loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ໜ່ວຍສະຫະພັນແມ່ຍິງສະພາປະຊາຊົນແຂວງ ເປີດກອງປະຊຸມປະເມີນແມ່ຍິງ 3 ດີ

ກ.ຍ. 29, 2022 | ເຂດ 9 ຊຽງ​ຂວາງ

​ ເພື່ອເຮັດຄໍາຂວັນ ແລະ ຂໍ້ແຂ່ງຂັນ 3 ດີຂອງໜ່ວຍສະຫະພັນແມ່ຍິງສະພາປະຊາຊົນແຂວງໄດ້ຮັບການ ຈັດຕັ້ງຜັນ ຂະຫຍາຍຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາ, ສະນັ້ນ, ມາໃນ​ວັນ​ທີ 28 ກັນຍາ 2022ນີ້, ຢູ່ທີ່​ສະພາ​ປະຊາຊົນ​ແຂວງ​ ໜ່ວຍສະຫະພັນແມ່ຍິງສະພາ​ປະຊາຊົນ​ ແຂວງຊຽງ​ຂວາງ ໄດ້ເປີດກອງປະຊຸມປະເມີນແມ່ຍິງ 3 ດີຂຶ້ນ ​ໂດຍ​ການ​ເປັນ​ປະທານ ຂອງ​ທ່ານ ນາງ ສົມພອນ ໂສພິລາວັນ ​ຮອງເລຂາ​ໜ່ວຍພັກ​ສະພາ​ປະຊາຊົນ​ແຂວງ, ຮອງ​ປະທານ​ສະພາ​ປະຊາຊົນ​ແຂວງ, ​ໃຫ້​ກຽດ​ເຂົ້າ​ຮ່ວມ​ມີຄະນະ​ໜ່ວຍ​ແມ່​ຍິງ, ຕ່າງໜ້າອົງການຈັດຕັ້ງມະຫາຊົນຂອງສະພາປະຊາຊົນແຂວງ ​ແລະ ບັນດາສະ​ມາ​ຊິກແມ່ຍິງ​ສະພາ​ປະຊາຊົນ​ແຂວງ ​ເຂົ້າ​ຮ່ວມ​.     

​ໃນ​ກອງ​ປະຊຸມ​ໄດ້​ຮັບ​ຟັງຮ່າງ​ບົດ​ສະຫຼຸບ ການ​ເຄື່ອນ​ໄຫວ​ວຽກ​ງານ ວຽກ​ງານ​ປະ​ຈໍາ 3 ​ເດືອນ (7.8.9) ຂອງໜ່ວຍ ສະຫະພັນແມ່ຍິງສະພາປະຊາຊົນແຂວງ ໄດ້ເອົາໃຈໃສ່ສຶກສາອົບຮົມການ​ເມືອງ-​ແນວ​ຄິດ ໃຫ້ສະມາຊິກແມ່ຍິງ​ໃຫ້ເຊື່ອໝັ້ນຕໍ່ການນຳພາຂອງພັກມີຄວາມສາມັກຄີພາຍໃນ, ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ເອກະສານທີ່ສຳຄັນຂອງອົງການຈັດຕັ້ງຕ່າງໆ, ​ໄດ້ຮັບຄໍາຮ້ອງຂໍຄວາມເປັນທໍາ ແລະ ຄຳສະເໜີຂອງປະຊາຊົນ, ​ຕ້ອນຮັບພົນລະເມືອງ, ໃຫ້ຄຳປືກສາທາງດ້ານກົດໝາຍແກ່ປະຊາຊົນບັນດາເຜົ່າ, ເປັນເສນາທິການເກັບກຳຂໍ້ມູນດ້ານຕ່າງໆ, ຂຽນຂ່າວອອກລາຍການວິທະຍຸກະຈາຍສຽງ, ໄດ້ພ້ອມກັນສຸມໃສ່ເຂົ້າຮ່ວມການສ້າງຂະບວນກິລາ, ຂະບວນການອອກແຮງງານຕ່າງໆ ຢູ່ພາຍໃນ ແລະ ຮ່ວມກັບພະແນກການອອ້ມຂ້າງແຂວງຕ້ອນຮັບວັນສຳຄັນຕ່າງໆ ​ແລະ ທິດ​ທາງ​ແຜນການ​ໃນ 3 ​ເດືອນ (10.11.12) ປີ 2022 ຂອງໜ່ວຍສະຫະພັນແມ່ຍິງສະພາ​ປະຊາຊົນ​ແຂວງ ຈະ​ສືບຕໍ່ສຶກສາ​ອົບຮົມ​ດ້ານ​ການ​ເມືອງ-​ແນວ​ຄິດໃຫ້​ສະມາຊິກ​ແມ່ຍິງ, ​ສືບຕໍ່ປັບປຸງສະມາຊິກພາຍໃນໃຫ້​ເຂັ້ມ​ແຂງ​ ເພື່ອ​ກຽມພ້ອມ​ຮັບ​ໃຊ້​ໜ້າ​ທີ່​ການ​ເມືອງທີ່​ພັກ-ລັດມອບໝາຍໃຫ້ພ້ອມກັນຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ຂອງສູນກາງແມ່ຍິງລາວວາງອອກໃຫ້ໄດ້ດີຂຶ້ນກວ່າເກົ່າ. ​ນອກນັ້ນຍັງໄດ້ ຜ່ານແຈ້ງການຂອງສະຫະພັນແມ່ຍິງແຂວງສະບັບເລກທີ 664, ລົງວັນທີ 6 ກໍລະກົດ 2022 ວ່າດ້ວຍການສະຫຼຸບການຈັດຕັ້ງ ປະຕິບັດວຽກງານ 3 ດີ, ຜ່ານມະຕິຕົກລົງຂອງຄະນະເລຂາທິການສະພາປະຊາຊົນແຂວງ ວ່າດ້ວຍການແຕ່ງຕັ້ງ ຄະນະຮັບ ຜິດຊອບຊີ້ນໍາລວມ ແລະ ຄະນະສັງລວມຄະແນນການປະເມີນຂໍ້ແຂ່ງຂັນ 3 ດີ ປະຈໍາປີ 2022 ແລະ ຜ່ານເນື້ອໃນຂໍ້ແຂ່ງຂັນ 3 ດີ ແລະ ແນະນໍາແບບຟອມການປະເມີນໃຫ້ສະມາຊິກແມ່ຍິງໄດ້ຮັບຮູ້ ແລະ ເຂົ້າໃຈໃນການປະເມີນ.

​ໃນ​ໂອກາດດັ່ງກ່າວ, ທ່ານ ນາງ ສົມພອນ ໂສພິລາວັນ ທ່ານ​ໄດ້​ຍ້ອງຍໍ​ຊົມ​ເຊີຍ​ຕໍ່​ກັບ​ຜົນງານ​ທີ່​ຍາດ​ມາ​ໄດ້​ໃນ​ໄລຍະ​ຜ່ານ​ມາ ​ໂດຍ​ສະ​ເພາະ​ແມ່ນ​ດ້ານ​ການ​ເມືອງ​​ແນວ​ຄິດ, ດ້ານ​ຄວາມ​ສາມັກຄີ​ພາຍ​ໃນ, ດ້ານ​ການ​ປະຕິບັດ​ໜ້າ​ທີ່ວຽກ​ງານ ​ແລະ ​ຄວາມ​ຕັ້ງໜ້າຫ້າວຫັນ​ໃນ​ການ​ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ຂອງ ໜ່ວຍສະຫະພັນແມ່ຍິງກໍ່​ຄື​ການ​ເຮັດ​ວຽກ​ງານ​ຢູ່​ໃນ​ສະພາ​ປະຊາຊົນ​ແຂວງ ​ແລະ ທ່ານ​ຍັງ​ໄດ້​ເນັ້ນ​ຕື່ມ​ອີກ​ວ່າ​ໃຫ້​ສຶບຕໍ່​ ​ເຊື່ອມ​ຊຶມ​ບັນດາ​ມະຕິ​, ຄໍາ​ສັ່ງ, ລັດຖະທໍາ​ມະນູນ ​ແລະ ​ກົດໝາຍ​ຕ່າງໆ, ​ເພີ່​ມທະວີ​ເອົາ​ໃຈ​ໃສ່​ໃນ​ການ​ເຮັດວຽກ​ເປັນ​ໝູ່​ຄະນະ, ຮັກສາ​ມູນ​ຄວາມ​ສາມັກຄີ​ພາຍ​ໃນ ​ແລະ ​ໃຫ້​ອະນຸລັກ​ຮັກສາ​ຮີດຄອງ​ປະ​ເພ​ນີອັນ​ດີ​ງາມ​ຂອງ​ຊາດ​ເອົາ​ໄວ້.

ສະພາປະຊາຊົນແຂວງຊຽງຂວາງ

ຂ່າວ​ໂດຍ: ນາງ ສຸກ​ສະຫວັນ ອິນທະ​ແສງ