loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ໜ່ວຍຮາກຖານຊາວໜຸ່ມສະພາປະຊາຊົນແຂວງ ຫລວງນ້ຳທາ ອອກແຮງງານລວມ

ມ.ສ. 6, 2023 | ເຂດ 3 ຫຼວງນ້ຳ​ທາ

ເພື່ອເປັນການຂໍ່ານັບຮັບຕ້ອນວັນສຳຄັນດັ່ງກ່າວ ໃນຕອນເຊົ້າວັນທີ 5 ເມສາ 2023 ນີ້ໜ່ວຍຮາກຖານຊາວໜຸ່ມສະພາປະຊາຊົນແຂວງ ຫລວງນ້ຳທາ ໄດ້ສ້າງຂະບວນການອອກແຮງງານອານາໄມລວມຂອບເຂດຮັບຜິດຊອບຂອງຕົນ ເນື່ອງໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວຄົບຮອບ 68 ປີ ( 14 ເມສາ 1955 – 14 ເມສາ 2023 ) ນຳໂດຍສະຫາຍ ມິກສະຫວັນ ແກ້ວບົວພາ ຫົວໜ້າໜ່ວຍຊາວໜຸ່ມຮາກຖານ ສະພາປະຊາຊົນແຂວງຫລວງນ້ຳທາ ພ້ອມດ້ວຍສະມາຊິກຊາວໜຸ່ມພາຍໃນສະພາປະຊາຊົນແຂວງເຂົ້າຮ່ວມຢ່າງພ້ອມພຽງ.

ທັງນີ້ກໍ່ເພື່ອເປັນການຂໍ່ານັບຮັບຕ້ອນ ແລະ ສະເຫລີມສະຫລອງວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວຄົບຮອບ 68 ປີ ( 14 ເມສາ 1955 – 14 ເມສາ 2023 ) ທີ່ໃກ້ຈະມາເຖີງນີ້ ໃຫ້ມີຄວາມໝາຍຄວາມສຳຄັນ ແລະ ເປັນຂະບວນຟົດຟື້ນກວ້າງຂວາງທົ່ວສັງຄົມ, ໃຫ້ມີຄວາມສະອາດງາມຕາ ແລະ ຜູກແໜ້ນຄວາມສາມັກຄີພາຍໃນໜ່ວຍຮາກຖານໃຫ້ແໜ້ນແຟ້ນ.