກວດກາເນື້ອໃນຮ່າງກົດໝາຍການຈະລາຈອນທາງບົກ

ສ.ຫ. 26, 2026

(ສພຊ) – ກອງປະຊຸມກວດກາເນື້ອໃນຮອບດ້ານຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ (ສະບັບປັບປຸງ) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 26-27 ສິງຫາ 2026 ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເຂົ້າຮ່ວມເປັນປະທານ ແລະ ກ່າວເປີດຂອງທ່ານ ນາງ ທຸມມາລີ ວົງພະຈັນ ປະທານກຳມາທິການກົດໝາຍ ແລະ ຍຸຕິທຳ (ກໝຍທ), ມີທ່ານ ຈັນທະບູນ ສຸກອາລຸນ ປະທານກຳມາທິການເສດຖະກິດ ແລະ ການເງິນ ພ້ອມດ້ວຍບັນດາທ່ານຮອງປະທານກໍາມາທິການສະພາແຫ່ງຊາດ, ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ນາງ ທຸມມາລີ ວົງພະຈັນ ກ່າວວ່າ: ກອງປະຊຸມຄັ້ງນີ້ ຈັດຂຶ້ນເພື່ອຮັບປະກັນໃຫ້ການປັບປຸງເນື້ອໃນຂອງຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ ມີຄວາມຄົບຖ້ວນ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ ເນື່ອງຈາກຮ່າງກົດໝາຍສະບັບນີ້ ຕິດພັນໂດຍກົງກັບການດໍາລົງຊີວິດຂອງພວກເຮົາໃນການນໍາໃຊ້ຍານພາຫະນະທາງບົກຕາມທ້ອງຖະໜົນ ເຊິ່ງເຫັນວ່າໃນແຕ່ລະປີ ມີອຸປະຕິເຫດເກີດຈາກການນໍາໃຊ້ຍານພາຫະນະທາງບົກເປັນຈໍານວນຫຼວງຫຼາຍ ເຊິ່ງໄດ້ສ້າງຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງພົນລະເມືອງຈໍານວນບໍ່ໜ້ອຍ ຈົນກາຍເປັນປາກົດການຫຍໍ້ທໍ້ໜຶ່ງໃນສັງຄົມ ທີ່ຈະຕ້ອງໄດ້ຮັບການແກ້ໄຂ.
ປະທານ ກໝຍທ ກ່າວອີກວ່າ ການປັບປຸງເທື່ອນີ້ ເພື່ອແກ້ໄຂບັນຫາຈໍານວນໜຶ່ງ ເປັນຕົ້ນ: ການແບ່ງຂັ້ນຄຸ້ມຄອງລະຫວ່າງຂະແໜງການ ຍທຂ ກັບ ຂະແໜງການປ້ອງກັນຄວາມສະຫງົບ ແລະ ຂະແໜງການອື່ນ ລະຫວ່າງຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ໃຫ້ມີຄວາມຄົບຖ້ວນ, ຈະແຈ້ງ ແລະ ຊັດເຈນ ລວມທັງການກໍານົດສິດ ແລະ ໜ້າທີ່ຂອງຕໍາຫຼວດຈະລາຈອນ, ຕໍາຫຼວດທາງຫຼວງ ແລະ ເຈົ້າໜ້າທີ່ຂົນສົ່ງທາງບົກ ເພາະວ່າເປັນຜູ້ຈັດຕັ້ງປະຕິບັດຕົວຈິງ; ໃນໄລຍະຜ່ານມາ ການຈັດຕັ້ງປະຕິບັດຕົວຈິງໃນການຄຸ້ມຄອງການນຳໃຊ້ຍານພາຫະນະທາງບົກ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມທ້ອງຖະໜົນ ຍັງມີຄວາມຫຍຸ້ງຍາກສັບສົນ ເນື່ອງຈາກຫຼາຍສາເຫດ ໃນນັ້ນ, ຍ້ອນວ່າການກໍານົດເນື້ອໃນຂອງກົດໝາຍ ຍັງບໍ່ທັນຮັດກຸມ ຫຼື ອາດເປັນຍ້ອນພາກການຈັດຕັ້ງປະຕິບັດ; ການຕິດຕາມກວດກາ ແລະ ການບັງຄັບໃຊ້ກົດໝາຍໃນໄລຍະຜ່ານມາ ຍັງບໍ່ທັນເຂັ້ມງວດເທົ່າທີ່ຄວນ ເຊິ່ງເຮັດໃຫ້ມີການນຳໃຊ້ຍານພາຫະນະທາງບົກບໍ່ໄດ້ມາດຕະຖານ, ບໍ່ມີຄວາມປອດໄພ, ຂັບຂີ່ຍານພາຫະນະໃນເວລາທີ່ມີປະລິມານທາດເຫຼົ້າໃນຮ່າງກາຍ ແລະ ການລະເມີດກົດຈະລາຈອນ ຈຶ່ງເຮັດໃຫ້ການເກີດອຸປະຕິເຫດຕາມທ້ອງຖະໜົນເປັນຈໍານວນຫຼວງຫຼາຍໃນແຕ່ລະປີ.
ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າປະກອບຄຳເຫັນຕໍ່ເນື້ອໃນຮ່າງກົດໝາຍ ທີ່ຕິດພັນກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງຂະແໜງການຕົນ ແນໃສ່ເຮັດໃຫ້ເນື້ອໃນຂອງຮ່າງກົດໝາຍມີຄວາມຄົບຖ້ວນ, ສົມບູນ ແລະ ສາມາດຈັດຕັ້ງປະຕິບັດ.
ພາຍຫຼັງສຳເລັດກອງປະຊຸມ, ຄະນະຮັບຜິດຊອບຈະໄດ້ລາຍງານຜົນສໍາເລັດຂອງການກວດກາເນື້ອໃນຮອບດ້ານຂອງຮ່າງກົດໝາຍ ຕໍ່ກອງປະຊຸມ ຄປຈສພຊ ປະຈໍາເດືອນກັນຍາ ກ່ອນນຳເຂົ້າພິຈາລະນາຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ທີ່ຈະໄດ້ໄຂຂຶ້ນໃນທ້າຍປີນີ້.

(ນາງ ອານິຕາ ມ່ວນສະຫວັດ)